ໃນຕອນເຊົ້າວັນພຸດ ວັນທີ 01 ມີຖຸນາ 2022 ທິມງານນັກສຶກສາ ຮ່ວມກັບອົງການປົກຄອງບ້ານ ພ້ອມດ້ວຍຄູ-ອາຈານ ແລະນ້ອງນ້ອຍນັກຮຽນຈຳນວນໜຶ່ງໄດ້ຈັດຕັ້ງກິດຈະກຳຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະຈັດກິດຈະກຳປ່ອຍປາ. ເຊິ່ງພິທີດັ່ງກ່າວໄດ້ໄຂຂຶ້ນໃນເວລາ 8 ໂມງ 15 ນາທີ ພາຍໃຕ້ການເປັນປະທານຂອງ ທ່ານ ບົວລຽນ ວົງວິໄລ ເລຂາພັກບ້ານ, ນາຍບ້ານ ບ້ານແຈ້ງ ແລະ ທ່ານ ອໍາໄພ ອັກຄະລາດ ຮອງຫົວໜ້າກົມກວດກາ ສມປຊ, ອາຈານຊີ້ນຳ ນັກສຶກສາລົງກໍ່ສ້າງຮາກຖານ ບ້ານແຈ້ງ. ໃນພິທີດັ່ງກ່າວ ທີມງານນັກສຶກສາໄດ້ນຳພາ ນ້ອງນ້ອຍນັກຮຽນຈັດກິດຈະກຳຫຼິ້ນເກມຕ່າງໆເຊັ່ນ: ຮ້ອງເພງ, ຄຳທວາຍ, ຫຼິ້ນເກມແຂ່ງກັນອົມນໍ້າໃສ່ກວດແກ້ວ, ເກມແຂ່ງກັນກິນກ້ວຍ… ແຈກຢາຍຂອງຂວັນເປັນປື້ມຂຽນ,ບິກ, ເຂົ້າຕົ້ມ-ເຂົ້າໜົມ ແລະນໍ້າຫວານໃຫ້ນ້ອງນ້ອຍນັກຮຽນ. ຫຼັງຈາກນັ້ນ, ກໍໄດ້ປູກຕົ້ນໄມ້ອ້ອມຫ້ອງການບ້ານ ແລະປ່ອຍປາໃສ່ໜອງ ຂອງຫ້ອງການບ້ານ;

ພິທີດັ່ງກ່າວ, ໄດ້ຈັດຂຶ້ນຢ່າງເປັນຂະບວນການຟົດຟື້ນ ແລະເບີກບານມ່ວນຊື່ນ ຈົນຮອດເລວາ 10 ໂມງ 45 ນາທີໃນວັນດຽວກັນນັ້ນ ພິທີດັ່ງກ່າວໄດ້ສຳເລັດລົງຢ່າຈົບງາມ.

ຂ່າວ/ພາບ: ນາງ ໄມວ່າງ ປະລິນຍາຕີ ຮຸ່ນທີ 25 ກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ