ໂດຍອີງຕາມ ຫຼັກສູດການຮຽນ-ການສອນ ແລະແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະ 45 ວັນຂອງສະຖາບັນການເມືອງ-ການ​ປົກຄອງແຫ່ງ​ຊາດ; ເພື່ອເຮັດໃຫ້ທິດສະດີໄປຄຽງຄູ່ກັບພຶດຕິກຳຕົວຈິງ. ທີມງານນັກສຶກສາ ປະລິນຍາຕີຮຸ່ ນທີ XXV ຫ້ອງ ກ ມີຈຳນວນທັງໝົດ 52 ທ່ານ, ຍິງ 19 ທ່ານ ເຊິ່ງໄດ້ແບ່ງອອກເປັນ 6 ທີມງານເພື່ອເຄື່ອນໄຫວວຽກງານຕົວຈິງຢູ່ 6 ບ້ານ ພາຍໃນເມືອງທຸລະຄົມ, ແຂວງວຽງຈັນ ຄື: ທີມທີ 1 ປະຈຳຢູ່ບ້ານ ຕານປ່ຽວ; ທີມທີ 2 ປະຈຳຢູ່ບ້ານ ຫາດສວນ; ທີມທີ 3 ປະຈຳຢູ່ບ້ານແຈ້ງ; ທີມທີ 4 ປະຈຳຢູ່ບ້ານ ນາຄອງ; ທີມທີ 5 ປະຈຳຢູ່ບ້ານ ປຸງພ້າວ ແລະທີມທີ 6 ປະຈຳຢູ່ບ້ານ ນາແພງ.

ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 1/5/2022 ແຕ່ລະທີມສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້:

  1. ເດີນທາງຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດໄປຫາເມືອງທຸລະຄົມ ແລະເຂົ້າຮ່ວມພິທີເປີດບັ້ນລົງກໍ່ສ້າງຮາກຖານການເມືອງ;
  2. ມອບ-ຮັບຄະນະຄູ-ອາຈານ ແລະນັກສຶກສາລົງກໍ່ສ້າງຮາກຖານການເມືອງ ໃຫ້ແຕ່ລະບ້ານເປົ້າໝາຍ, ອະນາໄມສະຖານທີ່ພັກເຊົາໃຫ້ເປັນລະບຽບຮຽບຮ້ອຍ;
  3. ຮັບຟັງການລາຍງານສະພາບການເຄື່ອນໄຫວແຕ່ລະວຽກຂອງບ້ານໃນໄລຍະຜ່ານມາ;
  4. ຄູ-ອາຈານ ແລະນັກສຶກສາສົມທົບກັບອົງການປົກຄອງບ້ານ ສ້າງແຜນການເຄື່ອນໄຫວແຕ່ລະວຽກ;
  5. ແບ່ງຄະນະຮັບຜິດຊອບແຕ່ລະໜ້າວຽກພາຍໃນທີມງານຕາມຄວາມເໝາະສົມ;
  6. ແຕ່ລະໜ່ວຍກະກຽມບົດລາຍງານປະຈຳອາທິດທີ 1;
  7. ຕາງໜ້າແຕ່ລະທີມ ແລະຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 1/5/2022 ໃນເມືອງທຸລະຄົມ;

ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 2/5/2022 ແຕ່ລະທີມສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້:

  1. ສໍາເລັດຖອດຖອນບົດຮຽນໃນໜຶ່ງອາທິດທີ່ຜ່ານມາ ແລະວາງແຜນການເຄື່ອນໄຫວໃນອາທິດທີ 2;
  2. ສໍາເລັດລົງເກັບກຳຂໍ້ມູນສະຖິຕິປະຊາກອນພາຍໃນບ້ານ, ອອກແຮງງານສະຖານທີ່ຫ້ອງການບ້ານຕອນເຊົ້າ ແລະຕອນແລງ;
  • ລົງຢ້ຽມຢາມຄອບຄົວຕົວແບບຢ່າງດ້ານກະສິກຳ(ປູກພືດ) ໃນຕອນແລງຂອງວັນອັງຄານ(10/5/2022)
  • ແຕ່ລະໜ່ວຍກະກຽມບົດລາຍງານປະຈຳອາທິດທີ 2;
  • ຕາງໜ້າແຕ່ລະທີມ ແລະຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 2/5/2022 ໃນເມືອງທຸລະຄົມ;   ເພື່ອ​ເຮັດ​ໃຫ້ການລົງຮາກຖານການເມືອງ ຂອງນັກສຶກສາໃນຄັ້ງນີ້ໄດ້ຮັບຜົນສຳເລັດໂດຍດີ ແລະຕົງກັບກຳນົດເວລາ ພວກເຮົາຕ້ອງເອົາໃຈໃສ່ແບບແຜນໃນການເຮັດວຽກໃນແຕ່ລະໄລຍະ, ມີຄວາມສາມັກຄີເປັນເອກະພາບພາຍໃນທີມງານ, ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໂດຍຢຶດໝັ້ນລັດທີມາກ-ເລນິນ; ແນວຄິດໄກສອນ ພົມວິຫານ; ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບການຕ່າງໆຂອງບ້ານ ແລະເຄົາລົບນັບຖືຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າພາຍໃນໝູ່ບ້ານ.

ຂ່າວ/ພາບ: ນາງ ໄມວ່າງ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ