ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້​ຈັດ​ພິ​ທີ​ປະ​ກາດ​ການ​ຈັດ​ຕັ້ງຂັ້ນຮອງຫົວໜ້າ ສມປຊ, ຊຶ່ງ​ພິ​ທີ​ດັ່ງ​ກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ  27 ພຶດສະພາ 2022 ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໂດຍການເປັນປະທານ ຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າຄະນະກົມທັງ12 ກົມ ຫຼື ທຽບເທົ່າ, ມີພະນັກງານຄູ-ອາຈານຂັ້ນພະແນກ ແລະພາກສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ດວງຕາ ຈູມພາວັນ  ຫົວໜ້າກົມຄຸ້ມຄອງ-ພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 114/ຄລສພ, ລົງວັນທີ 18 ພຶດສະພາ 2022 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຂຶ້ນເປັນຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 115/ຄລສພ, ລົງວັນທີ 18 ພຶດສະພາ 2022 ດ້ວຍການ ແຕ່ງຕັ້ງ ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຂຶ້ນເປັນຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ໄດ້ກ່າວໃນພິທີວ່າ: ການປະກາດການຈັດຕັ້ງຄັ້ງນີ້ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງ ສມປຊ ເພື່ອເຮັດໃຫ້ວຽກງານຂອງບັນດາ 12 ກົມມີຄວາມໜັກແໜ້ນເຂັ້ມແຂງ ແລະສາມາດຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ-ລັດ ໃຫ້ຕິດພັນກັບແຜນຍຸດທະສາດຂອງ ສມປຊ ໃຫ້ປະ​ສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະອີກອັນໜຶ່ງ ກໍສະແດງຄວາມຊົມເຊີຍບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງບັນດາສະຫາຍ ກໍໄດ້ຜ່ານຂະບວນການຝຶກຝົນຫຼໍ່ຫຼອມ ແລະຜ່ານບັ້ນທົດສອບໃນການປະຕິບັດວຽກງານຕົວຈິງມາເປັນເວລາດົນພໍສົມຄວນ ແລະໄດ້ຮັບຄວາມໄວ້ເນື້່ອເຊື່ອໃຈຈາກພະນັກງານ, ຄູ-ອາຈານ ແລະທັງ 2 ສະຫາຍ ມີຄວາມບຸກບືນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບຂອງຂັ້ນເທິງ ແລະກໍມີຜົນສຳເລັດເປັນກ້າວໆມາ, ອີກດ້ານໜຶ່ງ ພວກສະຫາຍກໍເປັນພະນັກງານທີ່ມີຄວາມຮູ້, ຄວາມສາມາດ ມີປະສົບການຕົວຈິງສົມຄູ່ກັບໜ້າທີ່ວຽກງານທາງດ້ານຄຸນສົມບັດ, ຄຸນທາດການເມືອງ ກໍມີຄວາມໜັກແໜ້ນ ເປັນຜູ້ທີ່ຢຶດໝັ້ນຫຼັກການນຳພາຂອງພັກ, ມີຄຸນສົມບັດສິນທຳປະຕິວັດ ແລະມີຄວາມດຸໝັ່ນອົດທົນ, ມີຄວາມສາມັກຄີ, ມີລະບຽບວິໄນ ແລະເຄົາລົບກົດລະບຽບຂອງພັກ-ກົດໝາຍຂອງລັດ ແລະເຊື່ອ​ໝັ້ນ​ວ່າ ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈະສືບຕໍ່ຜັນຂະຫຍາຍບົດຮຽນ, ປະສົບການ ແລະຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າວຽກງານທີ່ຕົນຮັບຜິດຊອບຢ່າງປະດິດສ້າງ ໃຫ້ເກີດດອກອອກຜົນ ແລະມີປະສິດທິຜົນສູງຂຶ້ນເລື້ອຍໆ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ