ເພື່ອເປັນການຢັ້ງຢືນຜົນສຳເລັດການຊີ້ນໍາ-ນໍາພາຂອງພັກ, ບົດຮຽນອັນດີທີ່ຄວນເສີມຂະຫຍາຍ ແລະບາງບັນຫາທີ່ກົດໜ່ວງທ່ວງດຶງທີ່ຕ້ອງໄດ້ຊອກວິທີແກ້ໄຂ, ສະພາທິດສະດີສູນກາງພັກຈິ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າຫົວຂໍ້: ການຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ໂດຍເລີ່ມຄົ້ນຄວ້າແຕ່ເດືອນກໍລະກົດປີ 2021 ເປັນຕົ້ນມາ, ມາຮອດເດືອນມີຖຸນາ 2022 ສະພາທິດສະດີສູນກາງພັກຈຶ່ງໄດ້ອອກຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ບັນດາຄະນະປະຈຳສະພາທິດສະດີສູນກາງພັກລົງເລິກ ກ່ຽວກັບການປັບປຸງເນື້ອໃນບົດຄົ້ນຄວ້າດັ່ງກ່າວໂດຍມອບຄວາມຮັບຜິດຊອບໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ ສົມທົບກັນລົງເລິກການປັບປຸງເນື້ອໃນພາກທິດສະດີ.

ດັ່ງນັ້ນ, ໃນວັນທີ 8 ກໍລະກົດ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມປຶກສາຫາລື ຫົວຂໍ້ລົງເລິກເຊິ່ງໃຫ້ກຽດເປັນປະທານກອງປະຊຸມໂດຍ:  ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີບັນດາທ່ານສະມາຊິກນັກວິທະຍາສາດ ສມປຊ ແລະສະພາທິດສະດີສູນກາງພັກ ແລະຫ້ອງການຄຸ້ມຄອງວິທະຍາສາດສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ ກໍໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ຮັບຟັງການສະເໜີຫົວຂໍ້ຍ່ອຍ 4 ຫົວຂໍ້ຄື: 1). ທິດສະດີມາກ-ເລນິນກ່ຽວກັບລັດທິສັງຄົມນິຍົມ, 2). ເເນວຄິດ ໄກສອນ ພົມວິຫານ ກ່ຽວກັບລັດທິສັງຄົມນິຍົມ, 3). ຄຸນລັກສະນະສັງຄົມນິຍົມຂອງລາວ, 4). ບົດຮຽນການສ້າງສັງຄົມນິຍົມ ຢູ່ສສ ຫວຽດນາມ ເເລະສປ ຈີນ.

ຊື່ງທັງ 4 ຫົວຂໍ້ໄດ້ສ່ອງແສງໃຫ້ເຫັນຄວາມໝາຍຄວາມສຳຄັນໃນຫຼາຍດ້ານ ເນື່ອງຈາກວ່າເປັນຫົວຂໍ້ຄົ້ນຄວ້າທາງທິດສະດີ ແລະສະຫຼຸບພຶດຕິກຳໃນການປັບປຸງ ແລະກໍ່ສ້າງພັກເຮົາໃຫ້ເຂັ້ມແຂງທາງດ້ານສະຕິປັນຍາ ແລະຄວາມສາມາດນຳພາໃນທົ່ວສັງຄົມກໍຄື: ຄຸນຜົນປະໂຫຍດຂອງການຄົ້ນຄວ້າຫົວຂໍ້ດັ່ງກ່າວ ແມ່ນເພື່ອສ້າງເປັນບ່ອນອີງທາງດ້ານທິດສະດີວິທະຍາສາດ ແລະພຶດຕິກຳໃຫ້ແກ່ການກຳນົດທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກເຮົາໃນເງື່ອນໄຂໃໝ່ ແລະເປັນພື້ນຖານໃຫ້ແກ່ການຮ່າງໂຄງການການເມືອງຂອງພັກເຮົາ ໂດຍ​ຍົກ​ໃຫ້​ເຫັນພື້ນ​ຖານ​ທິດ​ສະ​ດີ ແລະ​ພຶດ​ຕິ​ກຳ​, ຂະ​ບວນ​ວິ​ວັດ​ແຫ່ງ​ການ​ກຳ​ເນີດ ແລະ​ສ້າງ​ບັນ​ດາປະຖົມ​ປັດ​ໄຈ ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ, ນອກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ມີຄໍາຖາມແລກປ່ຽນໃນບາງບັນຫາທີ່ຍັງບໍ່ທັນຈະ​ແຈ້ງ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຕໍ່ຫົວຂໍ້ໃນການຄົ້ນຄວ້າດັ່ງກ່າວ, ພ້ອມທັງໄດ້ຊີ້ນຳການປະກອບຄຳເຫັນໃຫ້ມີລັກສະນະວິທະຍາສາດ ເພື່ອຮັບໃຊ້ໃຫ້ແກ່ການປັບປຸງເນື້ອໃນບົດຄົ້ນຄວ້າໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ແລະສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.

ທ່ານ ຮສ ພູວົງ ອຸ່ນຄຳແສນ ປະທານກອງປະຊຸມໄດ້ໃຫ້ທິດຊີ້ນຳຕໍ່ກັບກອງປະຊຸມ ໃຫ້ລົງເລິກໃນການສັງລວມດ້ານເນື້ອໃນຄໍາເຫັນຕ່າງໆໃນການປັບປຸງ ແລະບັນນາທິການເນື້ອໃນເຂົ້າເປັນຮ່າງພ້ອມທັງລາຍງານເພື່ອໃຫ້ທິດຊີ້ນຳຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ