ວັນທີ 9 ມິຖຸນາ 2022 ທີ່ຫໍສະໜຸດ ຊັ້ນ 2 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່ານ ພັທ ສາຍເພັດ ແກ້ວມຸງຄຸນ ຫົວໜ້າພາກວິຊາຄູການເມືອງ ຕາງໜ້າໂຮງຮຽນ 307 ເຕັກນິກກົດລັບ ພ້ອມດ້ວຍຄະນະ ໄດ້ເຂົ້າມາຢ້ຽມຢາມ ຫໍສະໝຸດ ສມປຊ ແລະແລກ ພົວພັນເອກະສານ ກ່ຽວກັບຕໍາລາຮຽນຊັ້ນສູງ ເພື່ອຍົກລະດັບໂຮງຮຽນຈາກເຕັກນິກກົດລັບຊັ້ນກາງຂຶ້ນເປັນວິທະຍາໄລເຕັກນິກກົດລັບ ເຊິ່ງໃຫ້ກຽດຕອນຮັບໂດຍ ທ່ານ ປທ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານ ການເມືອງ ແລະ ການປົກຄອງ ພ້ອມດ້ວຍຄະນະ ແລະພະນັກງານ, ຄູ-ອາຈານ.

       

  ທ່ານ ພັທ ສາຍເພັດ ແກ້ວມຸງຄຸນ ພ້ອມດ້ວຍຄະນະ ກໍໄດ້ໂອລົມຖາມຂ່າວຢ້ຽມຢາມ ດ້ວຍຄວາມເປັນຫວ່ງເປັນໄຍ ພ້ອມດຽວກັນນັ້ນກໍໄດ້ເລົ່າປະຫວັດຄວາມເປັນມາກ່ຽວກັບ ໂຮງຮຽນ 307  ເຕັກນິກກົດລັບ ແລະທາງຄະນະສູນກໍໄດ້ເລົ່າກ່ຽວກັບປະຫວັດຄວາມເປັນມາ ພ້ອມດ້ວຍສະພາບ ການຂະຫຍາຍຕົວຂອງ ຫໍສະໝຸດ ສມປຊ ເຊັ່ນດຽວກັນ ເຊິ່ງເອກະສານທີ່ຈະມາພົວພັນປະກອບມີ:

  1. ວິຊາ ປັດຊະຍາ ມາກ-ເລນິນ
  2. ວິຊາ ລັດ ແລະກົດໜາຍ
  3. ວິຊາເສດຖະສາດ
  4. ວິຊາລັດທິສັງຄົມນິຍົມວິທະຍາສາດ
  5. ວິຊາ ຄຸນສົມບັດຂອງປະທານ ໄກສອນ ພົມວິຫານ
  6. ປະຫວັດສາດມູນເຊື້ອ
  7. ວຽກງານພັກ-ວຽກງານການເມືອງ
  8. ພາສາອັງກິດ 1, 2

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ