ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສອງສະຖາບັນພວກເຮົາໄລຍະ 2022-2026, ທີ່ໄດ້ເຊັນສັນຍາການຮ່ວມມືໃນວັນທີ 24/03/2022 ທີ່ຜ່ານມາ, ສະນັ້ນ, ໃນຕອນເຊົ້າຂອງວັນທີ 6/7/2022 ເພື່ອກະກຽມການຈັດຕັ້ງປະຕິບັດຕົວຈິງ, ທັງສອງຝ່າຍຈຶ່ງໄດ້ຈັດກອງປະຊຸມປຶກສາຫາລື ແຜນການຮ່ວມມືຂຶ້ນ ເພື່ອປຶກສາຫາລືກ່ຽວກັບບັນດາແຜນການ ແລະກິດຈະກຳການຮ່ວມມືຂອງສອງຝ່າຍໃນປີ 2022, ໂດຍຕາງໜ້າໃຫ້ແກ່ຄະນະຜູ້ແທນຝ່າຍລາວໂດຍ: ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ພ້ອມດ້ວຍຄະນະໄດ້ກ່າວຕ້ອນຮັບ ທ່ານ ປທ ຫງວຽນ ແທງຮ່າ ຫົວໜ້າກົມຮ່ວມມືສາກົນ ສະຖາບັນດິດວິທະຍາສາດສັງຄົມ, ຫົວໜ້າຄະນະຝ່າຍຫວຽດນາມພ້ອມດ້ວຍຄະນະ.

ໃນພິທີທັງສອງຝ່າຍໄດ້ລາຍງານສະພາບລວມ ແລະຜົນສຳເລັດໂດຍຫຍໍ້ ແລະ ສມປຊ ໄດ້ນໍາສະເໜີເນື້ອໃນແລກປ່ຽນຊຶ່ງມີຢູ່ 8 ຫົວຂໍ້ຄື:

1. ວິທີວິທະຍາການຄົ້ນຄວ້າວິທະຍາສາດ.

ການຂຽນບົດວິທະຍານິພົນຂອງພວກເຮົາກໍ່ຍັງຈຳກັດ ແລະ ງົບປະມານໃນການຊຸກຍູ້ສົ່ງເສີມ ວຽກງານນີ້ກໍ່ຈຳກັດ. ສະນັ້ນ, ພວກເຮົາ ຈຶ່ງສະເໜີໃຫ້ເພື່ອນ ຊ່ວຍຕື່ມໃນການຈັດເຝິກອົບຮົມ ວິທີວິທະຍາໃນການຄົ້ນຄວ້າວິທະຍາສາດລົງເລິກທັງຮູບແບບຄຸນນະພາບ ແລະ ປະລິມານ ເພື່ອຍົກ ລະດັບຂອງວຽກງານຄົ້ນຄວ້າວິທະຍາສາດ ໃຫ້ກ້າວສູ່ລະດັບສາກົນເທື່ອລະກ້າວ.

2. ວິທີວິທະຍາໃນການໃຫ້ຄຳປຶກສາດ້ານນະໂຍບາຍ.

ຜ່ານມາພວກເຮົາບໍ່ທັນເຄີຍມີບົດຮຽນໃນວຽກງານນີ້ມາກອ່ນ, ວຽກງານນີ້ກໍ່ເປັນບັນໃໝ່ ຂອງພວກເຮົາ. ພວກເຮົາມີຕ້ອງການຢາກຮຽນຮູ້ ວິທິວິທະຍາໃຫ້ໃນການໃຫ້ຄຳປຶກສາດ້ານນະ ໂຍບາຍໃຫ້ແກ່ພັກ-ລັດ ແລະ ຢາກຮູ້ວິທີວິທະຍາໃນການວິເຄາະນະໂຍບາຍຂອງພັກ-ລັດໃນປະຈຸ ບັນ. ສະນັ້ນ,  ຈຶ່ງສະເໜີເພື່ອນຊ່ວຍໃຫ້ບົດຮຽນດ້ານນີ້ແກ່ພວກເຮົາຕື່ມ.

3. ວິທີວິທະຍາໃນການຂຽນບົດຂ່າວລົງວາລະສານສາກົນ.

ໂດຍຕິດພັນກັບວຽກງານຄົ້ນຄວ້າວິທະຍາສາດ, ການຂຽນບົດຂ່າວລົງວາລະສານສາກົນແມ່ນ ຄວາມຈຳເປັນ ໂດຍສະເພາະແມ່ນພວກເຮົາກຳລັງສ້າງຫຼັກສູດປະລິນຍາເອກໃນ 04 ສາຂາວິຊາ: ປັດຊະຍາ, ເສດຖະສາດການເມືອງ, ກໍ່ສ້າງພັກ ແລະ ສາຂາການປົກຄອງ. ເຊິ່ງພວກເຮົາຄາດຫວັງ ວ່າ ທັງຄູອາຈານ ແລະ ນັກຄົ້ນຄວ້າປະລິນຍາໂທ ແລະ ເອກຂອງພວກເຮົາ ຈະສາມາດລົງບົດ ວາລະສານທີ່ສາກົນຮັບຮອງ ຄືກັບວາລະສານຂອງສະຖາບັນດິດວິທະຍາສາດສັງຄົມ ຫວຽດນາມ. ສະນັ້ນ, ຈຶ່ງສະເໜີເພື່ອນຊ່ວຍເຝິກອົບຮົມວິທີວິທະຍາໃນການຂຽນບົດຂ່າວ ຫຼື ບົດຄວາມລົງ ວາລະສານສາກົນ.

4. ວິທີວິທະຍາໃນການສອນລົງເລິກແຕ່ລະສາຂາວິຊາໃນເງື່ອນໄຂໃໝ່.

ພວກເຮົາກໍ່ຢາກຮຽນຮູ້ວິທີການສິດສອນຂອງແຕ່ລະສາຂາວິຊາ ໃນເງື່ອນໄຂໃໝ່ເປັນແນວ ໃດ ເຊັ່ນ: ເຝິກວິທີການຄົ້ນຄວ້າວິຊາປັດຊະຍາ, ການປົກຄອງ, ກໍ່ສ້າງພັກ, ເສດຖະສາດການເມືອງ, ຄຸ້ມຄອງເສດຖະກິດ….

5. ແລກປ່ຽນວຽກງານຂໍ້ມູນຂ່າວສານ ແລະຫ້ອງສະໝຸດ.

     – ສະເໜີເພື່ອນແລກປ່ຽນຂໍ້ມູນຂ່າວສານທັງແບບອອບລາຍ ແລະ ອອນລາຍ ຢ່າງເປັນກະຕິ, ໂດຍສະເພາະແມ່ນບົດວິທະຍາສາດລົງເລິກໃນແຕ່ລະສາຂາວິຊາ.

     – ສະເໜີເພື່ອນຊ່ວຍຄົ້ນຄວ້າໃນການຊອກຫາແຫຼ່ງທຶນ ແລະສ້າງຫ້ອງສະໝຸດດິຈີຕອນ ຊ່ວຍພວກເຮົາ.

6. ການຍົກສູງຄຸນນະພາບການຮຽນ-ການສອນລະບົບປະລິນຍາໂທ ແລະປະລິນຍາເອກ.

     – ຝຶກອົບຮົມວິທີການສິດສອນແບບໃໝ່ໃຫ້ຄູອາຈານສະຖາບັນ ເພື່ອດຳເນີນການສິດສອນໃຫ້ມີຄຸນນະພາບ.

     – ດຳເນີນການແລກປ່ຽນຊ່ຽວຊານ, ວິຊາການສິດສອນໃນລະດັບປະລິນຍາໂທ ແລະ ລະດັບປະລິນຍາເອກໃນອະນາຄົດ.

7. ພວກເຮົາສະໜັບສະໜູນໃນການຮ່ວມກັນຄົ້ນຄວ້າວິທະຍາສາດ.

ພວກເຮົາສະໜັບສະໜູນສູງໃນການເຂົ້າຮ່ວມຄົ້ນຄວ້າວິທະຍາສາດ 04 ຝ່າຍ ແລະ ສະໜັບສະໜູນກັບແນວຄິດວ່າ ຄວນຮ່ວມກັນຄົ້ນຄວ້າວິທະຍາ ສາດສອງຝ່າຍກັບ ສະຖາບັນດິດວິທະຍາ ສາດສັງຄົມ ທັງຫົວຂໍ້ປົກກະຕິ ແລະ ຫົວຂໍ້ບັງເອີນ.

8. ການກໍ່ສ້າງພະນັກງານ.

ສະເໜີຊ່ວຍປະສານງານພາກສ່ວນທີ່ກ່ຽວຂ້ອງຢູ່ຫວຽດນາມ ເພື່ອຂໍທຶນການສຶກສາ ລັດຖະບານຫວຽດນາມ ເພື່ອໄປຍົກລະດັບວິຊາສະເພາະປະລິນຍາໂທ ແລະ ເອກ ຢູ່ສະຖາບັນດິດ. ຖ້າເປັນໄປໄດ້ໃນປີ 2023 ນີ້ ກໍ່ສະເໜີຂໍທຶນປະລິນຍາໂທ 2 ທຶນ: ສາຂາຈິດຕະສາດ ແລະ ສາຂາວິໄຈຂ່າວ.

         ສັງລວມແລ້ວ, ກອງປະຊຸມປຶກສາຫາລືການຮ່ວມມືໃນຄັ້ງນີ້ ໄດ້ມີການຄົ້ນຄວ້າແລກປ່ຽນຄໍາຄິດຄໍາເຫັນ ແລະໄດ້ເປີດກວ້າງປຶກສາຫາລືທັງ 8 ຫົວຂໍ້ລ້ວນແລ້ວແຕ່ເປັນເນື້ອໃນຈິດໃຈທີ່ ສມປຊ ສະເໜີແລກປ່ຽນຕໍ່ກັບສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ແລະທ່ານ ປທ ຫງວຽນ ແທງຮ່າ ພ້ອມດ້ວຍຄະນະ ກໍ່ໄດ້ຮັບເອົາເນື້ອໃນດັ່ງກ່າວເພື່ອເຂົ້າສູ່ການວາງແຜນເປັນໄລຍະຂອງການຮ່ວມມື. ພ້ອມທັງຕີລາຄາສະພາບພື້ນຖານດ້ານຂໍ້ມູນຂ່າວເປັນຕົ້ນລະບົບບໍລິການຫໍສະໝຸດ, ການສ້າງຫຼັກສູດ ແລະການຂຽນບົດຂ່າວລົງວາລະສານສາກົນເພື່ອແນໃສ່ຍົກສູງຄຸນນະພາບໃຫ້ຮອງຮັບກັບຫຼັກສູດປະລິນຍາເອກທີ່ກຳລັງຈະກໍ່ສ້າງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ