ໃນວັນທີ 21/10/2022 ຄະນະນັກສຶກສາທິດສະດີການເມືອງ ແລະການປົກຄອງລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ່ XXXI ໄປທັດສະນະສຶກສາ ໂດຍພາຍໃຕ້ການນໍາພາຂອງ ທ່ານ ປອ. ນ. ໄກສອນ ຈັນສີນາ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ມີຄູປະຈໍາຫ້ອງ 1 ທ່ານຄື: ທ່ານ ປທ. ນວນແສງ ຄໍາມີໄຊ ຮອງຫົວໜ້າພະແນກຄຸ້ມຄອງລະບົບບໍາລຸງ ພ້ອມດ້ວຍນັກສຶກສາຈໍານວນທັງໝົດ​ 57, ຍິງ​ 12 ທ່ານ ທີ່ໄປທັດສະນະສຶກສາຄັ້ງນີ້ມີຢູ່ 2 ແຫ່ງຄື: ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ແລະເຂດເສດຖະກິດພິເສດນະຄອນຫຼວງວຽງຈັນໂດຍສະເພາະແມ່ນເຂດພັດທະນາກວມລວມໄຊເຊດຖາ.        

ໃນພາກເຊົ້າໄດ້ໄປທັດສະນະສຶກສາຢູ່ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເພື່ອເປັນການທົບທວນຫວນຄືນປະຫວັດສາດເວົ້າລວມ, ເວົ້າສະເພາະແມ່ນຊີວິດ ແລະການເຄື່ອນໄຫວ ຂອງ ປະທານ ໄກສອນ ພົມວິຫານ ຕໍ່ການປະຕິວັດດ້ວຍຄວາມສະຫຼາດສ່ອງໃສສາມາດຍາດໄດ້ຜົນງານຫຼາຍຢ່າງ ເຮັດໃຫ້ປະເທດຊາດ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ.

         ນອກນັ້ນ, ຍັງເປັນການເຮັດໃຫ້ນັກສຶກສາທິດສະດີຊັ້ນສູງໄດ້ຮູ້ເຖິງຄວາມອາດສາມາດໃນການຕໍ່ສູ້ຕ້ານພວກລ່າເມືອງຂື້ນ, ເຊິ່ງໃນນີ້ ໄດ້ເຮັດໃຫ້ນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດຄວາມເປັນມາການເຕີບໃຫຍ່ຂະຫຍາຍຕົວ ຂອງ ປະທານ ໄກສອນ ພົມວິຫານ ໃນແຕ່ລະໄລຍະ ໂດຍຜ່ານແປວໄຟ ຂອງການປະຕິວັດຕໍ່ສູ້ກູ້ຊາດ ແລະປົກປັກຮັກສາ ການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະຍັງເຮັດໃຫ້ນັກສຶກສາໄດ້ເຂົ້າໃຈທິດສະດີແນວຄິດ ໄກສອນ ພົມວິຫານ ເພີ່ມຂື້ນ.

         ໃນພາກບ່າຍຂອງວັນດຽວກັນ, ນັກສຶກສາທິດສະດີການເມືອງ ແລະການປົກຄອງລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ່ XXXI ໄດ້ທັດສະນະສຶກສາ ຢູ່ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໃຫ້ກຽດຕ້ອນຮັບໂດຍ:  ທ່ານ ລັດສະໝີ ສູນດາລາ, ຜູ້ປະຈຳການໜ່ວຍບໍລິການເຂດພັດທະນາກວມລວມໄຊເຊດຖາ, ຫົວໜ້າຂະແໜງແຮງງານ ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ. ທ່ານໄດ້ໃຫ້ກຽດລາຍງານໂດຍສັງເຂບກ່ຽວກັບສະພາບການຄຸ້ມຄອງບໍລິຫານ ແລະພັດທະນາເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ.

ນະຄອນຫຼວງວຽງຈັນ ປະກອບມີເຂດເສດຖະກິດພິເສດ 05 ແຫ່ງທີ່ຂຶ້ນກັບການບໍລິຫານຄຸ້ມຄອງຕາມກົນໄກບໍລິການປະຕູດຽວຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະເຂດໂລຈິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງມີເນື້ອທີ່ທັງໝົດຕາມສັນຍາສໍາປະທານ 2.360 ເຮັກຕາ ໄລຍະຜ່ານມາ ຄຂສພ.ນວ ໄດ້ສຸມໃສ່ການບໍລິຫານຄຸ້ມຄອງຕາມກົນໄກ, ນິຕິກຳຂອງເຂດເສດຖະກິດພິເສດ ຊຶ່ງໄດ້ເຮັດໃຫ້ການພັດທະນາມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະເພາະແມ່ນການດຶງດູດການລົງທຶນ, ການພັດທະນາພຶ້ນຖານໂຄງລ່າງ, ການສ້າງວຽກເຮັດງານທຳ, ການຖ່າຍທອດເຕັກໂນໂລຊີ, ການປະກອບສ່ວນພັນທະເຂົ້າງົບປະມານຂອງລັດ, ການຜະລິດສິນຄ້າທົດແທນການນຳເຂົ້າ ແລະອື່ນໆ.

ປັດຈຸບັນ 05 ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໄດ້ມີບໍລິສັດທີ່ເຂົ້າມາຈົດທະບຽນລົງທຶນທັງໝົດ 168 ບໍລິສັດ, ມີທຶນຈົດທະບຽນ 775 ລ້ານໂດລາສະຫະລັດ, ແຜນລົງທຶນທັງໝົດປະມານ 4,1 ຕື້ໂດລາສະຫະລັດ ແລະມີມູນຄ່າການລົງທຶນຕົວຈິງ 2,8 ຕື້ໂດລາສະຫະລັດ ສາມາດປະຕິບັດພັນທະໃຫ້ແກ່ລັດຖະບານໄດ້ທັງໝົດ 222 ຕື້ກີບ; ສ້າງວຽກເຮັດງານທໍາໄດ້ 6,238 ຄົນ, ແຮງງານລາວ 4,978 ຄົນ ແລະແຮງງານຕ່າງປະເທດ 1,260 ຄົນ; ການນຳເຂົ້າ-ສົ່ງອອກ ມີມູນຄ່າ  3,5 ຕື້ໂດລາສະຫະລັດ, ໃນນັ້ນການສົ່ງອອກມີມູນຄ່າ 240 ລ້ານໂດລາສະຫະລັດ, ຜະລິດຕະພັນສິນຄ້າທີ່ບັນດາໂຮງງານພາຍໃນເຂດເສດຖະກິດພິເສດສາມາດຜະ ລິດໄດ້ ເຊັ່ນ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ອຸປະກອນການແພດ, ຢາປິ່ນປົວພະຍາດ, ອຸປະກອນແສງສະຫວ່າງ, ຫົວອາຫານສັດ, ນ້ຳມັນເຊື້ອໄຟ, ອາຫານສຳເລັດຮູບ, ເຄື່ອງດື່ມ ແລະອື່ນໆ.

ການພັດທະນາເຂດພັດທະນາກວມລວມໄຊເຊດຖາເປັນເຂດໜຶ່ງ ໃນຈໍານວນ 05 ເຂດ ຂອງນະຄອນຫຼວງວຽງຈັນ, ຮູບແບບການພັດທະນາແບບກວມລວມຄົບວົງຈອນ ຊຶ່ງປະກອບດ້ວຍເຂດອຸດສາຫະກໍາ, ເຂດການຄ້າ-ການບໍລິການ, ສູນກາງການຂົນສົ່ງ ແລະອຶ່ນໆ. ເຂດນີ້ຖືກສ້າງຂຶ້ນໃນປີ 2010 ບົນພື້ນຖານຂອບສັນຍາວ່າດ້ວຍການໃຫ້ທຶນເພື່ອສ້າງສະໜາມກິລາຊີເກມ 2009 ລະ ຫວ່າງ ລັດຖະບານ ສ ປປລາວ ກັບລັດຖະບານ ສປຈີນ ທັງເປັນເຂດຮ່ວມມື ລະຫວ່າງ 2 ລັດຖະບານ ໂດຍມອບໃຫ້ນະຄອນຫຼວງວຽງຈັນເປັນຕົວແທນລັດຖະບານ ສປປລາວ ຖືຫຸ້ນ 25% ແລະແຂວງຢຸນໜານ ສປຈີນ ຖືຮຸ້ນ 75% ຮ່ວມກັນພັດທະນາໃນເນື້ອທີ່ 1.000 ເຮັກຕາ ປັດຈຸບັນເຂດພັດທະນາກວມລວມໄຊເຊດຖາ ມີບໍລິສັດເຂົ້າມາລົງທຶນຈໍານວນ 105 ບໍລິສັດ, ມີແຮງງານພາຍໃນເຂດທັງໝົດ 3,948 ຄົນ, ແຮງງານລາວ 3,748 ຄົນ, ແຮງງານຕ່າງປະເທດ 164 ຄົນ, ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນອຸປະກອນຊິ້ນສ່ວນເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ອຸປະກອນການແພດ, ຢາປົວພະຍາດ, ອຸປະກອນແສງສະຫວ່າງ, ຫົວອາຫານສັດ, ນໍ້າມັນເຊື້ອໄຟ, ອາຫານສໍາເລັດຮູບ, ຜະລິດຕະພັນຊີ້ນງົວ ແລະອື່ນໆ.

ຂ່າວ/ພາບ: ນ. ລີປ່າເອ້ຍ ບົວປາວ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ