ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມຮັບຮອງຜົນ ຂອງການຄົ້ນຄວ້າວິທະຍາສາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ ສປປ ລາວ ແລະຫົວຂໍ້: ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານຂຶ້ນໃນ ລະຫວ່າງ ວັນທີ 26-27 ຕຸລາ 2022, ທີ່ຫ້ອງປະຊຸມໃຫຍ່ສຳນັກງານສະພາທິດສະດີສູນກາງພັກ ຊັ້ນ 2 (ຫຼັກ 6).ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ: ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ມີ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ນອກຈາກນີ້, ຍັງມີບັນດາທ່ານຄະນະປະຈຳ, ສະມາຊິກສະພາທິດສະດີສູນກາງພັກ, ຜູ້ສັງເກດຕີລາຄາ, ຄະນະກຳມະການ, ບັນ​ດາ​ນັກວິທະຍາສາດ, ມີບັນດາພະນັກງານພາຍໃນຫ້ອງການສະພາທິດສະດີສູນກາງພັກ ແລະພະນັກງານສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຂົ້າຮ່ວມ ທັງໝົດ 60 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ຮັບຮອງເອົາແນວຄິດ ໄກສອນ ພົມວິຫານ ເປັນພື້ນຖານແນວຄິດ ແລະທິດສະດີຂອງພັກໃຫ້ກວ້າງຂວາງ ແລະເລິກເຊິ່ງ, ໂດຍສະເພາະແມ່ນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ, ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃຫ້ເຂົ້າສູ່ລວງເລິກ, ໄປພ້ອມກັບການກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີທີ່ຈະມາເຖິງ.

ໃນຄຳເຫັນກ່າວເປີດກອງປະຊຸມສຳມະນາ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນເພື່ອຢັ້ງຢືນຄືນຜົນສຳເລັດຂອງການ​ຄົ້ນ​ຄວ້າ​ແນວ​ຄິດ​ ໄກ​ສອນ ພົມ​ວິ​ຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາ ແລະເພື່ອຈັດເປັນປຶ້ມພິມເຜີຍແຜ່ໃຫ້ແກ່ສັງຄົມຮັບຮູ້. ເຖິງແມ່ນວ່າໃນໄລຍະການຄົ້ນຄວ້າຈະພົບກັບຄວາມຫຍຸ້ງຍາກກໍຕາມ, ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະສະພາບຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນກໍຕາມ, ແຕ່ຄະ​ນະ​ຮັບ​ຜິດ​ຊອບ​ການ​ຄົ້ນ​ຄວ້າ​ແນວ​ຄິດ​ ໄກ​ສອນ ພົມ​ວິ​ຫານ ແລະບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ທີ່​ເຂົ້າຮ່ວມການຄົ້ນຄວ້າກໍໄດ້ສູ້ຊົນຜ່ານຜ່າຈົນເຮັດໃຫ້ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ມີຜົນສຳເລັດໃນລະດັບອັນແນ່ນອນ.

ໂດຍປະຕິບັດຕາມວາລະ ຂອງກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີການລາຍງານໂດຍສັງເຂບສະ ພາບການຄົ້ນຄວ້າ 03 ຂົງເຂດ ຄື: ຂົງເຂດທີ 1: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ວຽກພັກ, ວຽກງານພະນັກງານ, ຂົງເຂດອຳນາດລັດ, ວຽກງານປ້ອງກັນຊາດ, ວຽກງານປ້ອງກັນຄວາມສະຫງົບ, ວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ. ຂົງເຂດທີ 2: ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຂົງເຂດວັດທະນະທຳ-ສັງຄົມ ແລະຫົວຂໍ້: ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ. ຂົງເຂດທີ 3: ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຂົງເຂດເສດຖະກິດ ເຊິ່ງໄດ້ຍົກໃຫ້ເຫັນເຖິງແຜນການເຄື່ອນໄຫວການຄົ້ນຄວ້າຂອງແຕ່ລະຂົງເຂດໃນແຕ່ລະຂັ້ນຕອນຈົນສຳເລັດ.

ຫຼັງຈາກນັ້ນ, ບັນດານັກວິທະຍາສາດ, ຜູ້ສັງເກດຕີລາຄາບົດ ແລະຄະນະກຳມະການ ທີ່ເຂົ້າຮ່ວມກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນບົດຄົ້ນຄວ້າວິທະຍາສາດ ໃນແຕ່ລະຂົງເຂດຢ່າງພາວະວິໄສ ແລະລົງຄະແນນສຽງຮັບຮອງເພື່ອຢັ້ງຢືນເຖິງຄຸນນະພາບຂອງການຄົ້ນຄວ້າແຕ່ລະຫົວຂໍ້.

ໃນຕອນທ້າຍ ໄດ້ຮັບຟັງການສະຫຼຸບລາຍງານຜົນ ຂອງກອງປະຊຸມໂດຍ: ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຊິ່ງໄດ້ຕີລາຜົນສຳເລັດ ຂອງກອງປະຊຸມ ແລະຕີລາຄາສູງຕໍ່ຈິດໃຈຄວາມຮັບຜິດຊອບ ຂອງຜູ້ສັງເກດຕີລາຄາ, ຄະນະກຳມະການ ທີ່ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະພາວະວິໄສ ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 02 ວັນ ແລະອັດລົງດ້ວຍຜົນສໍາເລັດອັນຈົບງາມໃນເວລາ 16ໂມງ 00 ຂອງວັນທີ 27 ຕຸລາ 2022.

ຂ່າວ/ພາບ ປໍຈົວຊົ່ງ ຈົງເຍ້ຍ
ບັນນາທິການ: ປທ ບຸນປັນ ສຸມຸນທອງ