ໂດຍປະຕິບັດຕາມ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 298/ຄປພຂ, ລົງວັນທີ 14/10/2022 ວ່າດ້ວຍການອະນຸມັດເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ  ສຳລັບຄະນະພັກ, ອົງການປົກຄອງບ້ານ ຫຼັກສູດສະເພາະ 10 ວັນ ຮຸ່ນທີ II ເມືອງແປກ ສົກປີ 2022, ອີງຕາມ ຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ວ່າດ້ວຍການຮັບຮອງ ແລະອະນຸມັດນຳໃຊ້ຫຼັກສູດ ແລະນຳໃຊ້ຄູ່ມືເຝິກອົບຮົມທິດສະດີການເມືອງ ແລະການປົກຄອງ ສຳລັບຄະນະພັກ, ນາຍບ້ານ ສະບັບເລກທີ 938/ສມປຊ, ລົງວັນທີ 17 ຕຸລາ 2017.

ໃນຕອນເຊົ້າຂອງ ວັນທີ 18 ຕຸລາ 2022 ເວລາ 8 ໂມງ 00 ນາທີ ທີ່ສະໂມສອນໂຮງຮຽນການເມືອງ ແລະການປົກຄອງແຂວງ ຊຽງຂວາງ ໄດ້ຈັດພິທີ ເປີດຊຸດເຝິກອົບຮົມ ທິດສະດີການເມືອງ ແລະການປົກຄອງ  ສຳລັບຄະນະພັກ, ອົງການປົກຄອງບ້ານ ຫຼັກສູດສະເພາະ 10 ວັນ ຮຸ່ນທີ II ເມືອງແປກ ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ແຂວງຊຽງຂວາງ ຜູ້ຊີ້ນຳວຽກພັກພະນັກງານ, ມີທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ ອຳນວຍການໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ, ມີ ທ່ານ ກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ ເຈົ້າເມືອງເມືອງແປກ ແລະແຂກຮັບເຊີນໂດຍມີ ບັນດາຫ້ອງການອ້ອມຂ້າງເມືອງ, ແລະແຂວງ. ໃນພິທີດັ່ງກ່າວມີຜູ້ເຂົ້າຮ່ວມທັງໝົດ 120 ກວ່າທ່ານ.  

ໃນພິທີ ໄດ້ຜ່ານມະຕິຕົກລົງຂອງ ຄະນະປະຈຳພັກແຂວງ ວ່າດ້ວຍການເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະການປົກຄອງ ສຳລັບຄະນະພັກ, ອົງການປົກຄອງບ້ານ ຫຼັກສູດສະເພາະ 10 ວັນ ຮຸ່ນທີ II ເມືອງແປກ ແຂວງຊຽງຂວາງສົກປີ 2022 ຈຳນວນ 96 ຄົນ, ຍິງ 17 ຄົນ, ໃນພິທີດັ່ງກ່າວ ທ່ານ ຄໍາຜຸຍ ໂນລາ ກຳມະການພັກແຂວງ ອຳນວຍການໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ໄດ້ຜ່ານໂຄງການຫຼັກສູດ ການຮຽນ-ການສອນ ໃນນັ້ນ, ໂຄງການຫຼັກສູດແມ່ນມີ 3 ກຸ່ມວິຊາຮຽນຄື: 01: ທິດທາງລວມ ປະກອບມີ 04 ບົດ ແລະ 01 ຫົວຂໍ້ (ລວມ 05 ບົດ), ກຸ່ມວິຊາຮຽນທີ 02: ວຽກງານພັກ ປະກອບມີ 07 ບົດ, ກຸ່ມວິຊາຮຽນທີ 03: ວຽກງານບໍລິຫານ ແລະການປົກຄອງ ປະກອບມີ 08 ບົດ,​ ລວມວິຊາຮຽນທັງໝົດ ມີ 20 ຫົວຂໍ້ (20 ບົດ), ກຽມເປີດ ແລະສະຫຼຸບປິດຊຸດເຝິກອົບຮົມ 01 ວັນ, ໄປທັດສະນະສຶກສາໃຊ້ເວລາ 01 ວັນ ແລະພິທີດັ່ງກ່າວຍັງໃດ້ຟັງຄຳໂອ້ລົມຂອງທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງຊຽງຂວາງ ຜູ້ຊີ້ນຳວຽກພັກພະນັກງານ ທີ່ໄດ້ໂອ້ລົມ ຕໍ່ຄະນະພັກ, ອົງການປົກຄອງບ້ານວ່າ : ຂໍຊົມເຊີຍ ບັນດາສະຫາຍທີ່ຖືກຄັດເລືອກມາຮຽນໃນຊຸດນີ້ ແມ່ນການຕັດສິນໃຈສູງ ຂອງການນຳພາເມືອງ, ທີ່ເຫັນໄດ້ຕໍ່ຄວາມສຳຄັນຕໍ່ການກໍ່ສ້າງ ຄະນະພັກ, ອົງການປົກຄອງບ້ານ ໃນການມາເຂົ້າຮຽນໃນຄັ້ງນີ້ເພາະເຫັນວ່າພວກສະຫາຍແມ່ນພາກສ່ວນໜຶ່ງທີ່ເປັນກຳລັງສຳຄັນໃນການພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະແມ່ນພວກສະຫາຍເຮັດໜ້າທີ່ໃນການຄຸ້ມຄອງພົນລະເມືອງ ເປັນຜູ້ສຶກສາອົບຮົມ ບໍລິຫານວຽກງານຂັ້ນບ້ານ, ດັ່ງນັ້ນຈຶ່ງມີຄວາມຈຳເປັນຢ່າງຍີ່ງ ທີ່ພວກສະຫາຍຈຶ່ງຕ້ອງເຂົ້າໃຈ ຕໍ່ແນວທາງຂອງພັກ-ລັດເພາະວ່າການບຳລຸງ ແລະກໍ່ສ້າງພະນັກງານຂັ້ນບ້ານແມ່ນແນໃສ່ການນຳເອົາທິດສະດີ ມາກ-ເລນິນ, ແນວຄິດ ໄກສອນພົມວິຫານ ແລະມະຕິຕ່າງໆ ຂອງພັກ, ນະໂຍບາຍຂອງລັດ ໄປຈັດຕັ້ງຜັນຂະຫຍາຍໃນທ້ອງຖິ່ນຂອງຕົນເອງໃຫ້ປະກົດຜົນເປັນຈິງ.

ຊຶ່ງເປັນຄຳໂອ້ລົມຂອງທ່ານແມ່ນເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຜູ້ເຝິກອົບຮົມໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ-ລັດໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ແລະພິທີເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະການປົກຄອງ ສຳລັບຄະນະພັກ ແລະອົງການປົກຄອງບ້ານ ຫຼັກສູດສະເພາະ 10 ວັນ ຮຸ່ນທີ II ເມືອງແປກສົກປີ 2022 ແລະພິທີເປີດກໍໄດ້ສິນສຸດລົງໃນຕອນເຊົ້າຂອງ ວັນທີ 18 ຕຸລາ 2022 ຢ່າງຈົບງາມ.

ພາບ-ຂ່າວ ຄອນສະຫວັນ ສຸວັນດີ ໂຮງຮຽນການມືອງ ແລະການປົກຄອງ ແຂວງຊຽງຂວາງ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ