ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕາມທິດສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນການກໍ່ສ້າງພະນັກງານ-ສະມາຊິກພັກແນໃສ່ຍົກສູງຄຸນນະພາບ ແລະປະສິດທິຜົນ ການຄົ້ນຄວ້າຮໍ່າຮຽນມະຕິ, ທິດສະດີການເມືອງ-ການປົກຄອງ, ດໍາເນີນໂຄງການຍົກລະດັບ ແລະສະໜອງຄວາມຮູ້ໃໝ່ໃຫ້ພະນັກງານ-ສະມາຊິກພັກຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ;

ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2022 ຜ່ານມາ, ຄະນະພັກຮາກຖານພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຮ່ວມກັບໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີເປີດຊຸດຮຽນທິດສະດີການເມືອງ ແລະການປົກຄອງຊັ້ນຕົ້ນ, ຮຸ່ນທີ XXXIX ຂຶ້ນຢ່າງເປັນທາງການ, ທີ່ສະໂມສອນ ຂອງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ຊົງເລົາ ຢົງນູ ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ, ທ່ານ ປຼທ ນ ວຽງພອນ ແກ້ວຄູນສີ ກຳມະການພັກນະຄອນຫຼວງວຽງຈັນ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ດຣ ນ ໄຊພອນ ນັນທະພອນ ກຳມະການພັກ ເລຂາໜ່ວຍພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ແລະ ທ່ານ ດຣ ນ ແສງຈັນ ຈັນທະສຸກ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານກະຊວງສາທາລະນະສຸກ, ມີຄະນະພັກຮາກຖານ, ຫົວໜ້າຂະແໜງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ຊຸດຮຽນດັ່ງກ່າວນີ້ມີນັກສຶກສາທັງຫມົດ 44 ສະຫາຍ, ຍິງ 26 ສະຫາຍ, ທັງໝົດເປັນສະມາຊິກພັກ, ລາຍລະອຽດດັ່ງນີ້: 1). ຂະແໜງຈັດຕັ້ງ-ພະນັກງານ 03 ສະຫາຍ, ຍິງ 03 ສະຫາຍ; 2). ຫ້ອງການ-ບໍລິຫານ 02 ສະຫາຍ, ຍິງ 01 ສະຫາຍ; 3). ຂະແໜງການເງິນ 02 ສະຫາຍ; 4) ຂະແໜງຄວບຄຸມພະຍາດຕິດຕໍ່ 05 ສະຫາຍ, ຍິງ 03 ສະຫາຍ; 5). ຂະແໜງອານາໄມ ແລະສົ່ງເສີມສຸຂະພາບ 04 ສະຫາຍ, ຍິງ 02 ສະຫາຍ; 6). ຂະແໜງປິ່ນປົວ 03 ສະຫາຍ, ຍິງ 02 ສະຫາຍ; 7). ຂະແໜງແຜນການ ແລະການຮ່ວມມື 01 ສະຫາຍ, ຍິງ 01 ສະຫາຍ; 8). ຂະແໜງ ອາຫານ ແລະຢາ 03 ສະຫາຍ, ຍິງ 03 ສະຫາຍ; 9). ຫ້ອງການປະກັນສຸຂະພາບຊຸມຊົນ 04 ສະຫາຍ, ຍິງ 01 ສະຫາຍ; 9). ຫ້ອງການສາທາລະນະສຸກເມືອງສີສັດຕະນາກ 03 ສະຫາຍ, ຍິງ 03 ສະຫາຍ; 10). ຫ້ອງ ການສາທາລະນະສຸກເມືອງສີໂຄດຕະບອງ 02 ສະຫາຍ, ຍິງ 01 ສະຫາຍ; 11). ຫ້ອງ ການສາທາລະນະສຸກເມືອງໄຊເສດຖາ 03 ສະຫາຍ, ຍິງ 02 ສະຫາຍ; 12). ຫ້ອງການສາທາລະນະສຸກເມືອງໄຊທານີ 03 ສະຫາຍ, ຍິງ 01 ສະຫາຍ; 13). ຫ້ອງການສາທາ ລະນະສຸກເມືອງນາຊາຍທອງ 02 ສະຫາຍ, ຍິງ 02 ສະຫາຍ; 14). ຫ້ອງການສາທາລະນະສຸກເມືອງຫາດຊາຍຟອງ 02 ສະຫາຍ; 15). ຫ້ອງການສາທາລະນະສຸກເມືອງສັງທອງ 01 ສະຫາຍ, ຍິງ 01 ສະຫາຍ; 16). ຫ້ອງການສາທາລະນະສຸກເມືອງປາກງື່ມ 01.

ໃນຊຸດຮຽນດັ່ງກ່າວນີ້ ນັກສຶກສາຈະໄດ້ຄົ້ນຄ້ວາຮ່ຳຮຽນຕາມໂຄງການຫຼັກສູດທິດສະດີການ ເມືອງ ແລະການປົກຄອງຊັ້ນຕົ້ນ 3 ເດືອນ, ຕາມຫຼັກສູດ ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດວາງອອກ, ລວມມີທັງໜົດ 9 ວິຊາຮຽນຄື: ວິຊາປັດຊະຍາມາກ-ເລນິນ, ວິຊາເສດຖະສາດການເມືອງມາກ-ເລນິນ, ວິຊາລັດທິສັງຄົມນິຍົມວິທະຍາສາດ, ທິດສະດີລັດ ແລະກົດໜາຍ, ວິຊາການປົກຄອງ, ວິຊາກໍ່ສ້າງພັກ, ວິຊາຄຸ້ມຄອງເສດຖະກິດ, ວິຊາການເມືອງວິທະຍາ ແລະວິຊາຂົນຂວາຍກໍ່ສ້າງຮາກຖານ, ລວມມີ 14 ໜ່ວຍກິດ, ມີ 222 ຊົ່ວໂມງ, ໃນນັ້ນຊົ່ວໂມງບັນຍາຍ 145 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ 30 ຊົ່ວໂມງ, ວິຊາເສັງຂຽນ 4 ວິຊາມີ 12 ຊົ່ວໂມງ ແລະເສັງປາກເປົ່າມີ 5 ວິຊາ, ລວມມີ 35 ຊົ່ວໂມງ. ​

ພິເສດໂດຍປະຕິບັດຕາມມະຕິຊີ້ນໍາ ແລະຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ໂຮງຮຽນໄດ້ເພີ່ມພາກແນວທາງ ແລະວຽກງານຈຸດສຸມ ຂອງນະຄອນຫຼວງວຽງຈັນເຂົ້າຕື່ມ 07 ຫົວຂໍ້ດັ່ງນີ້: 1). ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ; 2). ມະຕິວ່າດ້ວຍການພັດທະນາ ນະຄອນຫຼວງວຽງຈັນ ໃນໄລຍະໃໝ່; 3). ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ; 4). ແຜນພັດທະນາເສດຖະກິດ-ສັງຄົມ, ຄັ້ງທີ IX ຂອງນະຄອນຫຼວງວຽງຈັນ; 5). ແຜນຜັງຕົວເມືອງວຽງຈັນ ສະບັບທີ III; 6). ແຜນພັດທະນາວຽກງານແຮງງານ ແລະສະຫວັດດີການສັງຄົມ (ສູນກາງຂຶ້ນຫ້ອງ), ແລະວຽກງານຈຸດສຸມຂອງຄະນະພັກຮາກຖານພະແນກສາທາລະນະສຸກ. ສະເພາະພາກເພີ່ມເຕີມ ໃຫ້ແກ່ຊັ້ນຕົ້ນໃນຄັ້ງນີ້ຮໍ່າຮຽນທັງໝົດ 56 ຊມ, ແກ້ຂໍ້ຂ້ອງໃຈ 7 ຊມ, ສອບເສັງປາກເປົ່າ 7 ຊມ, ລວມທັງໝົດ 70 ຊມ, ທຽບໃສ່ຫຼັກສູດວາງອອກ ເທົ່າກັບ 21,47 % ສັງລວມແລ້ວ, ຊຸດຮຽນນີ້ຮໍ່າຮຽນທັງໝົດ 396 ຊມ.

ຂ່າວ/ພາບ: ອຈ ລິດທອງ ທະນິດຖາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ