ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນທີ 20 ກໍລະກົດ ຄົບຮອບ 67 ປີ (20 ກໍລະກົດ1955-20 ກໍລະກົດ 2022) ຢູ່ທີ່ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ໃຫ້ເປັນຂະບວນຝົດຟື້ນ, ເປັນກຽດເຂົ້າຮ່ວມໃນພິທີໂດຍ:  ທ່ານ ປອ ນ. ລໍາພູນ ດວນສຸວັນ ຮອງຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ, ມີບັນດາສະມາຊິກແມ່ຍິງແຕ່ລະໜ່ວຍຮາກຖານ ຕະຫຼອດຮອດສະມາຊິກແມ່ຍິງເສດຖະກິດຄອບຄົວເຂົ້າຮ່ວມ 50 ກວ່າທ່ານ, ການເຕັ້ນລີລາ-ລີລາດລາວປະຍຸກ ແລະເຕັ້ນແອໂລບິກ ພາຍໃຕ້ການນຳພາເຕັ້ນຂອງທ່ານ ປອ ນ. ດາວອນ ບຸດທະນຸວົງ ຫົວໜ້າພາກວິຊາລັດທິສັງຄົມນິຍົມວິທະຍາສາ (ຄູສອນເຕັ້ນ).

ຈັດກິດຈະກໍາເຕັ້ນລີລາ-ລີລາດລາວປະຍຸກ ແລະເຕັ້ນແອໂລບິກ ແມ່ນເປັນກິດຈະກຳໜຶ່ງເທີ່ເປັນການອອກກໍາລັງ ສ້າງສຸຂະພາບ ຂອງເອື້ອຍນ້ອງແມ່ຍິງໃຫ້ເຂັ້ມແຂງ ແລະມີຈິດໃຈເບີກບານມ່ວນຊື່ນ ແລະເພື່ອເຮັດໃຫ້ງານສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 2022 ນີ້ ເຕັມໄປດ້ວຍຄວາມໝາຍສໍາຄັນ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ