ໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຢູ່​ທີ່ຫ້ອງ​ປະຊຸມຂອງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຊັ້ນ 5 ໃນຕອນແລງວັນທີ 30 ພຶດສະພາ, ​ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ໃນ​ພິທີ​ດັ່ງກ່າວ ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ-ປ້ອງກັນພັກ ​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ເລື່ອນສະມາຊິກ​ພັກ​ສຳຮອງ​​ເປັນສະມາຊິ​ກພັກສົມ​ບູນ ໃຫ້ສະຫາຍ ນ. ນາດຕະຍາ ແກ້ວຄູນນະລາດ, ຊຶ່ງສະຫາຍໄດ້ເຂົ້າສຳຮອງຊຶ່ງເປັນໄລຍະເວລາທີ່ຜູ້ກຽ່ວໄດ້ຜ່ານ​ການ​ຝຶກ​ຝົນຫຼໍ່ຫຼອມ ແລະທົດ​ສອບ​ໃນ​ຂະ​ບວນການ​ວຽກ​ງານຕົວ​ຈິງ, ມີ​ຜົນງານ​ດີ​ເດັ່ນ, ໄດ້​ຮັບ​ຄວາມ​ເຊື່ອ​ຖື ​ແລະໄວ້​ວາງ​ໃຈ​ຈາກ​ມະຫາຊົນ. ​ຈາກນັ້ນ, ສະຫາຍ ປອ ຄໍາຫຼ້າ ລໍວານໄຊ ເລຂາໜ່ວຍ​ພັກຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ໄດ້ມີຄໍາເຫັນ​ກ່າວ​ຮັບ ​ແລະມອບ​ມະຕິຕົກລົງ​ໃຫ້​ສະມ​າຊິ​ກພັກ​ສົມບູນ​.

ສະຫາຍ ຮສ ພູວົງ ອຸ່ນຄຳແສນ​ ໄດ້​ມີຄຳເຫັນໂອ້​ລົມ​ ແລະໃຫ້ທິດຊີ້ນຳຕໍ່ກັບສະມາຊິກພັກສົມບູນວ່າ:

  1. ໃຫ້ສະຫາຍ​ ມີຄວາມເຊື່ອ​ໝັ້ນ ​ແລະເນັ້ນໜັກສືບຕໍ່ກໍ່ສ້າງພັດທະນາຕົນເອງຕື່ມໂດຍເລີ່ມຈາກການ​ເອົາ​ໃຈ​ໃສ່​ໃນການຄົ້ນຄວ້າ​ຮ່ຳຮຽນ;
  2. ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ, ກົດ​ລະບຽບ​ຂອງພັກ, ກົດໝາຍ​ຂອງ​ລັດ​ໃຫ້​ເລິກ​ເຊິ່ງ, ມີ​ຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະບຸກບືນຜ່ານຜ່າທຸກຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານ ຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ;
  3. ມີນ້ຳໃຈເສຍສະຫຼະ, ມີຄວາມອົດທົ​ນ, ຖືຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ, ມີຄວາມເປັນແບບຢ່າງໃນການດຳລົງຊີວິດ ທີ່ປອດໃສຂາວສະອາດ;
  4. ຮູ້ໃຫ້ກຽດຮູ້ໃຫ້ອະໄພເຊິ່ງກັນແລະກັນ, ສືບຕໍ່ພັດທະນາດ້ານອ່ອນຂອງຕົນເອງໃຫ້ດີຂຶ້ນ, ມີຄວາມຶສາມັກຄີເປັນປຶກແຜ່ນ ແລະຍຶດໝັ້ນໃນການປະກອບສ່ວນ​ສ້າງ​ລະບອບ​ ປະ​ຊາ​ທິປະໄຕ​ ປະຊາຊົນ​ ໃຫ້ກ້​າວສູ່​ຈຸດໝາຍ​ສັງຄົມ​ນິຍົມເທື່ອລະກ້າວ.

ຂ່າວ/ພາບ: ນ.ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ