ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 1 ເດືອນ ພຶດສະພາ 2022 ແຕ່ລະໜ່ວຍສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້:

1. ແຕ່ລະໜ່ວຍແມ່ນ ແນະນໍາຕົນເອງຕໍ່ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ນອກນີ້ໄດ້ຮັບຟັງການລາຍງານສະພາບລວມ, ຈຸດພິເສດ ແລະການເຄື່ອນໄຫວແຕ່ລະວຽກຂອງບ້ານໃນໄລຍະຜ່ານມາ.

2. ຄູ-ອາຈານ ແລະນັກສຶກສາສົມທົບກັບອົງການປົກຄອງບ້ານ ສ້າງແຜນການເຄື່ອນ ໄຫວແຕ່ລະວຽກ ແລະ ຍັງໄດ້ແບ່ງຄະນະຮັບຜິດຊອບແຕ່ລະໜ້າວຽກພາຍໃນໜ່ວຍຕາມຄວາມເໝາະສົມ, ເພື່ອຄວາມສະດວກໃນການເຄື່ອນໄຫວວຽກງານຕົວຈິງ

3. ແຕ່ລະໜ່ວຍແມ່ນກະກຽມບົດລາຍງານປະຈໍາອາທິດທີ 1. ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງ ການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 1 ເດືອນ ພຶດສະພາ 2022

ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 2 ເດືອນ ພຶດສະພາ 2022 ແຕ່ລະໜ່ວຍສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້:

1. ສໍາເລັດເກັບກໍາຂໍ້ມູນສະຖິຕິພົນລະເມືອງພາຍໃນບ້ານ;

2. ໄດ້ເຂົ້າຮ່ວມຂະບວນການກັບພໍ່ແມ່ປະຊາຊົນພາຍໃນບ້ານເປັນຕົ້ນແມ່ນ: ການສ້າງຂະບວນການອານາໄມຕາມເສັ້ນທາງຂອງບ້ານ, ສ້ອມແປງອາຄານສະຖານທີ່ຕ່າງໆເຊັ່ນ: ຫ້ອງການປົກຄອງບ້ານ, ໂຮງຮຽນ, ບ່ອນພັກເຊົາຂອງນັກສຶກສາ, ຖົມດິນເສັ້ນທາງ ແລະກໍ່ກຳ ແພງວັດ;

3. ໄດ້ປະກອບສ່ວນເຮັດໂຄງຮ່າງການຈັດຕັ້ງບ້ານ, ປ້າຍຫ້ອງການບ້ານ, ຕິດປ້າຍຄໍາຂວັນ-ຮູບທ່ານຜູ້ ນໍາ, ປັກທຸງພັກ-ທຸງຊາດໃສ່ຫ້ອງການປົກຄອງບ້ານ;

4. ໄດ້ຕ້ອນຮັບທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ພ້ອມຄະນະ ທີ່ມາຢ້ຽມຖາມຂ່າວນັກສຶກສາ ປະລິຍາຕີ ຮຸ່ນທີ 25 ຫ້ອງ ຂ, ຕາງໜ້າແຕ່ລະໜ່ວຍໄດ້ລາຍງານສະພາບລວມໂດຍຫຍໍ້ຂອງບ້ານ ພ້ອມກັນນັ້ນ, ທ່ານ ປທ ປທ ນ. ບຸນມີ ຈຸນລະຈັກ ກໍ່ຍັງໄດ້ຊຸກຍູ້ ແລະໂອ້ລົມໃຫ້ທິດຊີ້ນຳໃຫ້ແກ່ນັກສຶກສາຂອງພວກເຮົາອີກດ້ວຍ;

5. ແຕ່ລະໜ່ວຍແມ່ນກະກຽມບົດລາຍງານປະຈໍາອາທິດທີ 2. ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 2 ເດືອນ ພຶດສະພາ 2022.

ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 3 ເດືອນ ພຶດສະພາ 2022 ແຕ່ລະໜ່ວຍສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້:

1. ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດານິຕິກຳສໍາຄັນຕ່າງໆເຊັ່ນ: ລັດຖະທໍາມະນູນວ່າດ້ວຍ 12 ສິດ ແລະ 3 ພັນທະ, ວຽກງານຊາວໜຸ່ມ 4 ບຸກ, ວຽກງານແມ່ຍິງ 3 ດີ, ຜ່ານທາງກອງປະຊຸມ ແລະໂທລະໂຄ່ງບ້ານ ໃຫ້ແກ່ພໍ່ແມ່ປະຊາຊົນ;

2. ໄດ້ຈັດພິທີຖອດຖອນແລກປ່ຽນບົດຮຽນ ລະຫວ່າງ ນັກສຶກສາດ້ວຍກັນ ທີ່ບ້ານບໍ່ ເມືອງທຸລະຄົມ ແຂວງວຽງຈັນ ໂດຍມີ 4 ບ້ານເຂົ້າຮ່ວມຄື: ບ້ານ ບໍ່, ບ້ານ ນາໝາກ, ບ້ານ ເກີນເໜືອ ແລະ ບ້ານ ນາເພີຍ ມີຜູ້ເຂົົ້າຮ່ວມ 35 ຄົນ, ຍິງ 6 ຄົນ;

3. ໄດ້ໄປທັດສະນະສຶກສາກຸ່ມການຜະລິດ ກະສິກຳປູກຝັງ-ລ້ຽງສັດ, ການປະມົງ, ຫັດຖະກຳ ຄື: ບ້ານນາເພີຍ ຢ້ຽມຢາມ ສວນຖົ່ວລຽນ ແລະຢ້ຽມຢາມຄອບຄົວຕົວແບບຜະລິດມວຍໜື່ງເຂົ້າດ້ວຍໄມ້ຕີນເປັດ. ບ້ານເກີນເໜືອ ຢ້ຽມຊົມຄອບຄົວຕົວແບບປູກຜັກເຮືອນຮົ່ມ. ບ້ານບໍ່ ຢ້ຽມຊົມການຜະລິດເກືອ ບ້ານບໍ່ ກາເພັດ. ບ້ານໂພນໂຮງ-ນາຝ້າຍ ຢ້ຽມຢາມຄອບຄົວຕົວແບບປູກຜັກຂະແຍງເປັນສິນຄ້າ, ການລ້ຽງສັດໃຫຍ່ ( ງົວພັນ ) ແລະ ຜະລິດຫັດຖະກຳ ( ກ້ານຝອຍ );

4. ແຕ່ລະໜ່ວຍແມ່ນກະກຽມບົດລາຍງານປະຈໍາອາທິດທີ 3. ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 3 ເດືອນ ພຶດສະພາ 2022.

ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 4 ເດືອນ ພຶດສະພາ 2022 ແຕ່ລະໜ່ວຍສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້:

1. ສືບຕໍ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດານິຕິກໍາສຳຄັນຕ່າງໆເຊັ່ນ: ເອກະສານຜົນຮ້າຍຂອງຢາເສບຕິດ ແລະເອກະສານອື່ນໆ ຜ່ານທາງກອງປະຊຸມ ແລະ ໂທລະໂຄ່ງບ້ານ ໃຫ້ແກ່ພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນຊາວໜຸ່ມ-ໄວໜຸ່ມ.

2. ແຕ່ລະໜ່ວຍແມ່ນໄດ້ສ້າງຂະບວນການອະນາໄມ ເພື່ອຕ້ອນຮັບວັນເດັກນ້ອຍສາກົນ ແລະ ປູກຕົ້ນໄມ້.

3. ຕ້ອນຮັບທ່ານ ປອ ນ ໄກສອນ ຈັນສີນາ ຄະນະບໍລິຫານງານພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ພ້ອມດ້ວຍຄະນະໃນການລົງມາຢຽ້ມຍາມນັກສຶກສາທີ່ລົງມາຝຶກງານ

4. ສ້າງຂະບວນການກິລາ ( ປະເພດ ເປຕັງ ) ລະຫວ່າງ ໜ່ວຍນັກສຶກສາ ແລະ ນັກສຶກສາດ້ວຍກັນ.

5. ແຕ່ລະໜ່ວຍແມ່ນກະກຽມບົດລາຍງານປະຈໍາອາທິດທີ 4. ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 4 ເດືອນ ພຶດສະພາ 2022

ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 5 ເດືອນ ມິຖຸນາ 2022 ແຕ່ລະໜ່ວຍສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້:

          1. ແຕ່ລະໜ່ວຍຈັດຕັ້ງພິທີ ວັນເດັກນ້ອຍສາກົນ ແລະ ປູກຕົ້ນໄມ້ ພາຍໃນເດີ່ນຫ້ອງການບ້ານ ແລະ ເດີ່ນໂຮງຮຽນ.

          2. ສຳເລັດການຊຸກຍູ້ປັບປຸງວຽກງານວຽກງານພັກ, ສະຫະພັນແມ່ຍິງ, ອົງການຈັດ ຕັ້ງມະຫາຊົນ ແລະວຽກງານ ປກສ-ປກຊ ພາຍໃນບ້ານ.

          3. ແຕ່ລະໜ່ວຍສືບຕໍ່ສ້າງບົົດລາຍງານການລົງກໍ່ສ້າງຮາກຖານການເມືອງ ທີ່ເມືອງທຸລະຄົມ ແຂວງວຽງຈັນ

4. ແຕ່ລະໜ່ວຍແມ່ນກະກຽມບົດລາຍງານປະຈໍາອາທິດທີ 5. ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 5 ເດືອນ ມິຖຸນາ 2022

         ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 5 ມິຖຸນາ 2022 ໃນເມືອງທຸລະຄົມ ແຂວງວຽຈັນ ເພື່ອເຮັດໃຫ້ການລົງຮາກຖານການເມືອງຂອງນັກສຶກສາໃນຄັ້ງນີ້ໄດ້ຮັບຜົນສຳເລັດໂດຍດີ ແລະຕົງກັບກຳນົດເວລາ ພວກເຮົາຕ້ອງເອົາໃຈໃສ່ແບບແຜນໃນການເຮັດວຽກໃນແຕ່ລະໄລຍະ, ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໂດຍຢືດເອົາບົດຮຽນທີ່ໄດ້ຮຽນມາເປັນຕົ້ນແມ່ນ: ລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບການຕ່າງໆຂອງບ້ານ ແລະເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາ ເຜົ່າພາຍໃນໝູ່ບ້ານ.

ທ່ານ ທະນົງໄຊ ແກ້ວຍອດອູ ນັກສຶກສາປະລິຍາຕີ ຮູ່ນທີ 25 ຫ້ອງ ຂ
ບັນນາທິການ: ປທ ບຸນປັນ ສຸມຸນທອງ