ໃນຕອນແລງວັນທີ 26 ເມສາ 2022 ທີ່ຫ້ອງປະຊຸມຊັ້ນ 2 ຕຶກຫ້ອງການ ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ໄດ້ຈັດຕັ້ງກອງປະຊຸມວິສາມັນ ຄັ້ງທີ II ປະຈໍາປີ 2022 ຂອງສະພາ​ວິທະຍາສາດສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃນພິທີມີສະມາຊິກ​ສະພາ​ວິທະຍາສາດຄະນະປະຈຳ, ສະມາ​ຊິກ​ສະພາ​ວິທະຍາສາດ​ພາຍ​ນອກ ພ້ອມດ້ວຍກອງ​ເລຂາ ​ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 3 ທ່ານ.

ໃນພິທີ ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ພ້ອມດ້ວຍສະມະຊິກສະພາໄດ້ພ້ອມກັນລາຍງານຄືນ ແລະປຶກສາຫາລືຫົວຂໍ້ຂຽນວິທະຍານິພົນຈົບຊັ້ນປະລິນຍາໂທ ຮຸ່ນທີ XVII, ລາຍງານສະພາບການປັບປຸງໜັງສືແນະນໍາ ວ່າດ້ວຍການຂຽນບົດວິທະຍານິພົນຈົບຊັ້ນປະລິນຍາໂທ ເຊິ່ງເລີ່ມຈາກການນໍາສະເໜີ ຈາກຄະນະປັດຊະຍາ, ຄະນະລັດທິສັງຄົມນິຍົມວິທະຍາສາດ, ຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ, ຄະນະບໍລິຫານສາດ ແລະ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ, ພ້ອມກັນນັ້ນ, ຄະນະປະຈໍາສະພາວິທະຍາສາດ ສມປຊ ໄດ້ປະກອບຄໍາຄິດ, ຄໍາເຫັນໃສ່ແຕ່ລະຫົວຂໍ້ໃຫ້ຖືກຕ້ອງເໝາະສົມສອດຄ່ອງກັບເງື່ອນໄຂປັດຈຸບັນເຊັ່ນ: ການໃຊ້ຄໍາສັບ, ການລຽງຄໍາສັບໃນຫົວຂໍ້…ນອກຈາກການປຶກສາຫາລືກ່ຽວກັບຫົວຂໍ້ປ້ອງກັນບົດຈົບຊັ້ນແລ້ວ ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບອາຈານແນະນໍາແຕ່ລະທ່ານທີ່ມີເງື່ອນໄຂຕາມໜັງສືແນະນໍາການຂຽນບົດປ້ອງກັນຈົບຊັ້ນປະລິນຍາໂທສະບັບປັບປຸງ.

ປະທານກອງປະຊຸມຫຼັງຈາກໄດ້ສັງລວມເນື້ອໃນບັນດາຫົວຂໍ້ບົດປ້ອງກັນ, ບັນດາຄຳຄິດຄຳເຫັນຕ່າງໆຂອງສະມາຊິກສະພາວິທະຍາສາດ ໄດ້ໃຫ້ທິດຊີ້ນຳຄື: ຮຽກຮ້ອງໃຫ້ແຕ່ລະຄະນະ, ເອກະພາບກັນ ພ້ອມກັນເອົາໃຈໃສ່ເປັນເຈົ້າການໃນການນໍາໃຊ້ຄໍາສັບ ແລະການລຽງຄໍາສັບໃນແຕ່ລະຫົວຂໍ້, ສະພາວິທະຍາສາດແຕ່ລະຄະນະຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕື່ມ​ໃນການຈັດ​ຕັ້ງ​ປະຕິບັດ​ແຜນການພາລະບົດບາດ ແລະໜ້າທີ່ຄວາມຮັບຜິດຊອບຂອງຕົນຢ່າງເປັນເຈົ້າການ ແລະມີຄວາມຮັບຜິດຊອບສູງ, ເພີ່ມ​ທະວີ​ຄວາມເປັນເຈົ້າການໃນການ​ຄົ້ນຄວ້າ​ວິທະຍາສາດໃຫ້​ຫຼາຍຂື້ນ, ສະມາຊິກ​ສະພາ​ວິທະຍາສາດ​ຂັ້ນ​ຕ່າງໆ ຕ້ອງ​ໄດ້​ມີ​ຜະລິດ​ຕະພັນ​ອອກ​ມາ​ຮັບ​ໃຊ້​ຢ່າງ​ຕໍ່​ເນື່ອງ ເພື່ອຮັບປະກັນຕໍ່ກັບການການຄົ້ນຄວ້າໃຫ້ມີປະສິດທິຜົນ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ