ໃນຕອນເຊົ້າ ຂອງວັນທີ 04 ກໍລະກົດ 2022 ຢູ່ທີ່່ຫ້ອງປະຊຸມໃຫຍ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ຈັດພິທີເປີດການຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງຮຸ່ນທີ XIII ປະຈຳປີ 2022-2023 ໃຫ້ແກ່ພະນັກງານ, ສະມາຊິກພັກພາຍໃນແຂວງ, ໂດຍການເປັນປະທານ ຂອງ ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະເປັນກຽດເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ, ກຳມະການປະຈຳພັກແຂວງ, ປະທານກວດກາພັກ-ອົງການກວດກາລັດແຂວງ, ມີຄະນະໂຮງຮຽນ, ແຂກທີຖືກເຊີນ ພ້ອມດ້ວຍພະນັກງານ,ຄູ-ອາຈານ, ຕະຫຼອດຮອດນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

         ໂດຍປະຕິບັດຕາມຂໍ້ກໍານົດ ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດໃຫ້ໂຮງຮຽນການເມືອງ ແລະການປົກຄອງແຂວງ ແຂວງຫຼວງນໍ້າທາ ເປີດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງຮຸ່ນທີ XIII ຄະນະ​ຈັດ​ຕັ້ງ​ພິທີກໍໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ ຂອງ ສມປຊ ແລະ ຂອງແຂວງວ່າດ້ວຍການອະນຸມັດ ເປີດການຮຽນ-ການສອນ. ຈາກ​ນັ້ນ, ທ່ານ ປທ ສິງ​ໄຊ ວັນ​ຄຳ ກຳມະການ​ພັກ​ແຂວງ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງ​ແຂວງ ​ໄດ້​ຂຶ້ນ​ກ່າວ​ເປີດ​ຊຸດ​ຮຽນຢ່າງ​ເປັນ​ທາງ​ການ. ທ່ານ ປທ ​ແສງ ​ເຊືອຍສົມບັດ ຫົວໜ້າ​ວິຊາ​ການໄດ້​ຂຶ້ນ​ຜ່ານທິດທາງ​ແຜນການ​ຮຽນ-ການ​ສອນ​ທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງຢ່າງເປັນທາງການ ແລະກໍ​ແມ່ນ​​ຄວາມ​ຮຽກຮ້ອງຕ້ອງການຂອງ​ໜ້າ​ທີ່​ການ​ເມືອງຂອງ​ພັກ ເພື່ອໃຫ້​​ບຸກທະລຸ​ທາງ​ດ້ານ​ຈິນຕະນາການ​ຕາມ​ເນື້ອ​ໃນຈິດໃຈ​ ກອງ​ປະຊຸມ​ໃຫຍ່​ ຂອງ​ພັກຄັ້ງ​ທີ IX-XI ​ທີ່ໄດ້​ກຳນົດໄວ້ໃຫ້​ບັນລຸ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ​ແນ​ໃສ່​ສ້າງ​ໃຫ້​ພະນັກງານ​, ສະມາຊິກ​ພັກ​ພາຍ​ໃນ​​ໃຫ້​ຮັບ​ຮູ້ທິດ​ສະ​ດີ​ມາກ-​ເລ​ນິນ​ ແລະ​ແນວ​ຄິດ  ​ໄກສອນ ພົມວິຫານ ​ເພື່ອ​ໃຫ້​ເປັນ​ພື້ນຖານ​ໃນ​ການ​ນຳ​ໄປ​ສົມ​ທຽບ​ທິດ​ສະ​ດີ ​ແລະ​ພຶດຕິ​ກຳ​ໃຫ້ຖືກຕ້ອງນຳ​ໄປ​ສົມທົບ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ ພ້ອມທັງ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານ ຂອງ​ຕົນ​ໃຫ້​ໄດ້​ຮັບ​ຜົນ​ດີກ​ວ່າ​ເກົ່າ.

​ເພື່ອ​ເຫັນ​ໄດ້ຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ ແລະບຸກທະລຸທາງດ້ານຈິນຕະນາການອັນໃໝ່, ສ້າງແນວຄວາມຄິດໃຫ້ເປັນລະບົບ, ສ້າງ​ໃຫ້​ພະນັກ​ງານ​ມີ​ຄວາມ​ເປັນ​ເອກະ​ພາບ​ຕໍ່​ແນວທາງ​ນະ​ໂຍບາຍຂອງ​ພັກ-ລັດ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ທັງ​ພາຍ​ໃນ ​ແລະ​ພາຍ​ນອກ, ​ເຮັດ​ວຽກ​ມີແບບ​ແຜນ, ມີ​ຫຼັກການ ​ແລະ​ສັດຈະ​ວິພາກ, ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງຂອງ​ພັກ​ໃຫ້​ບັນລຸ​ຜົນ​ເປັນ​ຈິງ ​ແລະ​ກ້າວ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ. ດັ່ງນັ້ນ,ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຶ່ງໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງລະບົບຊັ້ນກາງຮຸ່ນທີ XIII ຂຶ້ນນັບແຕ່ວັນທີ 05 ກໍລະກົດ 2022 ເປັນຕົ້ນໄປຈົນກວ່າຈະສໍາເລັດຕາມໂຄງການຫຼັກສູດ,ໃຊ້ເວລາທັງໝົດ 16 ເດືອນ, ມີນັກສຶກສາທັງໝົດ 51 ສະຫາຍ, ຍີງ 15 ສະຫາຍ, ມາຈາກຕ່າງເມືອງ 22 ສະຫາຍ, ຂະແໜງການອ້ອມຂ້າງແຂວງ 16 ສະຫາຍ,ຈາກສອງກຳລັງ 08 ສະຫາຍ, ນອກແຜນ 05 ສະຫາຍ, ການຮຽນໄດ້ແບ່ງອອກເປັນ 3 ພາກຮຽນ, ປະກອບມີວິຊາຮຽນທັງໝົດ 29 ວິຊາ (ລວມທັງບົດເກັບກ່ຽວ ແລະຂຽນບົດປ້ອງກັນຈົບຊັ້ນ) ແລະປະກອບມີ 3 ໝວດວິຊາຄື: ໝວດວິຊາຄວາມຮູ້ທົ່ວໄປ ປະກອບມີ 14 ວິຊາ; ໝວດວິຊາເຕັກນິກທົ່ວໄປ ມີ 7 ວິຊາ ແລະໝວດວິຊາສະເພາະ ມີ 7 ວິຊາ; ໃຊ້ເວລາຮຽນທັງໝົດ 1.280 ຊມ, ເທົ່າກັບ 80 ໜ່ວຍກິດ, ແບ່ງເປັນ 3 ພາກຮຽນຄື: ພາກຮຽນທີ I: ມີ 11 ວິຊາ; ພາກຮຽນທີ II ມີ 11 ວິຊາ ແລະພາກຮຽນທີ III ມີ 7 ວິຊາ. ພາກຮຽນໜຶ່ງໃຊ້ເວລາຮຽນ 5 ເດືອນ, ມີພັກປະຈໍາພາກຮຽນທີ 1 ສອງອາທິດ ແລະພັກປະຈໍາປີ 2 ເດືອນ (ບໍ່ນັບເຂົ້າໃນຫຼັກສູດ)

         – ເວລາໃນການຈັດຕັ້ງປະຕິບັດຫຼັກສູດ ຂອງຮຸ່ນຮຽນທີ XIII.

         + ໃຊ້ເວລາທັງໝົດ: 1.280 ຊົ່ວໂມງ, ເທົ່າກັບ 80 ໜ່ວຍກິດ (ບໍ່ໄດ້ນັບເວລາເຄື່ອນໄຫວນອກຫຼັກສູດເຂົ້າ).

         + ເວລາຂຶ້ນຫ້ອງບັນຍາຍຕົວຈິງ     621 ຊົ່ວໂມງ.

+ ລາຍງານເພີ່ມ                        07 ຊົ່ວໂມງ.

+ ກຽມສໍາມະນາ                        56 ຊົ່ວໂມງ.

+ ສໍາມະນາລວມໝູ່                    110 ຊົ່ວໂມງ.

+ ທວນເສັງ                              85 ຊົ່ວໂມງ.

+ ແກ້ຂໍ້ຂ້ອງໃຈ                          24 ຊົ່ວໂມງ.

+ ສອບເສັງຂຽນ                         85 ຊົ່ວໂມງ.

+ ສອບເສັງປາກເປົ່າ                    42 ຊົ່ວໂມງ.

+ ລົງຮາກຖານ                          42 ຊົ່ວໂມງ.

+ ທັດສະນະສຶກສາ                     42 ຊົ່ວໂມງ.

+ ຂຽນບົດປ້ອງກັນຈົບຊັ້ນ             166 ຊົ່ວໂມງ.

+ ເຄື່ອນໄຫວນອກຫຼັກສູດ           185 ຊົ່ວໂມງ.

ລວມທັງໝົດ: 1.465 ຊົ່ວໂມງ (ບໍ່ນັບວັນເສົາອາທິດ)

+ ອາຈານພາຍໃນຂຶ້ນຫ້ອງ 90 %

+ ອາຈານຮັບຂຶ້ນຫ້ອງ 10 %

  • ແຜນຄາດໝາຍສູ້ຊົນ.

+ ສົ່ງເສີມການແຂ່ງຂັນສອນດີ-ສອນເກັ່ງ ຂອງຄູ-ອາຈານ ພາຍໃນໂຮງຮຽນໃຫ້ອາຈານສອນດີ-ສອນເກັ່ງກວມອັດຕາສ່ວນ 90% ຂຶ້ນໄປ.

+ ຊຸກຍູ້ໃຫ້ນັກສຶກສາແຂ່ງຂັນກັນເອົາໃຈໃສ່ຮຽນດີ-ຮຽນເກັ່ງມີວິໄນ ຕິດພັນກັບການຮັກຊາດພັດທະນາ, ຂໍ້ແຂ່ງຂັນ 4 ສໍຄືສ້າງໂຮງຮຽນໃຫ້ມີ: ສະເໜ່, ສະອາດ, ສະຫງົບ ແລະສີຂຽວ ໃຫ້ບັນລຸຄາດໝາຍຄື:

ລ/ດຄະແນນເກຼດຈັດປະເພດຄິດເປັນ %ໝາຍເຫດ
1Aດີເລີດ55% ຂຶ້ນໄປ 
2B+ດີຫຼາຍ25% ຂຶ້ນໄປ 
3Bດີ9% ບໍ່ໃຫ້ຫຼຸດ 
4C+ດີພໍໃຊ້8 % ບໍ່ໃຫ້ຫຼຸດ 
5Cພໍໃຊ້ໄດ້3% ບໍ່ໃຫ້ຫຼຸດ 
6D+; Dບໍ່ໃຫ້ມີ  
  • ໃນໂອກາດດັ່ງກ່າວ ທ່ານ ສີວີໄລ ປັນແກ້ວ ກຳມະການປະຈຳພັກແຂວງ, ປະທານກວດກາພັກ-ອົງການກວດກາລັດແຂວງໃຫ້ກຽດຂຶ້ນມີຄໍາເຫັນຕໍ່ພິທີ ເຊີ່ງທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງການຮໍ່າຮຽນທິດສະດີການເມືອງ-ການປົກຄອງ ແລະຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະຄະນະອໍານວຍການໂຮງຮຽນຈົ່ງຕັ້ງໃຈແຕ່ງບົດສອນ ແລະອັບເດດບົດສອນຂອງຕົນໃຫ້ທັນກັບຍຸກສະໄໝແຕ່ລະໄລຍະ, ຍົກເອົາທິດສະດີທີຕົນຮຽນມາສົມທຽບກັບພຶດຕິກໍາຕົວຈິງ, ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ນັກສຶກສາແຕ່ລະສະຫາຍຈົ່ງກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄືກົມກອງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະປະສົບຜົນສໍາໃນໜ້າທີ່ການເມືອງ.

ຫຼັງຈາກນັ້ນ, ຕ່າງໜ້ານັກສຶກສາກໍຂຶ້ນຮັບຄໍາໂອວາດ ແລະພ້ອມທັງໃຫ້ຄໍາໝັ້ນສັນຍາຈະສູ້ຊົນໃຫ້ໄດ້ຕາມຈຸດປະສົງຄາດໝາຍທີ່ທາງໂຮງຮຽນທີ່ໄດ້ກໍານົດອອກຢ່າງເຂັ້ມງວດ.

                                                                            ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກຳ
ບັນນາທິການ: ປທ ບຸນປັນ ສຸມຸນທອງ