ການຈັດຕັ້ງຫຼັກສູດການຮຽນ-ການສອນ ໃນສົກຮຽນ 2021-2022 ​ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເລີ່ມຕົ້ນຂຶ້ນໃນໄລຍະກາງເດືອນສິງຫາ 2021 ເຊິ່ງຢູ່ໃນຊ່ວງໄລຍະທີ່ພົບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນ ຜົນກະທົບຈາກໄພພິບັດທໍາມະຊາດ ແລະການລະບາດຂອງພະຍາດໂຄວິດ 19 (COVID-19) ທີ່ແຜ່ຂະຫຍາຍເປັນວົງກວ້າງໃນທົ່ວໂລກ ແລະພາກພື້ນ ກໍຄືຢູ່ໃນປະເທດເຮົາ ແລະມີການຂັດແຍ່ງຜົນປະໂຫຍດດ້ານເສດຖະກິດ ລະຫວ່າງ ບັນດາປະເທດມະຫາອໍານາດເຊິ່ງສົ່ງຜົນກະທົບທາງດ້ານເສດຖະກິດ-ການເງິນ ເຊັ່ນ: ລາຄານໍ້າມັນ,  ຄ່າເງິນຕາ, ເຄື່ອງອຸປະໂພກ-ບໍລິໂພກມີການເໜັງຕີງສູງຂຶ້ນເລື້ອຍໆ; ຜົນກະທົບຈາກໄພພິບັດທໍາມະຊາດ ແລະການລະບາດຂອງພະຍາດCOVID 19 ທີ່ແຜ່ຂະຫຍາຍເປັນວົງກວ້າງໃນທົ່ວໂລກ ແລະພາກພື້ນ ກໍຄືຢູ່ໃນປະເທດເຮົາ, ເຊິ່ງບັນຫາຕ່າງໆນີ້ ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດແຜນງົບປະມານ ຂອງລັດທີ່ພົວພັນເຖິງການຈັດຕັ້ງປະຕິບັດແຜນພັດທະນາສະຖາບັນ ຂອງພວກເຮົາ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນການຮຽນ-ການສອນໃນສົກຮຽນ 2021-2022 ພົບຄວາມຫຍຸ້ງຍາກພໍສົມຄວນ.

ສະນັ້ນ, ສມປຊ ຈຶ່ງໄດ້ຈັດພິທີສະຫຼຸບຕໍ່ກັບວຽກງານຫຼັກສູດການຮຽນ-ການສອນຂຶ້ນໃນວັນທີ 19-20 ກັນຍາ 2022 ທີ່ສະໂມສອນ ສມປຊ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຄະນະພັກ, ຕາງໜ້າຄະນະຫ້ອງການ. ກົມ, ຄະນະຕ່າງໆ, ສູນຕ່າງໆ ຕະຫຼອດຮອດ ຄູ-ອາຈານສິດສອນ.

         ໃນພິທີໄດ້ຮັບຟັງ ທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ຜ່ານບົດສະຫຼຸບລາຍງານຊຶ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນວ່າ: ປັດຈຸບັນ, ຄູປະຈໍາຊັ້ນ-ປະຈໍາຫ້ອງມີທັງໝົດ 42 ທ່ານ, ຍິງ16 ທ່ານ. ໃນນັ້ນຄູປະຈໍາຊັ້ນ (ແຕ່ລະຮຸ່ນ) ລວມມີ 16 ທ່ານ, ຍິງ 5 ທ່ານ; ຄູປະຈໍາຫ້ອງ 26 ທ່ານ, ຍິງ 11 ທ່ານ, ການຈັດຕັ້ງເຄື່ອນໄຫວ ຂອງຄູປະຈໍາຫ້ອງ ແມ່ນເຮັດໜ້າທີ່ເປັນເສນາທິການຊ່ວຍວຽກງານການຮຽນ-ການສອນ, ເປັນໃຈກາງການປະສານງານ, ຕິດຕາມ, ກວດກາ ການເຄື່ອນໄຫວຂອງນັກສຶກສາຮອບດ້ານ ພາຍໃນຫ້ອງຂອງຕົນຮັບຜິດຊອບ, ແລ້ວສະຫຼຸບຕີລາຄາ, ສ່ອງແສງລາຍງານໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ແລະສະຖາບັນ.

         ການຈັດຕັ້ງການຮຽນ ຂອງນັກສຶກສາທຸກລະບົບຮຽນພາຍໃນ ສມປຊ ແມ່ນໄດ້ຈັດຕັ້ງເປັນແຕ່ລະຮຸ່ນ, ແຕ່ລະຫ້ອງ ເຊິ່ງລວມທັງໝົດມີ 8 ຮຸ່ນ, ລວມມີ 20 ຫ້ອງ ຄື: ຊັ້ນສູງເລັ່ງລັດ 5 ເດືອນໃນສົກຮຽນ 1 ປະກອບມີ 2 ຮຸ່ນ, ມີ 2 ຫ້ອງ; ຊັ້ນອະນຸປະລິນຍາ ມີ 1 ຮຸ່ນ, ມີ 1 ຫ້ອງ; ຊັ້ນປະລິນຍາຕີ ມີ 2 ຮຸ່ນ (ຮຸ່ນໜຶ່ງມີ 2 ຫ້ອງ ຄື: ຫ້ອງ ກ ແລະ​ຫ້ອງ ຂ) ລວມມີ 4 ຫ້ອງ ແລະລົງເລິກສາຂາ ມີ 7 ຫ້ອງ; ຊັ້ນປະລິນຍາໂທ ມີ 2 ຮຸ່ນ, ມີ 3 ຫ້ອງ ແລະລົງເລິກສາຂາມີ 6 ຫ້ອງ.

ສຳລັບການສ້າງ ແລະພັດທະນາຫຼັກສູດລະບົບບໍາລຸງໄດ້ສໍາເລັດການຮັບຮອງຫຼັກສູດ 3 ຂັ້ນ (ຂັ້ນຕົ້ນ,ຂັ້ນກາງ ແລະຂັ້ນສູງ);ສໍາເລັດການຮ່າງຫຼັກສູດເຝິກອົບຮົມໄລຍະ 10 ວັນໃຫ້ແກ່ຄະນະປະຈໍາ, ກໍາມະການພັກແຂວງ, ຄະນະພັກກະຊວງ ແລະອົງການຂັ້ນສູນກາງ, ສໍາເລັດການຮ່າງຫຼັກສູດເຝິກອົບຮົມໄລຍະ 10 ວັນໃຫ້ແກ່ເລຂາການນໍາ ແລະຄູການເມືອງ 3 ເດືອນໃຫ້ສະຖາບັນ ແລະໂຮງຮຽນແຂວງ ຄຽງຄູ່ກັບການສ້າງ ແລະພັດທະນາຫຼັກສູດລະບົບກໍ່ສ້າງສໍາເລັດການສ້າງ ແລະປັບປຸງຫຼັກສູດປະລິນຍາໂທ 7 ສາຂາ. ໃນນັ້ນມີ: ສາຂາລັດທິສັງຄົມນິຍົມວິທະຍາສາດ (ສ້າງໃໝ່), ສາຂາກໍ່ສ້າງພັກ, ສາຂາປັດຊະຍາ, ສາຂາການປົກຄອງ, ສາຂາເສດຖະສາດການເມືອງ, ສາຂາຄຸ້ມຄອງເສດຖະກິດ, ສາຂາການເມືອງວິທະຍາ. ປັດຈຸບັນກໍາລັງດໍາເນີນສ້າງຫຼັກສູດປະລິນຍາເອກ 4 ສາຂາວິຊາ (ສາຂາ ກໍ່ສ້າງພັກ, ສາຂາເສດຖະສາດການເມືອງ, ສາຂາການປົກຄອງ ແລະສາຂາປັດຊະຍາ) ໄດ້ 70% ຄາດວ່າຈະສໍາເລັດໃນທ້າຍປີ 2022.

         ນອກນັ້ນ, ການພັດທະນາປຶ້ມຕໍາລາຮຽນຮັບໃຊ້ການຮຽນ-ການສອນຈໍານວນ 41 ວິຊາ. ໃນນັ້ນ ຮັບໃຊ້ຫຼັກສູດຂັ້ນຕົ້ນລວມມີ 8 ວິຊາ (ສໍາເລັດ 5 ວິຊາ), ຂັ້ນກາງມີ 16 ວິຊາ (ສໍາເລັດ 7 ວິຊາ), ຂັ້ນສູງມີ 23 ວິຊາ (ສໍາເລັດ 9 ວິຊາ) ແລະປຶ້ມຄົ້ນຄວ້າທົ່ວໄປມີ 10 ວິຊາຈໍານວນ 9.000 ຫົວ; ປຶ້ມຮັບໃຊ້ຊັ້ນປະລິນຍາໂທ 10 ວິຊາຈໍານວນ 3.000 ຫົວວຽກງານການຄົ້ນຄວ້າວິທະຍາສາດໄດ້ສຳເລັດການຮັບຮອງ ແລະແຕ່ງຕັ້ງຜູ້ຂຽນບົດວິທະຍາສາດ ຫົວຂໍ້: ພັດທະນາເສດຖະກິດກະສິກຳ ຢູ່ປະເທດເຮົາ; ສໍາເລັດການເປີດກອງປະຊຸມສໍາມະນາວິທະຍາສາດກັບ3 ພາກສ່ວນ ຄື: ຫົວຂໍ້: ພັດທະນາການທ່ອງທ່ຽວຕາມທິດຍືນຍົງ ຢູ່ບັນດາແຂວງພາກເໜືອຈັດຢູ່ແຂວງຫຼວງພະບາງ ມີຈໍານວນ 12 ຫົວຂໍ້ຍ່ອຍ.ໃນສົກຮຽນ 2021-2022 ພະນັກງານ, ຄູ-ອາຈານ ສາມາດຈັດຕັ້ງປະຕິບັດຊົ່ວໂມງຂຶ້ນຫ້ອງສອນ, ສໍາມະນາ, ແກ້ຂໍ້ຂ້ອງໃຈ, ສອບເສັງ ແລະປ້ອງກັນບົດໄດ້ທັງໝົດ 19.766 ຊົ່ວໂມງ, ທຽບໃສ່ສົກປີຜ່ານມາເພີ່ມຂຶ້ນ1.084 ຊົ່ວໂມງເທົ່າກັບ 5,48% (ສົກຮຽນຜ່ານມາສາມາດປະຕິບັດໄດ້ 18.682 ຊົ່ວໂມງ).

         ທ່ານ ປທ ແສງແກ້ວ ວົງລຳພັນ ຍັງໃຫ້ຮູ້ວ່າ: ສຳລັບທິດທາງແຜນການສົກປີ 2022-2023 ແມ່ນສືບຕໍ່ສູ້ຊົນສ້າງ ແລະພັດທະນາຫຼັກສູດການຮຽນ-ການສອນ, ຂຽນປຶ້ມຕໍາລາຮັບໃຊ້ການຮຽນ-ການສອນ ເປັນຕົ້ນແມ່ນປຶ້ມຮັບໃຊ້ຫຼັກສູດ 3 ຂັ້ນ ທີ່ຍັງເຫຼືອຈໍານວນ 26 ຫົວໃຫ້ສໍາເລັດ ແລະປຶ້ມຮັບໃຊ້ຫຼັກສູດປະລິນຍາໂທໃຫ້ສໍາເລັດຕາມແຜນການທີ່ວາງໄວ້ຄຽງຄູ່ກັບການຄົ້ນຄວ້າວິທະຍາສາດ ແລະຂຽນບົດລົງວາລະສານແລ້ວ ຍັງໄດ້ຈັດຕັ້ງສຳມະນາວິທະຍາສາດຮ່ວມກັບ ສປ ຈີນ ໃນຫົວຂໍ້: ເສັ້ນທາງຫັນເປັນທັນສະໄໝຂອງບັນດາປະເທດພວມພັດທະນາ.

         ຈັດຕັ້ງແຜນການຮຽນ-ການສອນລະບົບບໍາລຸງເຝິກອົບຮົມ 10 ວັນໃຫ້ເລຂາພັກເມືອງ ແລະລະບົບບໍາລຸງຕາມຫົວຂໍ້ສະເພາະທີ່ຍັງເຫຼືອໃຫ້​ສໍາເລັດຕາມແຜນການທີ່ວາງໄວ້ເປັນຕົ້ນລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ 31, ຈັດຕັ້ງເຝິກ ອົບຮົມຄູການເມືອງ 3 ເດືອນ ແລະຈັດຕັ້ງຊຸດຮຽນທິດສະດີ 3 ຂັ້ນໃຫ້ໄດ້ 3 ຊຸດຕໍ່ປີ.

ນອກນັ້ນ, ໃນພິທີຍັງໄດ້ຮັບຟັງການເລົ່າມູນເຊື້ອສະຫະພັນນັກຮົບເກົ່າ ອີກດ້ວຍ

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ