ໃນຕອນແລງວັນທີ 08 ກໍລະກົດ 2022 ຜ່ານມານີ້, ຮາກຖານຊາວໜຸ່ມ ສູນຂໍ້ມູນຂ່າວ ສານການເມືອງ ແລະການປົກຄອງ (ສຂມປ) ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ (ສນຫ) ໄດ້ໄປຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ 4 ບຸກ ກັບຄະນະບໍລິຫານງານຊາວໜຸ່ມ ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ (ສວສສຊ) ຢູ່ຫ້ອງປະຊຸມຊັ້ນ 3 ເຊິ່ງເປັນບ່ອນຈັດກອງປະຊຸມ ຖອດຖອນບົດຮຽນວຽກງານ 4 ບຸກ. ໂດຍການຕ້ອນຮັບ ແລະໂອ້ລົມຂອງ ສະຫາຍ ປທ ນ. ກຽງຄໍາ ກັນຫາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ (ສວສສຊ) ພ້ອມດ້ວຍສະຫາຍ ສົມສຸພາ ໄຊຍະວົງ ຄະນະບໍລິຫານງານຊາວໜຸ່ມ, ຮອງປະທານກວດກາ ສວສສຊ ພ້ອມດ້ວຍສະມາຊິກ 30 ກວ່າສະຫາຍ.

ໃນກອງປະຊຸມແລກປ່ຽນວຽກງານ 4 ບຸກ ທັງສອງຝ່າຍໄດ້ລາຍງານ ແລະໄດ້ນຳສະເໜີກ່ຽວກັບສະພາບລວມຂອງວຽກງານຊາວໜຸ່ມໂດຍຫຍໍ້ ແລະສະເໜີວຽກງານ 4 ບຸກ ເຊິ່ງກັນ ແລະກັນ ເພື່ອເປັນການຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດ ແລະປະເມີນຜົນຂໍ້ແຂ່ງ ຂັນ 4 ບຸກຂອງຊາວໜຸ່ມ ແລະວຽກງານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຊາວໜຸ່ມເປັນຕົ້ນແມ່ນ: ວຽກງານແນວຄິດການເມືອງ, ວຽກງານຄົ້ນຄວ້າວິທະຍາສາດ, ການຕັດຕໍ່ວີດີໂອ, ການເກັບກຳຂໍ້ມູນຂ່າວສານ, ການເກັບສໍາເນົາພາບ-ວີດີໂອຕ່າງໆ ແລະວຽກການຂຽນບົດລົງວາລະສານ. ການແລກປ່ຽນວຽກງານ 4 ບຸກຄັ້ງນີ້ແມ່ນເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ປຸກລະດົມກຳລັງແຮງຂອງຊາວໜຸ່ມຈັດຕັ້ງຜັນຂະຫຍາຍຂະບວນການແຂ່ງຂັນຮັກຊາດ ແລະພັດທະນາໃນໄລຍະໃໝ່ດ້ວຍຂະບວນການ 4 ບຸກຂອງຊາວໜຸ່ມ, ແນໃສ່ເສີມຂະຫຍາຍດ້ານຕັ້ງໜ້າ ແລະແກ້ໄຂຂໍ້ຄົງຄ້າງເພື່ອຍົກສູງຄຸນນະພາບການຈັດຕັ້ງຊາວໜຸ່ມໃນແຕ່ລະຂັ້ນໃຫ້ໜັກແໜ້ນທາງດ້ານອຸດົມການ,ແນວຄິດ ແລະເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນທີ່ມີວິທະຍາສາດກາຍເປັນໃຈກາງເຕົ້າໂຮມກຳລັງແຮງສັງລວມ ແລະຄວາມສາມັກຄີຂອງຊາວໜຸ່ມໃຫ້ກາຍເປັນຜູ້ສືບທອດທີ່ມີຄຸນນະພາບຂອງການປະຕິວັດ.

ນອກຈາກນີ້, ທັງສອງຝ່າຍ ໄດ້ປຶກສາຫາລື, ແລກປ່ຽນບົດຮຽນ, ສອບຖາມ ແລະເຈາະຈິ້ມບາງບັນຫາທີ່ລົງເລິກໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຢ່າງກົງໄປກົງມາ ເຊິ່ງມີບາງຈຸດກອງປະຊຸມໄດ້ສະເໜີໃຫ້ເປັນຫົວຂໍ້ແລກປ່ຽນໃນຕໍ່ໜ້າຂອງທັງສອງຝ່າຍເປັນຕົ້ນແມ່ນ: ວຽກງານວາລະສານ-ຂ່າວສານ ແລະຫໍສະໝຸດ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ