ໃນຕອນແລງຂອງ ວັນທີ 12 ກໍລະກົດ 2022 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຂອງ 3 ອົງການຈັດຕັ້ງມະຫາຊົນປະຈໍາປີ 2021 ແລະທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ປະຈໍາປີ 2022. ໂດຍການເປັນປະທານຂອງ ທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ທ່ານ ນ. ຈັນທະສອນ ພູນສຸກ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງຊຽງຂວາງ ພ້ອມດ້ວຍ ພະນັກງານ, ຄູ-ອາຈານ ແລະນັກສຶກສາລະບົບກໍ່ສ້າງຊັ້ນກາງ ຮຸ່ນທີ XVIII ຈຳນວນ 80 ກວ່າທ່ານເຂົ້າຮ່ວມ.

      ໃນພິທີດັ່ງກ່າວ ທ່ານ ສອນເພັດ ອຸທິໄຊ ຄະນະຈັດຕັ້ງພິທີ ກໍ່ໄດ້ຜ່ານເອກະສານແນະນຳ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ, ເອກະສານແນະນໍາກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງແຂວງ ຊຽງຂວາງ, ແລະເອກະສານແນະນໍາການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ. ໃນນັ້ນ ທ່ານ ພິມພາ ເພັງພົງເພັດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຂອງ 3 ອົງການຈັດຕັ້ງມະຫາຊົນໄດ້ດັ່ງນີ້:

ກຳມະບານ 5 ເປັນເຈົ້າ                                                                               

1. ເປັນເຈົ້າການຝຶກຝົນຫຼໍ່ຫຼອມ ທາງດ້ານການເມືອງ – ແນວຄິດ (ຂໍ້ແຂ່ງຂັນນີ້ປະຕິບັດໄດ້ 95%)

2. ເປັນເຈົ້າການປະຕິບັດກົດໝາຍແລະລະບຽບການຂອງລັດ (ຂໍ້ແຂ່ງຂັນນີ້ປະຕິບັດໄດ້ 93%)

3. ເປັນເຈົ້າການພັດທະນາຕົນເອງ ແລະການຈັດຕັ້ງ (ຂໍ້ແຂ່ງຂັນນີ້ປະຕິບັດໄດ້ 98%)

4. ເປັນເຈົ້າປົກປ້ອງສິດ ແລະຜົນປະໂຫຍດ ອັນຊອບທຳ, (ຂໍ້ແຂ່ງຂັນນີ້ປະຕິບັດໄດ້ 95%)

5.​ ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ (ຂໍ້ແຂ່ງຂັນນີ້ປະຕິບັດໄດ້ 97%),  
– ຂໍ້ແຂ່ງຂັນ ແມ່ຍິງ 3 ດີ ມີດັ່ງນີ້:

1. ພົນລະເມືອງດີສາມາດຄັດເລືອກໄດ້ພົນລະເມືອງດີ 29 ສະຫາຍ ກວມ 100% ຂອງຜູ້ເຂົ້າຮ່ວມ ແຂ່ງຂັນ ທັງໝົດ.

2. ພັດທະນາດີ ສາມາດຄັດເລືອກໄດ້ສະມາຊິກແມ່ຍິງພັດທະນາດີໄດ້ 29 ສະຫາຍ ກວມ 100% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ.

3. ສ້າງຄອບຄົວດີ ສາມາດຄັດເລືອກໄດ້ສະມາຊິກແມ່ຍິງພັດທະນາດີໄດ້ 29 ສະຫາຍ ກວມ 100% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ.

      ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໜ່ວຍແມ່ຍິງໂຮງຮຽນສາມາດຄັດເລືອກຜົນງານໄດ້ດັ່ງນີ້:

      – ຮາກຖານແມ່ຍິງ 3 ດີ ຈໍານວນ 1 ຮາກຖານ.

      – ສະມາຊິກແມ່ຍິງ 3 ດີ ຈໍານວນ 29 ສະຫາຍ.

– ຂໍ້ແຂ່ງຂັນໜ່ວຍຮາກຖານ 4 ບຸກ ຂອງຊາວໜຸ່ມ                                                   

1. ບຸກທາງດ້ານແນວຄິດ (ຜ່ານການຈັດຕັ້ງປະຕິບັດ ສາມາດຕີລາຄາໄດ້ 93,2 % ລື່ນຄາດໝາຍ 0,2%),

2. ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ (ມາດຖານນີ້ຕີລາຄາໄດ້ 92,2% ລື່ນຄາດໝາຍ 0,2%),

3. ດ້ານວຽກງານການຈັດຕັ້ງ (ມາດຖານນີ້ຕີລາຄາໄດ້ 92.2% ລື່ນຄາດໝາຍ 0,2%),

4. ດ້ານວິຊາອາຊີບ ແລະສ້າງວຽກເຮັດງານທໍາ (ມາດຖານນີ້ຕີລາຄາໄດ້. 93.1 % ລື່ນຄາດໝາຍ 0,1%).

      ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານຊາວໜຸ່ມໂຮງຮຽນ ສາມາດຄັດເລືອກຜົນງານ ໄດ້ດັ່ງນີ້:

– ໜ່ວຍຊາວໜຸ່ 4 ບຸກ ຈໍານວນ 1 ໜ່ວຍ.

– ສະມາຊິກຊາວໜຸ່ມ 4 ບຸກ ຈໍານວນ 29 ສະຫາຍ,ຍິງ 15 ສະຫາຍ.

         ແຜນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຂອງ 3 ອົງການຈັດຕັ້ງມະຫາຊົນ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ປະຈໍາປີ 2022, ຄາດໝາຍສູ້ຊົນ ປະຕິບັດເນື້ອໃນຂໍ້ແຂ່ງຂັນ, ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງຮາກຖານກໍາມະບານ.

      1. ເປັນເຈົ້າຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ – ແນວຄິດ: ສູ້ຊົນປະຕິບັດ ໃຫ້ໄດ້ 95% ຂຶ້ນໄປ.

      2. ເປັນເຈົ້າການປະຕິບັດກົດໝາຍ ແລະລະບຽບການຂອງລັດ: ສູ້ຊົນປະຕິບັດໃຫ້ໄດ້ 93% ຂຶ້ນໄປ.

      3. ເປັນເຈົ້າການພັດທະນາຕົນເອງ ແລະການຈັດຕັ້ງ: ສູ້ຊົນປະຕິບັດ ໃຫ້ໄດ້ 94% ຂຶ້ນໄປ.

      4. ເປັນເຈົ້າການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ: ສູ້ຊົນປະຕິບັດ ໃຫ້ໄດ້ 95% ຂຶ້ນໄປ.

      5. ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ: ສູ້ຊົນປະຕິບັດ ໃຫ້ໄດ້ 91% ຂຶ້ນໄປ.

      ຂໍ້ແຂ່ງຂັນທີ່ໄດ້ວາງເປົ້ໝາຍໄວ້ນັ້ນ, ຄະນະ 3 ອົງການຈັດຕັ້ງມະຫາຊົນ ໄດ້ຂຶ້ນຈັບມືແຂ່ງຂັນເປັນຂະບວນຢ່າງຕັ້ງໜ້າ

      ໃນພິທີດັ່ງກ່າວຍັງໄດ້ຟັງຄຳໂອ້ລົມຂອງທ່ານ ນ ຈັນທະສອນ ພູນສຸກ ຊຶ່ງທ່ານໄດ້ກ່າວວ່າ: ຜ່ານການປະຕິບັດຂໍ້ແຂ່ງຂັນຂອງ 3 ອົງການຈັດຕັ້ງມະຫາຊົນ ແມ່ນເຫັນດີເປັນເອກະພາບ ແລະເນັ້້ນໜັກວ່າ: ຄືບັນດາສະຫາຍໄດ້ຈັດຕັ້ງປະຕິບັດຜ່ານມານັ້ນ 3 ອົງການຈັດຕັ້ງມະຫາຊົນນັ້ນເປັນເສນາທິການ ໃຫ້ແກ່ຄະນະພັກ, ໝາຍຄວາມວ່າ: ຖ້າພັກຢາກເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນເອງ ຕ້ອງແມ່ນບັນດາອົງການຈັດຕັ້ງນີ້ເປັນຜູ້ທີ່ສະໜັບສະໜູນ, ເປັນຜູ້ທີ່ຈັດຕັ້ງປະຕິບັດເປັນບ່ອນອອກແຜນໃຫ້ ແກ່ພັກໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ສະນັ້ນຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ເຮົານີ້ເປັນບ່ອນໜຶ່ງ ທີ່ສຳຄັນຍິ່ງໃນການສ້າງມະຫາຊົນ, ໃນການສ້າງພະນັກງານຜູ້ທີ່ເປັນພະນັກງານສືືບທອດໃຫ້ແກ່ບັນດາເມືອງ, ພະແນກການ, ກົມກອງຂອງແຂວງ, ບັນດາຄະນະພັກ, ບັນດາເມືອງນັບທັງພະແນກການຂອງແຂວງກົມກອງຂອງບັນດາທ້ອງຖິ່ນລ້ວນແລ້ວຈົບແຕ່ໂຮງຮຽນການເມືອງ ແລະ ການປົກຄອງຂອງແຂວງ, ຈົບຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະນັ້ນ, ຂ້າພະເຈົ້າຢ້ຳຕື່ມວ່າຖ້າໂຮງຮຽນການເມືອງ ແລະ ການປົກຄອງ ເຂັ້ມແຂງນຳພາ 3 ອົງການຈັດຕັ້ງມະຫາຊົນ ເຮັດລ້ອນໜ້າທີ່ມັນກໍ່ຈະກ້າວໄປເຖິງຜູ້ທີ່ມາຮຽນ ຢູ່ທີ່ນີ້ກໍ່ລ້ວນແລ້ວແຕ່ຢູ່ໃນ 3 ອົງການຈັດຕັ້ງມະຫາຊົນອອກຈາກທີ່ນີ້ໄປ ກໍ່ໄປປະກອບສ່ວນໜ້າທີ່ພັກ-ລັດມີຄວາມຕ້ອງການ, ຄວາມຮູ້ຄວາມສາມາດໃນການປະກອບໃສ່ໃນໜ້າທີ່ ສະນັ້ນ, ຂ້າພະເຈົ້າຈຶ່ງເວົ້າໄດ້ວ່າຄວາມສຳຄັນຂອງ 3 ອົງກາານຈັດຕັ້ງມະຫາຊົນນີ້ຮຽກຮ້ອງໃຫ້ສະມາຊິກ 3 ອົງການນີ້ຕ້ອງມີຄວາມຮັບຜິດຊອບໃນຂໍ້ແຂ່ງຂັນຂອງຕົນເອງ, ບາງສະຫາຍຜູ້ດຽວກໍ່ຕ້ອງໄດ້ເຮັດທັງ 3 ໜ້າທີ່ ແມ່ຍິງແດ່, ຊາວໜຸ່ມແດ່,​ ກຳມະບານແດ່ ຍິ່ງຕ້ອງມີຄວາມຮັບຜິດຊອບສູງ, ສະນັ້ນ ຈິ່ງຮຽກຮ້ອງໃຫ້ຄະນະປະທານ, ສະມາຊິກໃນກອງປະຊຸມນີ້ຈົ່ງພ້ອມໃຈກັນໃຫ້ເຮັດລ້ອນໜ້າທີ່ຕາມການມອບໝາຍໃຫ້ມີຜົນສຳເລັດ.

ຂ່າວ/ພາບ: ຄອນສະວັນ ສຸວັນດີ. ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ