ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານບໍລິຫານພາຍໃນ ສມປຊ ໃຫ້ມີປະສິດທິພາບໃນການປະສານງານວຽກຕ່າງໆ ແລະເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງໃຫ້ເປັນລະບົບຄົບຊຸດ ທັງປັບປຸງສະພາບແວດລ້ອມໃນການເຮັດວຽກໃຫ້ດີຂຶ້ນເທື່ອລະກ້າວ.

ສະນັ້ນ, ໃນວັນທີ 26 ພຶດສະພາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຝິກ ອົບຮົມວຽກງານບໍລິຫານໃນຫົວຂໍ້ “ທັກສະການສະຫຼຸບ, ການສ້າງແຜນ ແລະການປະສານງານ” ໃຫ້ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ໂດຍການເປັນປະທານ ຂອງທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະວິທະຍາກອນ ທ່ານ ສັນລະເສີນ ແກ້ວສະອາດ ຮອງຫົວໜ້າພັດທະນາຫຼັກສູດ ສະຖາບັນຄົ້ນຄວ້າການປົກຄອງ ແລະການເຝິກອົບຮົມກະຊວງພາຍໃນ ພ້ອມດ້ວຍຄະນະວິທະຍາກອນເຝິກອົບຮົມ.

ການເຝິກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 1 ວັນ ໂດຍມີສໍາມະນາກອນເຂົ້າຮ່ວມທັງໝົດ 43 ທ່ານ; ຍິງ 21 ທ່ານ, ຊຶ່ງໃນ ລະຫວ່າງ ການເຝິກອົບຮົມ ວິທະຍາກອນກໍໄດ້ເອົາໃຈໃສ່, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາ ມາດໃນການຖ່າຍທອດບົດຮຽນ ແລະປະສົບການໃຫ້ແກ່ສຳມະນາກອນໄດ້ຢ່າງເລິກເຊິ່ງ ທີ່ເປັນບົດຮຽນໃຫ້ແກ່ພະ ນັກງານ, ຄູ-ອາຈານເປັນຕົ້ນແມ່ນ: ທັກສະການສະຫຼຸບ, ການສ້າງແຜນ ແລະການປະສານງານເຊິ່ງເຮັດໃຫ້ສຳມະນາກອນທີ່ເຂົ້້າຮ່ວມໄດ້ມີຄວາມຕັ້ງໃຈຮັບຟັງ ແລະມີການແລກປ່ຽນຄໍາຄິດ ລະຫວ່າງ ວິທະຍາກອນ ແລະສໍາມະນາກອນຢ່າງເປັນກັນເອງ ເຮັດໃຫ້ສໍາມະນາກອນໄດ້ຮຽນຮູ້ ກ່ຽວກັບທັກສະໃນການສ້າງບົດສະຫຼຸບ, ການສ້າງແຜນ ການ ແລະການປະສານງານຂອງແຕ່ລະພາກສ່ວນພາຍໃນ ສມປຊ, ຄວາມຮູ້ພື້ນຖານກ່ຽວກັບວຽກງານຫ້ອງການ, ອົງປະກອບພື້ນຖານຂອງຫ້ອງການ, ສາເຫດ ແລະຄວາມຈໍາເປັນຕ້ອງມີການບໍລິຫານຫ້ອງການ, ການເປັນເສນາທິການໃຫ້ແກ່ການນໍາ, ຂັ້ນຕອນໃນການປະສານງານ, ການຂຽນບົດສະຫຼຸບ ແລະການຂຽນແຜນການ.

ໃນຕອນທ້າຍການຝຶກອົບຮົມ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈ ແລະບົດຮຽນທີ່ໄດ້ຮຽນມາໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ມີຄວາມເປັນເອກະພາບກັນ, ທັງເປັນການສ້າງຄວາມຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການນໍາໃຊ້ເອກະສານຕ່າງໆ ກ່ອນຈະເຂົ້າຫາຫ້ອງການ ພາຍໃນ ສມປຊ ໃຫ້ເປັນລະບົບ ແລະວ່ອງໄວ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ປທ ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ