ເພື່ອເຮັດໃຫ້ການຈັດຕັ້ງແຜນການຮຽນ-ການສອນ ໄປຕາມໂຄງການຫຼັກສູດປະລິນຍາຕີ ຂອງ ສມປຊ ວາງອອກ,  ກົມຄຸ້ມຄອງການຮຽນ-ການສອນ ຈຶ່ງໄດ້ເປີດບັ້ນດຳເນີນການລົງກໍ່ສ້າງຮາກຖານການເມືອງ ຢູ່ເມືອງ ທຸລະຄົມ ແຂວງວຽງຈັນ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ໃນວັນທີ 3 ພຶດສະພາ 2022 ທີ່ຫ້ອງວ່າການປົກຄອງ ເມືອງທຸລະຄົມ ແຂວງວຽງຈັນ. ຈຸດປະສົງໃນການລົງກໍ່ສ້າງຮາກຖານໃນຄັ້ງນີ້ ເພື່ອໃຫ້ໄປຕາມໂຄງການຫຼັກສູດ ປະຈໍາສົກຮຽນ 2021-2022 ແລະຍັງເປັນການເສີມຂະຫຍາຍໝູນໃຊ້ຄວາມຮູ້ທາງດ້ານຫຼັກມູນທິດສະດີການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ ທີ່ໄດ້ສຶກສາຄົ້ນຄວ້າໃນໄລຍະຜ່ານມາ ຢ່າງປະດິດສ້າງ ໃນພຶດຕິກຳຕົວຈິງ.

ທ່ານ ປອ ນ. ໄກສອນ ຈັນສີນາ ກຳມະການຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານແຜນການລົງກໍ່ສ້າງຮາກຖານການເມືອງ ເພື່ອໃຫ້ນັກສຶກນໍາໃຊ້ທິດສະດີ ແລະພຶດຕິກໍາທີ່ີຮຽນມາ ແນະນໍາຄະນະພັກບ້ານ, ນາຍບ້ານ ແລະປະຊາຊົນ ໃນການປັບປຸງອໍານາດການປົກຄອງຂັ້ນບ້ານ ໃຫ້ເປັນລະບົບຄົບຊຸດ, ມີຄວາມປອດໃສ, ໜັກແໜ້ນ ແລະເຂັ້ມແຂງຮອບດ້ານ, ມີຄວາມສາມາດຊ່ວຍອໍານາດການປົກຄອງຂັ້ນບ້ານ ໃນການຈັດຕັ້ງເຜີຍແຜ່ບັນດານິຕິກໍາ, ລະບຽບການ ແລະແຈ້ງການຕ່າງໆກ່ຽວກັບຂັ້ນບ້ານ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ.

ການລົງຮາກຖານຄັ້ງນີ້ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຈໍານວນ 119 ທ່ານ, ຍິງ 29 ທ່ານແມ່ນໄດ້ແບ່ງເປັນ 13 ກຸ່ມ ເທົ່າກັບ 13 ບ້ານ (ກຸ່ມລະບ້ານ) ຈະໄດ້ລົງກໍ່ສ້າງຮາກຖານການເມືອງເລີ່ມແຕ່ ວັນທີ 3 ພຶດສະພາ ຫາ 15 ມິຖຸນາ 2022 ເວລາ 45 ວັນ (ນັບທັງວັນເສົາ-ອາທິດ).

ໂອກາດດັ່ງກ່າວ, ທ່ານ ປທ ນ. ບຸນມີ ຈຸນລະຈັກ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບວຽກງານດັ່ງກ່າວໃນການກະກຽມ, ປະສານງານ ແລະໄດ້ໃຫ້ທິດຊີ້ນຳເອົາໃຈໃສ່ ຕິດຕາມ, ກວດກາ ແລະຊຸກຍູ້ໃຫ້ແຕ່ລະຄະນະນັກສຶກສາຢູ່ ແຕ່ລະບ້ານໄດ້ເຄື່ອນໄຫວປະຕິບັດວຽກງານຕ່າງໆທີ່ໄດ້ກຳນົດໄວ້ໃນແຜນໃຫ້ສໍາເລັດຕາມລະດັບຄາດໝາຍ ທັງຮັບປະກັນທາງດ້ານເວລາ ແລະກິດຈະກຳຕ່າງໆໃຫ້ມີເນື້ອໃນຕິດພັນກັບວຽກງານທີ່ປິ່ນອ້ອມຂອງການລົງກໍ່ສ້າງຮາກຖານ, ພົວພັນປະສານສົມທົບກັບເມືອງ ແລະພາກສ່ວນທີ່ກ່ຽວຂ້ອງໃຫ້ມີການປະຊຸມ ເພື່ອຮັບສອງແສງລາຍງານຢ່າງເປັນປະຈຳ ແລະລາຍງານໃຫ້ຂັ້ນເທິງຂອງຕົນຮັບຊາບແຕ່ລະໄລຍະ, ປະສານສົມທົບກັບຄະນະຄູ-ອາຈານ ແລະນັກສຶກສາ ສ້າງແຜນການເຄື່ອນໄຫວ ວຽກງານຕ່າງໆ ພາຍໃນບ້ານໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້ໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ