ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາປະກອບຄໍາຄິດເຫັນໃສ່ບົດວິທະຍາສາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975” ຂຶ້ນໃນວັນທີ 24 ພະຈິກ 2022, ທີ່ຫ້ອງປະຊຸມຫ້ອງວ່າການເມືອງວັງວຽງ ແຂວງວຽງຈັນ.ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກໍໄດ້ໃຫ້ກຽດເປັນປະທານຮ່ວມ; ນອກຈາກນີ້, ຍັງມີ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາທ່ານຄະນະປະຈໍາພັກເມືອງ, ພະນັກງານຫຼັກແຫຼ່ງ, ຕາງໜ້າຫ້ອງການອ້ອມຂ້າງເມືອງວັງວຽງ ແລະບັນດາຜູ້ສັງເກດຕີລາຄາບົດ, ມີບັນ​ດາ​ນັກວິທະຍາສາດຈາກສູນກາງ, ພະນັກງານສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມທັງໝົດ 35 ທ່ານ.


ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລະດົມແນວຄວາມຄິດປະກອບຄໍາເຫັນໃສ່ບົດຄົ້ນຄວ້າວິທະຍາສາດ ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975” ໃນບາງເນື້ອໃນທີ່ເຫັນວ່າ ຍັງບໍ່ທັນຈະແຈ້ງ ເພື່ອສົນທະນາແລກປ່ຽນຄໍາຄິດຄໍາເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມໃຫ້ມີລັກສະນະວິທະຍາສາດ ແນໃສ່ປັບປຸງບົດຄົ້ນຄວ້າໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ  ແລະສອດຄ່ອງກັບສະພາບຄວາມເປັນຈິງ.

ໃນກອງປະຊຸມ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວເປີດກອງປະຊຸມ ເຊິ່ງໄດ້ເນັ້ນໃຫ້ເຫັນວ່າ: ໄລຍະປີ 1955-1975 ແມ່ນໄລຍະນໍາພາ-ຊີ້ນໍາພາລະກິດປະຕິວັດອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ ໂດຍກຳ ເນີດເກີດຂຶ້ນໃນເງື່ອນໄຂທີ່ອິດທິກໍາລັງຈັກກະພັດ ທີ່ມີກໍາລັງທາງດ້ານເສດຖະກິດ-ການເງິນ ທີ່ເຂັ້ມແຂງ, ມີພາຫະນະອາວຸດສົງຄາມທີ່ທັນສະໄໝ ໃນການເພີ່ມທະວີສົງຄາມຮຸກຮານປະເທດເຮົາ ດ້ວຍຍຸດທະສາດອັນໃໝ່ເຊິ່ງເປັນພາລະກິດອັນໜັກໜ່ວງ ທີ່ປະທານ ໄກສອນ ພົມວິຫານ ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຊອກຫາເສັ້ນທາງ ແລະວິທີການຕໍ່ສູ້ປົດປ່ອຍຊາດ ທີ່ແທດເໝາະກັບຈຸດພິເສດທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາຈົນສາມາດຍາດໄດ້ໄຊຊະນະເປັນກ້າວໆມາ ແລະສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975.

ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການນຳສະເໜີ 5 ຫົວຂໍ້ຍ່ອຍ ຄື: ພາລະກິດສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະປົກປັກຮັກສາເຂດທີ່ໝັ້ນສອງແຂວງເຕົ້າໂຮມ ແຂວງຫົວພັນ ແລະແຂວງຜົ້ງສາລີ ໃນປີ 1955-1959; ຊີ້ນໍາຫັນທິດຕໍ່ສູ້ໂດຍເອົາການຕໍ່ສູ້ດ້ວຍອາວຸດເປັນກົກ ສົມທົບກັບການຕໍ່ສູ້ທາງດ້ານການເມືອງ ແລະກົດໝາຍປີ 1960-1965; ການນໍາພາຕໍ່ສູ້ຕ້ານຍຸດທະສາດສົງຄາມພິເສດໃນປີ 1966-1970; ປະທານ ໄກສອນ ພົມວິຫານ ຊີ້ນຳການສ້າງຄວາມຖືກຕ້ອງປອງດອງຊາດ ປີ 1970-1973 ແລະພາລະກິດນຳພາປວງຊົນລາວທັງຊາດ ລຸກຮື້ຂຶ້ນຍຶດອຳນາດໃນທົ່ວປະເທດ ແລະສະຖາປະນາ ສປປ ລາວ ປິ 1974-1975. ເຊິ່ງໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ, ມີຊີວິດຊີວາ ແລະຢັ້ງຢືນເຖິງຊີວິດ ແລະພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຜູ້ທີ່ໄດ້ອຸທິດຊີວິດ ແລະປະກອບສ່ວນອັນຍິ່ງໃຫຍ່ ຕໍ່ພາລະກິດປະຕິວັດ ຂອງປະຊາຊົນລາວ ແລະມີສ່ວນປະກອບເຂົ້າໃນການປະຕິວັດໂລກ.

ຫຼັງຈາກນັ້ນ, ບັນດາທ່ານນັກວິທະຍາສາດຜູ້ສັງເກດຕີລາຄາບົດ ແລະແຂກທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ແລກປ່ຽນກັນປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດຄົ້ນຄວ້າວິທະຍາສາດ ໃນແຕ່ລະຫົວຂໍ້ຢ່າງພາວະວິໄສ.

ໃນຕອນທ້າຍ ໄດ້ຮັບຟັງການສະຫຼຸບຂອງກອງປະຊຸມ ໂດຍ ຮສ ພູວົງ ອຸ່ນຄຳແສນ ເຊິ່ງໄດ້ສັງລວມຄືນການປະກອບຄໍາຄິດຄໍາເຫັນ ຂອງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ແລະໄດ້ເນັ້ນໜັກໃຫ້ບັນດານັກຄົ້ນຄວ້ານໍາເອົາຄຳຄິດຄຳເຫັນຈາກຜູ້ສັງເກດຕີລາຄາບົດ, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ນຳໄປປັບປຸງບົດໃຫ້ສົມບູນຂຶ້ນ ເພື່ອກະກຽມສຳມະນາລະດັບຊາດສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໃນເດືອນ ທັນວາ ນີ້.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 1 ວັນ ແລະອັດລົງດ້ວຍຜົນສໍາເລັດອັນຈົບງາມໃນເວລາ 16 ໂມງ 00 ຂອງວັນທີ 24 ພະຈິກ 2022.

ຂ່າວ: ປທ ນ. ດາລາວອນ ພອນສະຫວັນ
ຮູບພາບ: ວຽງພັນ ຈິດສະດີ
ບັນນາທິການ: ປທ ບຸນປັນ ສຸມຸນທອງ