ເພື່ອສືບຕໍ່ປະຕິບັດໂຄງການຫຼັກສູດ ການຮຽນ-ການສອນ ທິດສະດີການເມືອງ ແລະ ການປົກຄອງ ລະບົບປະລິນຍາໂທ ຮຸ່ນທີ XVII ສາຂາກໍ່ສ້າງພັກ ແລະສາຂາການປົກຄອງ ສົກປີ 2021-2022 ເພື່ອເຮັດໃຫ້ທິດສະດີທີ່ໄດ້ຮຽນມາຕິດພັນກັບພຶດຕິກຳຕົວຈິງ; ຂໍ້ຕົກລົງຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 1142/ສມປຊ, ລົງວັນທີ 7 ກັນຍາ 2022. ມາໃນວັນທີ 21 ພະຈິກ 2022 ທ່ານ ປທ ແສງຈັນ ຈັນທະສຸກ ຮອງຫົວໜ້າຄະນະວິຊາກໍ່ສ້າງພັກ ແລະ ປະຫວັດສາດພັກ, ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າຄະນະວິຊາບໍລິຫານສາດ ໄດ້ນຳພາ ນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ສາຂາກໍ່ສ້າງພັກ ແລະສາຂາການປົກຄອງ ທັດສະນະສຶກສາຢູ່ແຂວງຈຳປາສັກ. ຊຶ່ງສະຖານທີ່ທຳອິດໄດ້ແລກປ່ຽນບົດຮຽນຢູ່ ຫ້ອງວ່າການແຂວງຈໍາປາສັກ ໃຫ້ກຽດຕ້ອນຮັບໂດຍ ທ່ານ ທຳມະວົງ ສຸລິຍະວົງ ຮອງຫົວໜ້າຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລສັກ ສູນທອນ ຮອງຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ, ມີບັນດາພະແນກການທີ່ກ່ຽວຂ້ອງ  ແລະນັກຄົ້ນຄວ້າເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຄົ້ນຄວ້າແລກປ່ຽນບົດຮຽນ ທາງດ້ານທິດສະດີ ແລະການຈັດຕັ້ງປະຕິບັດຕົວຈິງຢູ່ຮາກຖານເປັນຕົ້ນແມ່ນຫົວຂໍ້: ການກໍ່ສ້າງ ແລະບຳລຸງພະນັກງານໃນເງື່ອນໄຂ  ສ້າງແຂວງເປັນຫົວໜ່ວຍຍຸດທະສາດດ້ານການປົກຄອງ, ການຊຸກຍູ້ເສດຖະກິດແຫ່ງຊາດທີ່ເປັນທ່າແຮງດ້ານຕ່າງໆ ທີ່ມີຢູ່ພາຍໃນຂອງທ້ອງຖິ່ນ; ການສ້າງແຂວງເປັນຫົວໜ່ວຍຍຸດທະສາດທາງດ້ານການເງິນ; ການຂຸດຄົ້ນ ແລະນຳໃຊ້ຊັບພະຍາກອນທຳມະຊາດ, ຊັບສິນຂອງລັດ ແລະການປົກປັກຮັກສາສິ່ງແວດລ້ອມໃຫ້ມີປະສິດທິພາບ-ຖືກຕ້ອງຕາມລະບຽບ; ການຄຸ້ມຄອງດ້ານວັດທະນະທຳ-ສັງຄົມ, ການພັດທະນາຊັບພະຍາກອນມະນຸດ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫຼັງຈາກນັ້ນ, ບັນດາຄູ-ອາຈານ ແລະນັກຄົ້ນຄວ້າ ໄດ້ມີຄຳເຫັນແລກປ່ຽນຢ່າງກົງໄປກົງມາ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ເພື່ອເປັນບົດຮຽນ ແລະນຳເອົາໄປຈັດຕັ້ງປະຕິບັດຢູ່ກົມກອງທ້ອງຖິ່ນຂອງແຕ່ລະສະຫາຍໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບໂດຍ: ຈັນເພັງ ນັນທະວົງ ນັກຄົ້ນຄວ້າ ປທ 17
ບັນນາທິການ: ປທ ບຸນປັນ ສຸມຸນທອງ