ເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນການທູດ ລະຫ່ວາງ ລາວ-ອົດສະຕຣາລີ ຄົບຮອບ 70 ປີ. ໃນວັນທີ 21 ຕຸລາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາໂດຍ: ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະພົບປະຂອງສະຖານທູດອົດສະຕຣາລີປະຈໍາລາວ ນໍາໂດຍ: ທ່ານ ແມັດທິວ ແບັງ ເລຂາທີ 1 ພ້ອມດ້ວຍຄະນະ ເຊິ່ງຈຸດປະສົງແມ່ນມາພົບປະ ແລະສໍາພາດ ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນນາມທີ່ເປັນອະດີດນັກສຶກສາ ທີ່ໄດ້ຮັບທຶນຈາກລັດຖະບານອົດສະຕຣາລີ ແລະແລກປ່ຽນແຜນການຮ່ວມມືໃນອະນາຄົດ.

ໃນພິທີພົບປະຄັ້ງນີ້ ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ໄດ້ກ່າວຕ້ອນຮັບການມາຢ້ຽມຢາມຂອງສະຖານທູດອົດສະຕຣາລີດ້ວຍຄວາມອົບອຸ່ນ ພ້ອມທັງລາຍງານສະພາບລວມ, ທີ່ຕັ້ງ ແລະພາລະບົດບາດ ຂອງ ສມປຊ ໂດຍຫຍໍ້; ໃນໂອກາດນີ້້ ທ່ານ ປທ ສົນທະຍາ ເທບນຸຮັກ ຮອງຫົວໜ້າຫ້ອງການ ໄດ້ຕາງໜ້າຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສະເໜີແຜນການຮ່ວມມືໂດຍລວມໃນຕໍ່ໜ້າ ໂດຍສະເພາະວຽກງານພັດທະນະບຸກຄະລາກອນ, ການເຝິກອົບຮົມໃນຫົວຂໍ້ຕ່າງໆ, ການຄົ້ນຄວ້າວິທະຍາສາດຮ່ວມກັນໃນຫົວຂໍ້ທີ່ສອງຝ່າຍມີຄວາມສົນໃຈນໍາກັນ ແລະວຽກງານພັດທະນາຫຼັກສູດການຮຽນ-ການສອນ ແລະອື່ນໆ. ຜ່ານການແລກປ່ຽນຄໍາຄິດຄໍາເຫັນ, ທັງສອງຝ່າຍຈະນໍາໄປພິຈາລະນາ ແລະນໍາສະເໜີຕໍ່ຂັ້ນເທິງເພື່ອຄົ້ນຄວ້າໃນການດໍາເນີນແຜນການໃນຕໍ່ໜ້າ ໃຫ້ຖືກຕ້ອງຕາມລະບຽບຫຼັກການ.

ຂ່າວ: ປທ ນ. ອາໄລ ພາລິໃບ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ