ເພື່ອເປັນການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ສະນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຮ່ວມກັບກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນໄດ້ຕິດແຜ່ນກາໝາຍນໍາໃຊ້ QR code ລົດຂອງລັດໃນຕອນເຊົ້າຂອງວັນທີ 1 ພະຈິກ 2022 ທີ່ໜ້າຕຶກຫ້ອງການ ສມປຊ ເພື່ອຕິດໃສ່ລົດຂອງລັດ ທີ່ຂຶ້ນກັບ ສມປຊ ຂຶ້ນຢ່າງເປັນທາງການ.

         ພິທີດັ່ງກ່າວ, ທ່ານ ປທ ຄົມວິກິດ ສິມມະລິວົງ ຮອງຫົວໜ້າຫ້ອງການ ພ້ອມດ້ວຍຄະນະ ແລະທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະວິຊາການພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມການຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດພາຍໃນ ສມປຊ ຈຳນວນ 19 ຄັນ ຊຶ່ງແມ່ນໄດ້ຈັດຕັ້ງປະຕິບັດຕາມ ມາດຕາ 17 ດໍາລັດຂອງລັດຖະບານ ວ່າດ້ວຍລົດຂອງລັດ ແລະປະຕິບັດຕາມ ຂໍ້ຕົກລົງ ຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 2115/ກງ, ລົງວັນທີ 13 ກໍລະກົດ 2022, ຊື່ງລົດຂອງລັດທີ່ຖືກນໍາໃຊ້ເຂົ້າໃນວຽກງານທາງລັດຖະການໃຫ້ຖືກຕ້ອງຕາມລະບຽບຫຼັກການທີ່ໄດ້ວາງອອກຢ່າງເຂັ້ມງວດ, ການນໍາໃຊ້ຕ້ອງໃຫ້ຖືກຕ້ອງຕາມເປົ້າໝາຍ, ມີຄວາມໂປ່ງໃສ ແລະສາມາດກວດສອບໄດ້.

ພ້ອມກັນນັ້ນ,ໃນການນໍາໃຊ້ລົດທຸກຄັ້ງ ຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ພ້ອມທັງມີການຄຸ້ມຄອງປົກປັກຮັກສາຢ່າງຖືກຕ້ອງ ເພື່ອໃຫ້ຮັບປະກັນການ ເຄື່ອນໄຫວວຽກງານລວມ ແລະວຽກງານວິຊາສະເພາະຂອງແຕ່ລະພາກສ່ວນ; ການຈັດພີມ ແລະຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ (QR code) ແມ່ນຕ້ອງໄດ້ບັນທຶກຂໍ້ມູນເຂົ້າໃນລະບົບໂປຼແກຣມ ຄຸ້ມຄອງຂໍ້ມູນຊັບສິນຂອງລັດ AMIS ຊື່ງສາມາດກວດກາໄດ້ໂດຍຜ່ານການສະແກນ (QR code).

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ