ໃນລະຫວ່າງວັນທີ 11-16 ກັນຍາ 2022, ຄະນະຜູ້ເເທນ ຂອງສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດ ນໍາໂດຍສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດລາວ ພ້ອມດ້ວຍຄະນະ 9 ທ່ານ ໄດ້ເຂົ້າພົບປະຢ້ຽມຢາມ ເເລະເຮັດວຽກ ຢູ່ສະຖາບັນການເມືອງເເຫ່ງຊາດໂຮ່ຈີມິນ.

ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ສຈ.ປອ ຫງວຽນ ຊວນ ຖັງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າສະຖາບັນການເມືອງເເຫ່ງຊາດໂຮ່ຈີມິນ ພ້ອມດ້ວຍຄະນະ ໃນນັ້ນປະກອບມີສະຫາຍ ຮສ.ປອ ຫງວຽນ ຢຸຍ ບັກ ຮອງຫົວໜ້າສະຖາບັນການເມືອງເເຫ່ງຊາດ ໂຮ່ຈີມິນ ເເລະຕາງໜ້າການນໍາຫ້ອງການ, ກົມ ເເລະ ບັນດາອະນຸສະຖາບັນ ທີ່ຂື້ນກັບສະຖາບັນການເມືອງເເຫ່ງຊາດໂຮ່ຈີມິນ ກໍ່ໃຫ້ກຽດເຂົ້າຮ່ວມ.

ໃນບົດຄໍາເຫັນກ່າວຕ້ອນຮັບ ຂອງສະຫາຍ ສຈ.ປອ ຫງວຽນ ຊວນ ຖັງ ໄດ້ຢັ້ງຢືນວ່າ: ການ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະການ​ຮ່ວມ​ມື​ຮອບດ້ານລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ໂດຍເເມ່ນປະທານ​ໂຮ່ຈີ​ມິນ ຜູ້ນໍາທີ່ຍິ່ງໃຫ່ຍ ​ແລະ ປະທານ​ ໄກສອນ ພົມວິຫານ ເປັນຜູ້ກໍ່ສ້າງຂື້ນ ​ເຊິ່ງ​ໃນນັ້ນແມ່ນ​ຊັບ​ສິນ​ລວມອັນ​ລ້ຳ​ຄ່າ ຂອງປະຊາຊົນ​ສອງ​ຊາດ ເເລະໄດ້​ຮັບ​ການ​ສືບ​ທອດ​ກັນມາສູ່ເເຕ່ລະຮຸ່ນຄົນ. ຕໍ່ກັບ​ພາລະບົດບາດ, ໜ້າ​ທີ່​ສະຖາບັນການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ແລະສະຖາບັນການ​ເມືອງ​ ເເລະ ການປົກຄອງແຫ່ງ​ຊາດ​ລາວ ເເມ່ນຍັງມີ​ພາລະກິດ​ອັນໜັກໜ່ວງທີ່ຈະປະກອບສ່ວນ​ເຂົ້າໃນການປົກ​ປັກ​ຮັກສາ, ບຳລຸງ​ສ້າງ ​ແລະສືບ​ຕໍ່​ເສີມຂະຫຍາຍການ​ພົວພັນ​ສາມັກຄີ​ແບບ​ພິ​ເສດລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ບໍລິສຸດ​ຜ່ອງໃສ, ໝັ້ນຄົງ​ທະນົງເເກ່ນຊົ່ວກາລະນານ.

ໃນພິທີຢ້ຽມຂໍ່ານັບອັນມີຄວາມໝາຍນີ້, ສະຫາຍ ປອ. ດາວ​ສະຫວັນ ເຄືອ​ມີ​ໄຊ ​ໄດ້ນໍາເອົາການຢ້ຽມຢາມຖາມຂ່າວ ເເລະຄໍາອອຍພອນໄຊອັນປະເສີດ ຈາກສະຫາຍ ຮສ. ພູວົງ ອຸ່ນຄໍາເເສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຖິງສະຫາຍ ສຈ.ປອ ຫງວຽນ ຊວນ ຖັງ ພ້ອມດ້ວຍຄະນະພັກ, ຄະນະນໍາ ທົ່ວສະຖາບັນການເມືອງເເຫ່ງຊາດ ໂຮ່ຈີມິນ ຈົ່ງມີສຸຂະພາບເຂັ້ມເເຂງ, ປະສົບຜົນສໍາເລັດໃນໜ້າທີ່ການງານ; ຂໍ​ອວຍ​ພອນ​ໃຫ້​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ຖາ​ບັນ, ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ, ຫວຽດ​ນາມ-ລາວ, ຈົ່ງໝັ້ນຄົງທະນົງເເກ່ນຕະຫຼອດໄປ.

ຫຼັງຈາກນັ້ນ ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ເເລະເຮັດວຽກກັບຄະນະພັກ, ຄະນະນໍາສະຖາບັນການເມືອງເເຫ່ງຊາດ ໂຮ່ຈີມິນ ໂດຍການຕ້ອນຮັບ ຂອງສະຫາຍ ຮສ.ປອ ຫງວຽນ ຢຸຍ ບັກ ຊຶ່ງໃນພິທີດັ່ງກ່າວ, ຄະນະຜູ້ເເທນທັງສອງຝ່າຍ ໄດ້ປຶກສາ​ຫາລື​ກ່ຽວກັບຫຼາຍບັນຫາ ເຊິ່ງສາມາດສະຫຼຸບໄດ້ບາງບັນຫາທີ່ສໍາຄັນດັ່ງນີ້:

1). ເເລກປ່ຽນບົດຮຽນກ່ຽວກັບການສ້າງຫຼັກສູດຝຶກອົບຮົມທິດສະດີການເມືອງຂັ້ນສູງລະຫວ່າງ ຫວຽດນາມ-ລາວ.

2). ເເລກປ່ຽນບົດຮຽນກ່ຽວກັບເເຜນການຮ່ວມມືລະຫວ່າງສອງສະຖາບັນ.

3). ເເລກປ່ຽນບົດຮຽນກ່ຽວກັບການກະກຽມໂຄງການການເມືອງຂອງພັກ.

4). ເເລກປ່ຽນບົດຮຽນກ່ຽວກັບການຂຸດຄົ້ນ ເເລະ ສໍາເນົາເອກະສານ, ເກັບກໍາຂໍ້ມູນກ່ຽວກັບປະທານ ໄກສອນ ພົມວິຫານ.

5). ເເລກປ່ຽນບົດຮຽນກ່ຽວກັບການກະກຽມສ້າງນິພົນຄົບຊຸດ.

ພ້ອມນັ້ນ, ຄະນະ​ຜູ້​ແທນ​ ສມປຊ ໄດ້ສືບຕໍ່ ​ເຮັດ​ວຽກ​ກັບ​ອະນຸສະຖາບັນຂໍ້ມູນຂ່າວສານວິທະຍາສາດ, ອະນຸສະຖາບັນໂຮ່ຈີມິນ ເເລະບັນດາຜູ້ນໍາຂອງພັກ, ສຳນັກ​ພິມ​ຈໍາໜ່າຍການ​ເມືອງ​ແຫ່ງ​ຊາດສື້ເຖິດ, ​ຫໍພິພິທະ​ພັນ ​ໂຮ່ຈີ​ມິນ; ກ່ຽວ​ກັບ​ວຽກ​ງານການ​ຂຸດ​ຄົ້ນ, ສໍາເນົາ ​ແລະ ເກັບກຳເອກະສານກ່ຽວກັບປະທານ ໄກສອນ ພົມວິຫານ; ນອກຈາກນັ້ນຍັງໄດ້ເຂົ້າ​ພົບ​ປະ​ແລກປ່ຽນ​ກິລາ, ວັນນະຄະດີ​ກັບ​ສະຖາບັນດິດ​ວິທະຍາສາດ​ສັງຄົມຫວຽດນາມ, ບໍລິສັດ VNPT ​ແລະໄປ​ທັດສະນະ, ເຮັດ​ວຽກ​ຢູ່ ເເຂວງກວາງ​ນິງ…

ຂ່າວ: ປໍ່ຈົວຊົ່ງ ຈົງເຍ້ຍ
ຮູບພາບ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ບັນນາທິການ: ປທ ບຸນປັນ ສຸມຸນທອງ