ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່; ທັງເປັນການສຶກສາອົບຮົມ, ການຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນອັນພິລະອາດຫານ ແລະນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປາຖະກະຖາ ການເຄື່ອນໄຫວຂອງປະທານ ສຸພານຸວົງ ໃນໂອກາດວັນຄ້າຍວັນເກີດຄົບຮອບ 113 ປີ (13/7/1909-13/7/2022) ໃນຕອນເຊົ້າຂອງວັນທີ 4ກໍລະ ກົດນີ້. ເປັນກຽດປາຖະກະຖາໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ພັກ, ຫົວໜ້າ ສມປຊ, ມີຄະນະພັກ, ຄະນະນໍາ ສມປຊ, ຫ້ອງການ, ກົມ, ຄະນະຕ່າງ, ສູນຕ່າງໆ ແລະພະນັກງານ, ຄູ-ອາຈານເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ຫວນຄືນຊີວິດການເຄື່ອນໄຫວ ແລະຜົນງານທີ່ພົ້ນເດັ່ນຂອງ ປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ປະທານ ສຸພານຸວົງ ໄດ້ເຂົ້າສຶກສາຊັ້ນປະຖົມຢູ່ຫຼວງພະບາງ, ຊັ້ນມັດທະຍົມຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະສຶກສາຕໍ່ລະດັບປະລິນຍາຕີ ສາຂາວິສະວະກຳກໍ່ສ້າງ ແລະຂົວທາງ ຢູ່ນະຄອນຫຼວງປາຣີດ ປະ ເທດຝລັ່ງ, ໄດ້ເຂົ້າຮ່ວມກັບບັນດາຂະບວນການຕໍ່ສູ້ຢ່າງພິລະອາດຫານຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່. ປະທານ ສຸພານຸວົງ ແມ່ນເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນຍາມໃດກໍໄດ້ຍົກສູງສະຕິເປັນເຈົ້າຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ; ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະມີນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດ, ເພື່ອປະຊາຊົນ; ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ, ທ່ານໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ແລະຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ.

ນອກນັ້ນໃນພິທີ, ທ່ານ ຮສ ພູວົງ ອຸ່ນຄຳແສນ ຍັງໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ IV ສະໄໝທີ XI ຊຶ່ງເນື້ອໃນໄດ້ກ່າວເຖິງຜົນສຳເລັດ, ຕີລາຄາການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ, ຄັ້ງທີ 9 ໂດຍລົງເລິກຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະແຜນເງິນຕາ ໃນຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ປຶກສາຫາລື ແລະໃຫ້ທິດຊີ້ນໍາຕໍ່ບັນຫາຍຸດທະສາດສຳຄັນຈໍານວນໜຶ່ງຂອງພັກ, ຂອງຊາດ ເພື່ອສ້າງຄວາມເປັນເອກະພາບ ແລະໃຫ້ທິດຊີ້ນໍາຕໍ່ການສືບຕໍ່ປັບປຸງ, ຍົກລະດັບບັນດາປະ ຖົມປັດໄຈຂອງການສ້າງຄວາມເຂັ້ມແຂງຂອງລະບອບປະຊາທິປະໄຕ ປະຊາຊົນ ຢູ່ປະເທດເຮົາໃນຊຸມປີຕໍ່ໜ້າກໍຄືໄລຍະຍາວເຊິ່ງຕ້ອງກໍາແໜ້ນກາລະໂອກາດ, ການພັດທະນາທີ່ແທດເໝາະກັບຈຸດພິເສດເງື່ອນໄຂຂອງປະເທດເຮົາ ໂດຍສືບຕໍ່ປັບປຸງ ແລະຍົກລະດັບຂີດຄວາມສາມາດໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍຖືເອົາບັນດາຂະແໜງການ ທີ່່ເປັນທ່າແຮງບົ່ມຊ້ອນໃຫ້ເປັນປາຍແຫຼມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ, ສ້າງຊັບພະຍາກອນມະນຸດ, ສ້າງຜູ້ປະກອບການຜະລິດ-ທຸລະກິດ ແລະບໍລິການໃຫ້ມີຄຸນນະພາບ ແລະມີຈຳນວນເພີ່ມຂຶ້ນກາຍ ເປັນກໍາລັງຂັບເຄື່ອນທີ່ແຂງແຮງສົມຄູ່ກັບການພັດທະນາ, ມີຄວາມສາມາດແກ່ງແຍ່ງແຂ່ງ ຂັນໃນພາກພື້ນ ແລະສາກົນ.

ໃນຕອນແລງຂອງວັນດຽວກັນ, ສະຖາບັນການເມືອງ ແລະການຜົກຄອງແຫ່ງຊາດ ໄດ້ເຜີຍແຜ່ຮ່າງເອກະສານສຳຄັນກ່ຽວກັບລະບຽບທີ່ດິນ-ເຮືອນພັກຂອງລັດ, ການນໍຳໃຊ້ພາຫະນະຂອງ ສມປຊ, ລະບຽບການນໍາໃຊ້ນ້ໍາ, ໄຟຟ້າ ແລະເຄື່ອງໃຊ້ຫ້ອງການ….ທັງນີ້ກໍ່ເພື່ອສ້າງຄວາມເປັນເອກະພາບພາຍໃນຂອງ ສມປຊ ໃຫ້ມີຫຼັກການ, ລະບຽບການ ແລະຂໍ້ກໍານົດໃນການຊົມໃຊ້.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ