ໂດຍອີງຕາມ ແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະ 45 ຂອງສະຖາບັນ ການເມືອງ-ການ​ປົກຄອງແຫ່ງ​ຊາດ ປະຈຳອາທິດທີ 3-4 ພຶດສະພາ 2022 ແລະແຜກການເຄື່ອນໄຫວຕົວຈິງ. ທີມງານນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ (ກ) ໃນ 6 ທີມງານ, 6 ບ້ານ ພາຍໃນເມືອງທຸລະຄົມ, ແຂວງວຽງຈັນ.

  • ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 3/5/2022 ແຕ່ລະທີມສາມາດສັງລວມໂດຍສັງເຂບດັ່ງນີ້:
  • ໄດ້ຖອດຖອນບົດຮຽນພາຍໃນອາທິດທີ່ຜ່ານມາ ແລະວາງແຜນການເຄື່ອນໄຫວໃນອາທິດທີ III;
  • ສັງລວມຂໍ້ມູນສະຖິຕິຈຳນວນປະຊາກອນ ພາຍໃນບ້ານເຂົ້າຄອມພິວເຕີ ແລະເຂົ້າຮ່ວມຂະຂວນວຽກລວມຂອງບ້ານ;
  • ອອກແຮງານລວມບ້ານຕາມຈຸດ ແລະຂອບເຂດທີ່ທີມງານນັກສຶກສາຮ່ວມກັບອໍານາດການປົກຄອງບ້ານທີ່ໄດ້ກຳນົດໄວ້;
  • ຊຸກຍູ້, ສົ່ງເສີມວຽກງານພັກ, ວຽກງານອົງການຈັດຕັ້ງຂັ້ນບ້ານຕາມສິດ ແລະພາລະບົດບາດ;
  • ເຂົ້າຮ່ວມພິທີທາງສາສະໜາຢູ່ພາຍໃນບ້ານ (ງານລ້ຽງຫຼວງປູ່ຄຳແດງ, ງານບຸນບັັ້ງໄຟ…);
  • ແຕ່ລະໜ່ວຍກະກຽມບົດລາຍງານປະຈຳອາທິດທີ III
  • ຕາງໜ້າແຕ່ລະທີມ ແລະຕາງໜ້າອົງການປົນຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ III/5/2022 ໃນເມືອງທຸລະຄົມ;
  • ຮ່ວມພິທີການລົງຢ້ຽມຢາມຈາກຄະນະປະຈໍາພັກ ສມປຊ (ທ່ານ ປທ ນາງ ບຸນມີ ຈຸນລະຈັກ, ທ່ານ ປອ ນ. ໄກສອນ ຈັນສີນາ ພ້ອມດ້ວຍທີມງານ);
  • ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 4/5/2022 ແຕ່ລະທີມສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້:
  • ໄດ້ຖອດຖອນບົດຮຽນໃນໜຶ່ງອາທິດທີ່ຜ່ານມາ ແລະວາງແຜນການເຄື່ອນໄຫວໃນອາທິດທີ 4;
  • ໄດ້ອອກແຮງງານລວມຕາມເສັ້ນທາງໃຫຍ່ ແລະຮ່ວມກິດຈະກຳຕ່າງໆ ທີ່ທາງບ້ານຈັດຂຶ້ນ;
  • ລົງຢ້ຽມຢາມຄອບຄົວຕົວແບບດ້ານກະສິກຳ (ປູກພືດແບບປະສົມປະສານ) ແລະຄອບຄົວຕົວແບບການລ້ຽງສັດໃຫຍ່;
  • ແຕ່ລະໜ່ວຍກະກຽມບົດລາຍງານປະຈຳອາທິດທີ 4;
  • ຕາງໜ້າແຕ່ລະທີມ ແລະຕາມໜ້າອໍານາດການປົນຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 4/5/2022 ໃນເມືອງທຸລະຄົມ;
  • ຜ່ານການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາໃນຫຼາຍອາທິດທີ່ຜ່ານມາເຮັດໃຫ້ແຕ່ລະໜ້າວຽກມີການພັດທະນາດີຂຶ້ນເທື່ອລະກ້າວໂດຍສະແດງອອກໃນການຮ່ວມມືຈາກອໍານາດການປົກຄອງບ້ານ ແລະປະຊາຊົນພາຍໃນບ້ານຢ່າງພ້ອມພຽງຮຽງໜ້າກັນ, ເຮັດໃຫ້ນັກສຶກສາແຕ່ລະທີມປະສົບຄວາມສໍາເລັດໃນການປະຕິບັດໜ້າທີ່ການເມືອງຂອງຕົນ.

ຂ່າວ/ພາບ: ນາງ ໄມວ່າງ ປະລິນຍາຕີ ຮຸ່ນທີ 25 ກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ