ໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2022 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີ ເຜີຍແຜ່, ແນະນຳການນຳໃຊ້ ນິພົນໂຮ່ຈີມິນ ຄົບຊຸດ ເຂົ້າໃນການຮຽນ-ການສອນ, ໂດຍພາຍໃຕ້ການເປັນປະທານ ແລະເຜີຍແຜ່, ແນະນໍາ ຂອງ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານຄະນະຄຸ້ມຄອງໂຄງການແປນິພົນຄົບຊຸດໂຮ່ຈິມິນ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໂຄງການແປນິພົນ ໂຮ່ຈີມິນ ຄົບຊຸດ ເປີດຂຶ້ນໃນວັນທີ 10 ພຶດສະພາ 2016, ມາຮອດປີ 2020 ຈຶ່ງໄດ້ສໍາເລັດການແປ ແລະສໍາເລັດການສ້າງວັດຈະນານຸກົມໂຮ່ຈີມິນສາດ ລວມທັງໝົດ 16 ເຫຼັ້ມ (ນິພົນ 15 ເຫຼັ້ມ ແລະວັດຈະນານຸກົມ 1 ເຫຼັ້ມ) ມີ 3.300 ກວ່ານິພົນຍ່ອຍທີ່ສຳຄັນຂອງໂຮ່ຈີມິນ ນັບແຕ່ປີ 1912-1969 ລວມມີຫຼາຍກວ່າ 10.000 ໜ້າ ຈາກພາສາຫວຽດນາມມາເປັນພາສາລາວ.

ໃນນິພົນທັງ 15 ເຫຼັ້ມນີ້ສ່ອງແສງໃຫ້ເຫັນການນໍາເອົາລັດທິມາກ-ເລນິນ ຂອງ ປະທານ ໂຮ່ຈີມິນ ເຂົ້າໃນການຕໍ່ສູ້ປົດປ່ອຍຊົນຊັ້ນ ຂອງຊົນຊັ້ນຊາວຜູ້ອອກແຮງງານ ທີ່ຖືກກົດຂີ່ຂູດຮີດຈາກຊົນຊັ້ນສັກດີນາ, ນາຍທຶນລ່າເມືອງຂຶ້ນ ຢູ່ໃນ 3 ຊາດອິນດູຈີນ, ສ່ອງແສງໃຫ້ເຫັນການປະຕິວັດແມ່ນຂອງປະຊາຊົນ, ການສ້າງສາພັດທະນາແມ່ນເລີ່ມຈາກປະຊາຊົນ, ຮັບໃຊ້ປະຊາຊົນ, ຖືປະຊາຊົນເປັນກົກ, ຢາກສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າທັນຍຸກສະໄໝຕ້ອງກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ຜູ້ນຳພາຕ້ອງເປັນແບບຢ່າງ, ອຸດົມການຂອງພັກຕ້ອງເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ເນື້ອໃນເຫຼົ່ານີ້ແມ່ນທິດສະດີວິທະຍາສາດຊີ້ທິດເຍືອງທາງໃນແກ່ພະນັກງານ ແລະການຈັດຕັ້ງປະຕິວັດໂດຍລວມ.

ການຈັດພິທີເຜີຍແຜ່ ແລະແນາະນໍາຄັ້ງນີ້:

ອັນທີໜຶ່ງ, ແມ່ນເພື່ອໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຮັບຮູ້ໄດ້ ຊົ້ນຊັ້ນກຳເນີດ ແລະປະຫວັດຂອງ ປະທານ ໂຮ່ຈິມິນ ທີ່ຕະຫຼອດຊີວິດຂອງເພິ່ນແມ່ນໄດ້ອຸທິດໃຫ້ແກ່ພາລະກິດປະຕິວັດ ເພື່ອປົດປ່ອຍບັນດາປະເທດໃນອິນດູຈີນທີ່ຕົກຢູ່ພາຍໃຕ້ການປົກຄອງຂອງລັດທິລ່າເມືອງຂຶ້ນຕ່າງດ້າວ.

ອັນທີສອງ, ແມ່ນເພື່ອໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ກຳໄດ້ເນື້ອໃນຂອງນິພົນໃນແຕ່ລະເຫຼັ້ມ ເພື່ອງ່າຍໃນການຄົ້ນຄວ້າ, ການນໍາເອົາເນື້ອໃນມານໍາໃຊ້ຊີ້ນຳວຽກງານໃນແຕ່ລະດ້ານ.

ອັນທີສາມ, ແມ່ນເພື່ອໃຫ້ເຂົ້າໃຈບັນດາຄໍາສັບທາງດ້ານວິຊາການ, ສັບການເມືອງທີ່ຢູ່ໃນວັດຈະນານຸກົມໂຮ່ຈີມິນສາດ ທີ່ໄດ້ອະທິບາຍຄໍາສັບຕ່າງໆຢູ່ໃນນິພົນແຕ່ລະເຫຼັ້ມໃຫ້ເຂົ້າໃຈຄວາມໝາຍ, ເຂົ້າໃນເນື້ອໃນໃນນິພົນນັ້ນ ເຊິ່ງແຕ່ລະຄໍາສັບແມ່ນໄດ້ລຽງຕາມຕົວອັກສອນພາສາລາວ ແຕ່ ກ-ຮ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ