ເພື່ອເປັນການນຳໃຊ້ພາສາລາວ ໃຫ້ມີຄວາມເປັນເອກະພາບກັນ ຕໍ່ກັບວຽກງານຂອງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເຊິ່ງເປັນວຽກງານໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ໂດຍສະເພາະຄຳສັບ, ປະໂຫຍກທີ່ໃຊ້ໃຫ້ຖືກກັບຫຼັກການພາສາລາວ, ຮັບປະກັນລັກສະນະວິທະຍາສາດ ແນໃສ່ເຮັດໃຫ້ການນຳໃຊ້ພາສາລາວ ໃຫ້ມີການພັດທະນາທີ່ດີຂຶ້ນ ທັງເປັນການສົ່ງເສີມການນໍາໃຊ້ພາສາລາວ ໃຫ້ມີຄວາມຖືກຕ້ອງ ແລະເປັນບ່ອນອີງໃຫ້ແກ່ໃຫ້ພະນັກງານ, ຄູ-ອາຈານ ຂອງສູນຂໍ້ມູນຂ່າວສານໃນການຂີດຂຽນ.

ສະນັ້ນ, ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2022 ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໄດ້ເຝິກອົບຮົມການນຳໃຊ້ພາສາລາວ ໃຫ້ພະນັກງານ, ຄູ-ອາຈານ ພາຍໃນ ສູນຂໍ້ມູນຂ່າວສານ ໂດຍການເປັນປະທານຂອງທ່ານ ປທ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ວິທະຍາກອນເຝິກອົບຮົມການນຳໃຊ້ພາສາລາວ ໄດ້ຮັບເຊີນ ທ່ານ ຮສ ແສງຟ້າ ໂຫລານຸພາບ.

ການເຝິກອົບຮົມຄັ້ງນີ້ແມ່ນໃຊ້ເວລາເຄິ່ງວັນ ໂດຍມີສໍາມະນາກອນເຂົ້າຮ່ວມທັງໝົດ 16 ທ່ານ ຍິງ 7ທ່ານ, ຊຶ່ງໃນ ລະຫວ່າງ ການເຝິກອົບຮົມວິທະຍາກອນ ກໍໄດ້ເອົາໃຈໃສ່, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດໃນການຖ່າຍທອດບົດຮຽນ ແລະປະສົບການໃຫ້ແກ່ສຳມະນາກອນໄດ້ຢ່າງເລິກເຊິ່ງ ທີ່ເປັນບົດຮຽນໃຫ້ແກ່ພະນັກງານ, ຄູ-ອາຈານ, ການນໍາໃຊ້ພາສາລາວແມ່ນເປັນຫົວຂໍ້ທີ່ໜ້າສົນໃຈຕໍ່ກັບການຂຽນໃຫ້ຖຶກຕ້ອງຕາມຫຼັກໄວຍະກອນລາວ ເຊິ່ງເຮັດໃຫ້ສຳມະນາກອນທີ່ເຂົ້້າຮ່ວມໄດ້ມີຄວາມຕັ້ງໃຈຮັບຟັງ ແລະມີການແລກປ່ຽນຄໍາຄິດ, ຄໍາເຫັນຕໍ່ກັບການນໍາໃຊ້ພາສາລາວເຂົ້າໃນການປະຕິບັດໜ້າທີ່ວຽກງານຢູ່ສູນຂໍ້ມູນຂ່າວສານ. ການເຝິກອົບຮົມຄັ້ງນີ້ ໄດ້ເຮັດໃຫ້ສໍາມະນາກອນຮຽນຮູ້ກ່ຽວກັບປະຫວັດຄວາມເປັນມາຂອງພາສາລາວ, ວິວັດທະນາການຂອງການປ່ຽນແປງພາສາລາວ, ການນໍາໃຊ້ໄວຍາກອນທີ່ຖືກຕ້ອງກັບໄລຍະປັດຈຸບັນ, ການນໍາໃຊ້ພາສາລາວເຂົ້າໃນການຂຽນບົດວິທະຍາສາດ ແລະການຂີດຂຽນ.

ໃນຕອນການຝຶກອົບຮົມ ທ່ານ ປທ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໄດ້ມີຄໍາເຫັນຕໍ່ພະນັກງານ, ຄູ-ອາຈານ ຈົ່ງນໍາເອົາເນື້ອໃນຈິດໃຈ ແລະບົດຮຽນທີ່ໄດ້ຮຽນມາໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ມີຄວາມເປັນເອກະພາບກັນ, ທັງເປັນການສ້າງຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິ່ງ ຢູ່ໃນ ຂົງເຂດ 3 ວຽກຄື: ວຽກງານວາລະສານ, ວຽກງານຄົ້ນຄວ້າວິໄຈຂ່າວ, ວຽກງານຫໍສະໝຸດ…ໂດຍສະເພາະຄຳສັບ, ປະໂຫຍກທີ່ໃຊ້ໃຫ້ຖືກຕ້ອງກັບຫຼັກການພາສາລາວ ທັງນີ້ເພື່ອແນ່ໃສ່ເຮັດໃຫ້ການນຳໃຊ້ພາສາລາວ ໃຫ້ມີການພັດທະນາທີ່ດີຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ