ໃນຕອນເຊົ້າ ຂອງ​ວັນ​ທີ 26 ກັນຍາ 2022, ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​​ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງລະບົບ 45 ວັນ, ຊຸດທີ XXIV ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນ​ກະຊວງ, ໃນພິທີ ໃຫ້ກຽດເປັນຄະນະປະທານ ກ່າວເປີດ ທ່ານ ສີລິພອນ ອິນທິລາດ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

         ຊຸດອົບຮົມຄັ້ງນີ້ມີສຳມະນາກອນ 33 ສະຫາຍ, ທີ່ມາຈາກບັນດາຫ້ອງການ, ກົມກອງສະຖາບັນພະແນກ ຍທຂ ນະຄອນຫຼວງວຽງຈັນ ແລະລັດວິສາຫະກິດອ້ອມຂ້າງກະຊວງ ຍທຂ ເຂົ້າຮ່ວມເຝິກອົບຮົມ ຊຶ່ງຈະໄດ້ຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະການປົກຄອງ, ຄົ້ນຄ້ວາຮ່ຳຮຽນທິດສະດີມາກ-ເລນິນ, ແນວທາງການປ່ຽນ ແປງໃໝ່ຂອງພັກໃນແຕ່ລະໄລຍະ, ການ​ເຝິກ​ອົບ​ຮົມຄັ້ງ​ນີ້ ແມ່ນແນ່​ໃສ່ເພື່ອໃຫ້ພະນັກງານນຳພາ-ຄຸ້ມຄອງ, ພະນັກງານສືບທອດກໍຄືສະມາຊິກພັກ, ພະນັກງານຫຼັກແຫຼ່ງ ມີວິທີການເຮັດວຽກທີ່ຖືກຕ້ອງ ແລະຮູ້ໝູນໃຊ້ ບັນດາບົດຮຽນດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນ. ສໍາລັບວິທະຍາກອນແມ່ນຄູ-ອາຈານ ພາຍໃນ ສມປຊ.

         ນອກນັ້ນ, ຫຼັກສູດທິດສະດີການເມືອງ ແລະການປົກຄອງປະກອບມີ 5 ວິຊາພາກສ່ວນໃຫຍ່ ແລະມີບົດຮຽນ39 ບົດເຊັ່ນ: ພາກວິຊາປັດຊະຍາ8 ບົດ, ພາກວິຊາເສດຖະສາດການເມືອງ10 ບົດພາກວິຊາລັດທິສັງຄົມນິຍົມວິທະຍາ ສາດ 8 ບົດ, ພາກວິຊາບໍລິຫານສາດ 8 ບົດ ແລະພາກວິຊາກໍ່ສ້າງພັກ 5 ບົດ.

ຂ່າວ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ