ວັນທີ 26/05/2022 ສະຫະພັນກຳມະບານ ສມປຊ ໄດ້ໄປທັດສະນະສຶກສາ ຢູ່ 2 ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ພາຍໃຕ້ການນຳພາ ຂອງທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ກໍາມະການສູນກາງ ສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າ ຄະນະບໍລິຫານສາດ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ ຄຳໃບ ມາລາສິງ ຄະນະພັກ ສມປຊ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ມີຄະນະກຳມະບານແຕ່ລະຮາກຖານ ແລະສະມາຊິກຳມະບານ ສມປຊ ເຂົ້າຮ່ວມ.

ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ສອນປະເສີດ ດາລາວົງ ຄະນະພັກກະຊວງແຜນການ ແລະການລົງທຶນ, ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ. ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ ສຳນັກງານໃຫຍ່  ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ບຶງທາດຫຼວງ).

ໃນພິທີ ທ່ານ ສອນປະເສິດ ດາລາວົງ ໄດ້ນໍາສະເໜີຄວາມຄວາມໝາຍ ຄວາມສໍາຄັນ ແລະຄວາມເປັນມາຂອງເຂດເສດຖະກິດພິເສດວ່າ: ເຂດເສດຖະກິດພິເສດ (Special Economic Zone) ແມ່ນເຂດທີ່ມີກົນໄກຄຸ້ມຄອງບໍລິຫານສະເພາະ ເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ ທີ່ມີການນໍາໃຊ້ເຕັກໂນໂລຊີສູງ, ນໍາໃຊ້ວັດຕະກໍາ ໃນການຜະລິດກະສິກໍາເປັນສິນຄ້າ, ການຜະລິດທີ່ສະອາດ, ປະຢັດຊັບພະຍາກອນທໍາມະຊາດ ແລະພະລັງງານ ເພື່ອພັດທະນາແບບຍືນຍົງ ແລະເປັນມິດກັບສິ່ງແວດລ້ອມ. ເຂດເສດຖະກິດພິເສດ ປະກອບມີ ນິຄົມອຸດສາຫະກໍາ, ເຂດພັດທະນາກະສິກໍາ, ອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ, ການພັດທະນາເຕັກໂນໂລຊີ ແລະຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ.  ເຂດເສດຖະກິດພິເສດໃນ ສປປ ລາວ ໄດ້ກາຍເປັນຍຸດທະສາດອັນສໍາຄັນ ເພື່ອຂັບເຄື່ອນການຂະຫຍາຍໂຕທາງດ້ານເສດຖະກິດຂອງປະເທດ ເຊິ່ງເຫັນໄດ້ຈະແຈ້ງ ໃນການສ້າງນະໂຍບາຍ ແລະກົດໝາຍ ເພື່ອອໍານວຍຄວາມສະດວກຕໍ່ການພັດທະນາ ເຂດເສດຖະກິດພິເສດໃນປະເທດ ໂດຍສະເພາະ ໃນແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ, ການມີດຳລັດເພື່ອອໍານວຍຄວາມສະດວກໃນການສ້າງຕັ້ງ, ການມີນະໂຍບາຍການຍົກເວັ້ນພາສີ ແລະການມີແຜນຍຸດທະສາດການພັດທະນາເຂດເສດຖະກິດພິເສດໃນປະເທດ.

ການກໍາເນີດຂອງເຂດເສດຖະກິດພິເສດໃນ ສປປ ລາວ ແຕ່ເລີ່ມຕົ້ນຮອດປັດຈຸບັນ ແບ່ງອອກເປັນ 3 ໄລຍະຄື:

ໄລຍະທີ I ແຕ່ປີ 2000-2010:

  •  ປີ 2000-2002 ຂຶ້ນກັບ ສໍານັກງານນາຍົກລັດຖະມົນຕີ.
  • ປີ 2003-2007 ຂຶ້ນກັບກະຊວງແຜນການ ແລະການລົງທຶນ.
  • ປີ 2008-2009 ຂຶ້ນກັບກະຊວງອຸດສາຫະກໍາ ແລະການຄ້າ.

ໄລຍະນີ້ ມີ 4 ເຂດເສດຖະກິດພິເສດ, ມີ 21 ບໍລິສັດມາລົງທຶນ, ລົງທຶນຕົວຈິງ 51 ລ້ານໂດລາສະຫະລັດ, ມອບພັນທະເຂົ້າລັດ 6 ແສນກວ່າໂດລາສະຫະລັດ.

ໄລຍະທີ II ແຕ່ປີ 2010-2016: ໄລຍະນີ້ໄດ້ສ້າງຕັ້ງຄະນະຄຸ້ມຄອງເຂດເສດຖະກິດພິເສດຂຶ້ນ ໂດຍຂຶ້ນກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ​ມີ 15 ເຂດເສດຖະກິດພິເສດໄດ້ຮັບການສ້າງຕັ້ງຂຶ້ນ, ມີ 259 ບໍລິສັດ ມາລົງທຶນ, ລົງທຶນຕົວຈິງ 1,2 ຕື້ໂດລາສະຫະລັດ, ມອບພັນທະເຂົ້າລັດ 12 ລ້ານໂດລາສະຫະລັດ.

ໄລຍະທີ III ແຕ່ປີ 2016-ປັດຈຸບັນ: ຂຶ້ນກັບກະຊວງແຜນການ ແລະການລົງທຶນ, ມີ 2 ເຂດເສດຖະກິດພິເສດໄດ້ຮັບການສ້າງຕັ້ງຂຶ້ນ, ມີ 820 ບໍລິສັດເຂົ້າມາລົງທຶນໃນເຂດທັງໝົດ, ລົງທຶນຕົວຈິງ 4 ຕື້ກວ່າໂດລາສະຫະລັດ, ມອບພັນທະເຂົ້າລັດ 50,9 ລ້ານໂດລາສະຫະລັດ.

ປັດຈຸບັນທົ່ວປະເທດ ມີເຂດເສດຖະກິດພິເສດ ຕັ້ງ ຢູ່ 7 ແຂວງ ມີ 21 ເຂດເສດຖະກິດພິເສດ ຄື:

  1. ນະຄອນຫຼວງວຽງຈັນ ມີ 6 ເຂດ ໃນເນື້ອທີ່ດິນ 2.470 ເຮັກຕາ, ອາຍຸສໍາປະທານຕໍ່າສຸດ 50, ສູງສຸດ 99 ປີ.
  2. ແຂວງຫຼວງນໍ້າທາ ມີ 2 ເຂດ ໃນເນື້ອທີດິນ 2.050 ເຮັກຕາ, ອາຍຸສຳປະທານ 50 ປີ.
  3. ແຂວງບໍ່ແກ້ວ ມີ 1 ເຂດ ໃນເນື້ອທີ່ດິນ 3.000 ເຮັກຕາ, ອາຍຸສໍາປະທານ 99 ປີ.
  4. ແຂວງຫລວງພະບາງ ມີ 1 ເຂດ ໃນເນື້ອທີດິນ 4.850 ເຮັກຕາ, ອາຍຸ ສໍາປະທານ 99 ປີ.
  5. ແຂວງຄໍາມ່ວນ ມີ 2 ເຂດ ໃນເນື້ອທີ່ດິນ 5.885 ເຮັກຕາ, ອາຍຸສໍາປະທານ 99 ປີ.
  6. ແຂວງສະຫວັນນະເຂດ ມີ 5 ເຂດ ໃນເນື້ອທີ່ດິນ 4.696 ເຮັກຕາ, ອາຍຸສໍາປະທານຕໍ່າສຸດ 50 ປີ ສູງສຸດ 99 ປີ. (ຍົກເລີກສັນຍາ 1 ເຂດ).
  7. ແຂວງຈຳປາສັກ ມີ 4 ເຂດ ໃນເນື້ອທີ່ດິນ 11.094 ເຮັກຕາ, ອາຍຸສໍາປະທານຕໍ່າສຸດ 50 ປີ ສູງສຸດ 99 ປີ.

ທົ່ວເຂດເສດຖະກິດພິເສດ ມີແຮງງານຈໍານວນ 52.319 ຄົນ, ໃນນີ້ ມີແຮງງານລາວຈໍານວນ 23.158 ຄົນ, ແຮງງານຕ່າງປະເທດຈໍານວນ 29.161 ຄົນ.

         ພາຍຫຼັງໄດ້ຮັບຟັງການນໍາສະເໜີສະພາບເຂດເສດຖະກິດພິເສດແລ້ວ ໄດ້ເຂົ້າຢ້ຽມຊົມແຜນຜັງເຂດເສດຖະກິດພິເສດບຶງທາດຫຼວງ ເຂດດັ່ງກ່າວມີເນື້ອທີ່ທັງໝົດ 365 ເຮັກຕາ, ເຊິ່ງການພັດທະນາປະກອບ ມີ: ອາຄານຫ້ອງການ, ຮ້ານຊັບພະສິນຄ້າ, ໂຮງແຮມ, ສະຖານທີ່ບັນເທີງ, ທີ່ພັກອາໄສ, ໂຮງໝໍ, ໂຮງຮຽນ, ວັດວາອາຮາມ, ສະຖາບັນການເງິນ, ສະຖານທີ່ພັກຜ່ອນ ແລະອື່ນໆຕາມອົງປະກອບຂອງຕົວເມືອງໃໝ່ສາກົນທັນສະໃໝ ທີ່ກົມກືນກັບວັດທະນະທຳທ້ອງຖິ່ນ. ພາຍຫຼັງສຳເລັດການກໍ່ສ້າງ ຈະສາມາດຮອງຮັບຄົນເຂົ້າມາພັກອາໄສ, ມາເຮັດວຽກ ແລະ ເຮັດທຸລະກິດຢູ່ເຂດນີ້ເຖິງ 3 ແສນກວ່າຄົນ. ພ້ອມກັນນັ້ນ, ກໍຈະສາມາດສ້າງວຽກເຮັດງານທໍາເຖິງ 5.000-10.000 ຕຳແໜ່ງ. ຂະນະດຽວກັນ, ກໍຈະສາມາດດຶງດູງນັກທ່ອງທ່ຽວ ກໍຄື ນັກທຸລະກິດຕ່າງປະເທດ ເຂົ້າມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ ນັບມື້ນັບຫຼາຍຂຶ້ນ. ໂຄງການພັດທະນາ ເຂດເສດຖະກິດພິເສດ ບຶງທາດຫຼວງ ໄດ້ຮັບການສຳປະທານ ໂດຍບໍລິສັດ ອະສັງຫາລິມະຊັບ ຫວ່ານເຟີງ ຊຽງໄຮ້ ສປ ຈີນ ຈຳກັດ ເປັນເວລາ 99 ປີ ໂດຍຈະນຳໃຊ້ທຶນທັງໝົດ 5 ຕື້ໂດລາເຂົ້າໃນການພັດທະນາ.

ຫຼັງຈາກນັ້ນຄະນະທັງໝົດໄດ້ໄປທັດສະນະຢູ່ເຂດກວມລວມໄຊເສດຖາ ໂດຍການຕ້ອນຮັບ ຂອງທ່ານ ລັດສະໝີ ສູນດາລາ ຫົວໜ້າຂະແໜງແຮງງານ ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໂດຍທ່ານໄດ້ສະເໜີຄວາມເປັນມາຂອງເຂດວ່າ: ການພັດທະນາເຂດກວມລວມໄຊເສດຖາ ແມ່ນມີເປົ້າໝາຍພັດທະນາເປັນຂົງເຂດອຸດສາຫະກຳໃນເບື້ອງຕົ້ນ, ສ້າງ ແລະພັດທະນາເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ ແຜນການລົງທຶນທັງໝົດລວມ 3 ຕື້ໂດລາ, ປັດຈຸບັນເຂດພັດທະນາກວມລວມໄຊເສດຖາ ໃນໄລຍະທີ 1 ໄດ້ສຳເລັດພື້ນຖານໂຄງລ່າງເປັນທີ່ຮຽບຮ້ອຍແລ້ວ ໃນຂອບເຂດເນື້ອທີ່ 4 ກິໂລຕາແມັດ. ອີງຕາມແຜນພັດທະນາໃໝ່ເຂດພັດທະນາກຳລັງສຸມການລົງທຶນໃສ່ການກໍ່ສ້າງເປັນຕົວເມືອງໃໝ່ ຂອງນະຄອນຫຼວງວຽງຈັນ ກາຍເປັນການພັດທະນາໃໝ່ຮອບດ້ານ, ຂະແໜງອຸດສາຫະກຳສົ່ງເສີມຕົວເມືອງ ແລະຕົວເມືອງສົ່ງເສີມອຸດສາຫະກຳແບບປະສົມປະສານ, ປັດຈຸບັນສຳເລັດການລົງທຶນແລ້ວ 1,2 ຕື້ໂດລາ ສຳເລັດການພັດທະນາໂຄງລ່າງພື້ນຖານແບບຄົບຊຸດ ແລະພວມກ້າວເຂົ້າສູ່ໄລຍະແຫ່ງການດຶງດູດການລົງທຶນ. ມາຮອດປັດຈຸບັນ ມີຫົວໜ່ວຍວິສາຫະກິດທີ່ຈົດທະບຽນເຂົ້າມາລົງທຶນໃນເຂດລວມທັງໝົດມີ 81 ກວ່າຫົວໜ່ວຍ ຄາດວ່າບັນດາທຸລະກິດພ້ອມດຳເນີນການຜະລິດທັງໝົດ ສະເລ່ຍມູນຄ່າການຜະລິດພາຍໃນປີແມ່ນ 1,8 ຕື້ໂດລາ ແລະ ສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານໄດ້ຫຼາຍກວ່າ 10 ພັນກວ່າຄົນ ຢູ່ພາຍໃນເຂດ.

ຂ່າວ/ພາບ: ຄອນສະຫວັນ ແສນຍານຸພາບ