ໃນຕອນແລງວັນທີ 8 ກໍລະກົດ 2022, ສະພາວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງໄດ້ມອບຄວາມຮັບຜິດຊອບໃຫ້ແກ່ຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ຮັບຜິດຊອບຄົ້ນຄວ້າ ຫົວຂໍ້: ພັດທະນາເສດຖະກິດກະສິກຳ ຢູ່ປະເທດເຮົາ, ເຊິ່ງປະກອບມີ 13 ຫົວຂໍ້ຍ່ອຍ. ໃຫ້ກຽດເປັນປະທານກອງປະຊຸມໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີບັນດາທ່ານຫົວໜ້າກົມ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຫ້ອງການ, ຫົວໜ້າຄະນະຕ່າງໆ ແລະຜູ້ສັງເກດຕີລາຄາບົດວິທະຍາສາດ ພ້ອມດ້ວຍບັນດາພະນັກງານ, ຄູ-ອາຈານໃນຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ກໍໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ພະນັກງານ, ຄູ-ອາຈານ ໃນຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ໄດ້ຜ່ານຫົວຂໍ້ຍ່ອຍ 13 ຫົວຂໍ້ຍ່ອຍ ຊຶ່ງໃນຫົວຂໍ້ດັ່ງກ່າວນີ້ແມ່ນໄດ້ຕິດພັນກັບການພັດທະນາເສດຖະກິດກະສິກຳ ຢູ່ປະເທດເຮົາທີ່ເປັນຫົວຂໍ້ທີ່ກ່ຽວພັນດ້ານພະລັງງານ, ດ້ານອາຫານ, ດ້ານການເມືອງ ແລະວິກິດການດ້ານເສດຖະກິດຕ່າງໆ, ດັ່ງນັ້ນ, ເພື່ອເປັນການສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ, ດ້ານອາຫານ ແລະ ອື່ນໆ ຈຶ່ງໄດ້ສຸມກຳລັງພັດທະນາ ແລະປະຕິຮູບແນວທາງນະໂຍບາຍ, ຍຸດທະສາດ, ພື້ນຖານໂຄງລ່າງທີ່ອຳນວຍຄວາມສະດວກທາງດ້ານກະສິກຳ ຈຶ່ງໄດ້ເລືອກເອົາຫົວຂໍ້ດັ່ງກ່າວໃນການສຳມະນາ, ຄຽງຄູ່ກັບການນຳເອົາຂົງເຂດກະສິກຳເປັນອົງປະກອບໜຶ່ງທີ່ສຳຄັນພື້ນຖານເປັນເສດຖະກິດແຫ່ງຊາດ ແລະການພັດທະນາສ້າງສາປະເທດຊາດ ເພື່ອນໍາພາປະເທດຊາດບັນລຸໄດ້ເປົ້າໝາຍຂອງຍຸທະສາດການເຕີບໂຕສີຂຽວ ແລະເປົ້າໝາຍການພັດທະນາທີ່ຍືນຍົງ.

ເພື່ອເປັນທິດທາງໃນການນຳສະເໜີ ແລະປະກອບຄຳເຫັນໃສ່ຮ່າງການຄົ້ນຄວ້າວິທະຍາສາດແຕ່ລະຫົວຂໍ້ໃຫ້ຖືກຕ້ອງສອດຄ່ອງກັບຫຼັກວິທະຍາສາດ, ມີເນື້ອໃນຄົບຖ້ວນສົມບູນ ແລະສາມາດບັນລຸຕາມຈຸດປະສົງເປົ້າໝາຍທີ່ກໍານົດໄວ້, ກອງປະຊຸມໄດ້ເປີດກວ້າງການສະແດງຄວາມຄິດຄວາມເຫັນ ຕໍ່ກັບຫົວຂໍ້ໂຄງຮ່າງບົດສຳມະນາວິທະຍາສາດເພື່ອເປັນຂໍ້ມູນ ແລະຈຸດປັບປຸງບາງດ້ານ.

ພ້ອມກັນນັ້ນ, ທ່ານ ຮສ ພູວົງ ອຸ່ນຄຳແສນ ມີຄຳເຫັນ ແລະໃຫ້ທິດຊີ້ນຳຕໍ່ກັບໂຄງຮ່າງບົດສຳມະນາວິທະຍາສາດວ່າ: ສະພາວິທະຍາສາດຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດປຶກສາຫາລືຄືນກ່ຽວກັບຫົວຂໍ້ໃຫ້ມີລັກສະນະຍຸດທະສາດ, ບັນດາຫົວຂໍ້ຍ່ອຍອາດໂຮມເຂົ້າເປັນອັນດຽວກັນ, ດ້ານໂຄງສ້າງຂອງບົດກໍໃຫ້ປຶກສາກັນຄືນເພື່ອຮັບປະກັນໃຫ້ເນື້ອໃນເພື່ອຕອບສະໜອງຄວາມຕ້ອງການຕົວຈິງຂອງສັງຄົມ.

ຂ່າວ/ພາບ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ