ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳ 6 ເດືອນຕົ້ນປີ, ຜ່ານທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2022 ແລະພິທີເປີດໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄລຍະປີ 2022-2024 ຂຶ້ນໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2022. ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມໂດຍທ່ານ ຮສ ພູວົງ ອຸ່ນຄໍາແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ນອກຈາກນີ້ ຍັງມີບັນດາທ່ານໃນຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ບັນດາທ່ານໃນຄະນະປະຈຳສະພາທິດສະດີສູນກາງພັກ ແລະບັນດານັກວິທະຍາສາດ ພ້ອມດ້ວຍພະນັກງານຄູ-ອາຈານ ພາຍໃນສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານກໍໄດ້ເຂົ້າຮ່ວມ 100 ກວ່າຄົນ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳ 6 ເດືອນຕົ້ນປີ, ຜ່ານທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2022 ແລະ ພິທີເປີດໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄລຍະປີ 2022-2024.

         ໃນພິທີດັ່ງກ່າວ ທ່ານ ປອ ນ ລໍາພູນ ດວນສຸວັນ ຮອງຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມ ວິຫານ ໃນຖານະເປັນເສນາທິການໃຫ້ແກ່ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳ 6 ເດືອນຕົ້ນປີ 2022, ລາຍງານສະພາບການ​ເກັບ​ກຳ​ຂໍ້​ມູນ, ສະພາບການຄົ້ນຄວ້າໃນໄລຍະຜ່ານມາ, ສະ ພາບການຈັດສຳມະນາວິທະຍາສາດທີ່ສຳເລັດແລ້ວ, ​ຄວາມ​ຄືບ​ໜ້າ​ຂອງ​ການກະກຽມ​ສ້າງ​ເປັນ​ຜະລິດ​ຕະພັນຜົນ​ຂອງການ​ຄົ້ນຄວ້າ​ໃນ​ໄລຍະ​ຜ່ານ​ມາ, ​ສະພາບ​ການ​ຮີບ​ໂຮມ, ຕີ​ພິມ​ຄືນ​ເອກະສານ​ທີ່​​ເກັບ​ກຳມາ​ໄດ້,​ ພ້ອມທັງຜ່ານແຜນການ​ກະກຽມ​ສ້າງ​ປຶ້ມນິພົນຄົບ​ຊຸດ ແລະຜ່ານຫົວຂໍ້ຄົ້ນຄວ້າແນວຄິດ ໄກສອນ ພົມວິ ຫານ ປະຈຳປີ 2023.

ໃນກອງປະຊຸມຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນໃສ່ເນື້ອໃນບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ ປະຈໍາ 6 ເດືອນ ທ້າຍປີ 2022, ແຜນການ​ກະກຽມ​ສ້າງ​ປຶ້ມນິພົນຄົບ​ຊຸດ ແລະແຜນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແຕ່ລະຫົວ ຂໍ້ປະຈໍາປີ 2023 ຢ່າງກົງໄປກົງມາ. ພ້ອມກັນນັ້ນ ປະທານກອງປະຊຸມກໍໄດ້ຍ້ອງຍໍຊົມເຊີຍ, ແລະຕີລາຄາສູງຕໍ່ຄວາມຮັບຜິດຊອບ, ຄວາມເອົາໃຈໃສ່ຂອງນັກວິທະຍາສາດ ແລະໄດ້ຕີລາຄາສູງຕໍ່ກັບຜົນສຳເລັດຂອງວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຕະຫຼອດໄລຍະຜ່ານມາ. ເພື່ອເຮັດໃຫ້ການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍຕາມມະຕິຂອງກົມການເມືອງສູນກາງພັກ, ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ໃຫ້ປະກົດຜົນເປັນຈິງ ແລະທ່ານປະທານກອງປະຊຸມໄດ້ມີຄຳເຫັນກ່າວເປີດໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃນໄລຍະ 2022-2024 ຢ່າງເປັນທາງການ ແລະທ່ານໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະພາທິດສະດີສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຄົ້ນຄວ້າວິທະຍາສາດໃຫ້ເລິກເຊິ່ງ, ເຫັນໄດ້ເນື້ອໃນທີ່ເປັນແນວຄິດທິດສະດີ, ພຶດຕິກໍາ ຂອງປະທານ ໄກສອນ ພົມວິຫານ ແລະ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງພັກ-ລັດແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ຈົ່ງພ້ອມກັນເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືແກ່ການຄົ້ນຄວ້າດັ່ງກ່າວຢ່າງມີຜົນສຳເລັດເປັນກ້າວໆ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາເຄິ່ງມື້ ແລະປິດລົງດ້ວຍຜົນສໍາເລັດອັນຈົບງາມໃນເວລາ 12 ໂມງ 00 ຂອງວັນດັ່ງກ່າວ.

ຂ່າວ: ລຳສີ ຄຳມະນີໂຄດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ