ໃນ​ວັນ​ທີ 26/4/2022 ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບການຈັດຕັ້ງປະຕິບັດວຽກງານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ປີ 2021 ແລະ ທິດທາງແຜນການ ປີ 2022 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,​ ​​ໂດຍ​ການເປັນປະທານ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ  ແລະມີຜູ້ເຂົ້າຮ່ວມຕາງໜ້າຫ້ອງການ, ກົມ, ຄະນະ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະຕາງໜ້າຄະນະຫ້ອງ ນັກສຶກສາກໍໃຫ້ກຽດເຂົ້າຮ່ວມ.

 ຈຸດປະສົງຂອງ​ກອງປະຊຸມຄັ້ງນີ້ ​ແມ່ນ​ເພື່ອ​ສະຫຼຸບຕີ​ລາຄາ​ຄືນ ​ວຽກງານສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງໃນ​ໄລຍະ 2020-2021 ຜ່ານ​ມາ. ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ສຸມ​ໃສ່​ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານຂອງ 3 ໜ້າວຽກຫຼັກໆຕົ້ນຕໍ​ຄື: 1) ວຽກງານບໍລິການຂໍ້ມູນຂ່າວສານ ປະກອບມີໜ້າວຽກ: ການບໍລິການຫໍສະໝຸດ, ວຽກງານຂົນຂວາຍ ແລະຊອກຫາຊັບພະຍາກອນປື້ມເຂົ້້້າຫໍສະໝຸດ. 2) ວຽກງານວາລະສານ. 3) ວຽກງານຄົ້ນຄວ້າວິໄຈຂ່າວ.

ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບຈາກທ່ານ ປທ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວການເມືອງ ແລະການປົກຄອງ ເຊິ່ງ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ດ້ານ​ຕັ້ງໜ້າຂອງທັງ 3 ພະແນກເປັນຕົ້ນ: ວຽກງານຫໍສະໝຸດ ການບໍລິການຢືມ-ສົ່ງປື້ມທັງໝົດ 11.034 ເທື່ອຄົນ (ແຜນການ 11.000 ເທື່ອຄົນ) ທຽບໃສ່ແຜນການແມ່ນລື່ນ 0,3%; ອອກບັດສະມາຊິກຫໍສະໝຸດໃໝ່ ແລະບັນທຶກເຂົ້າໂປຣແກຣມ PMB ໄດ້ 316 ບັດ; ສະໜອງປື້ມເຂົ້າຫ້ອງສະໝຸດໄດ້ 810 ຫົວ, ລົງທະບຽນປື້ມປ້ອງກັນ ແລະວິທະຍານິພົນໄດ້ 384 ຫົວ, ສ້ອມແປງປຶ້ມທີ່ເປ່ເພໄດ້ 85 ຫົວ, ວຽກງານວາລະສານ ຮັບບົດວາລະສານ ທັງໝົດ 465 ບົດ; ບົດທີ່ຜ່ານບັນນາທິການ ແລະສາມາດຈັດພິມໄດ້ 104 ບົດ. ສຳເລັດການຈັດພິມວາລະສານໄດ້ທັງໝົດ 12 ສະບັບເທົ່າກັບ 100% ຂອງ ແຜນການປີ ແລະວຽກງານວິໄຈຂ່າວ ສຳເລັດການຮີບໂຮມ ປື້ມສັງລວມນິຕິກຳຂອງ

ສມປຊ 1 ເຫຼັ້ມ (ໄລຍະປີ 1984-2003), ສັງລວມນິຕິກຳລຸ່ມກົດໝາຍຂົງເຂດການປົກຄອງ ແລະຄຸ້ມຄອງລັດ ຂອງລັດຖະບານ ຈຳນວນ 3 ເຫຼັ້ມ, ປຶ້ມບົດສູນທອນພົດປະທານ ທ່ານ ໄກສອນ ພົມວິຫານ 1 ເຫຼັ້ມ ຈໍານວນ 279 ໜ້າ, ສໍາເລັດການຈັດພິມ ບົດກ່າວເປີດ ກ່າວປິດກອງປະຊຸມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຊຸດທີ VII, ໄດ້ເຜີຍແຜ່ຂ່າວສານພາຍໃນ ສມປຊ ໂດຍຜ່ານຫຼາຍຊ່ອງທາງ ເຊັ່ນ: ຂ່າວການເຄື່ອນໄຫວພາຍໃນ ສມປຊ 212 ຂ່າວ, ຂ່າວສັງຄົມ(ຄັດຈາກໜັງສືພິມ)ໄດ້ 74 ບົດ, ສົ່ງຂ່າວສານລົງກຸ່ມວັອດແອັບ ຂອງອົງການຈັດຕັ້ງມະຫາຊົນ, ກຸ່ມນັກສຶກສາແຕ່ລະຫ້ອງຮຽນ ແລະກຸ່ມວອດແອັບຜູ້ຕາງໜ້າຂອງກົມ, ຄະນະຕ່າງໆ ສູນຕ່າງໆ ເພື່ອນຳເອົາຂ່າວໄປເຜີຍແຜ່ ຊຶ່ງໄດ້ທັງໝົດ 341 ຂ່າວ, ເອົາຂ່າວລົງເວບໄຊ ສມປຊ (www.nappa.gov.la) ໄດ້ 138 ບົດ, ສ້າງປ໋ອບອັບຂຶ້ນໜ້າເວບໄຊໃນໂອກາດວັນສໍາຄັນຕ່າງໆ ໄດ້ 7 ເຫດການ ແລະມີຜູ້ເຂົ້າຊົມເວບໄຊ 3.431 ເທື່ອຄົນ.

ໃນ​ຕອນ​ທ້າຍ​ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ປະທານ​ກອງ​ປະຊຸ​​ມໄດ້​ມີ​ຄຳ​ເຫັນ​ແລກປ່ຽນ ​ແລະ ​ເນັ້ນ​ໜັກ​ບາງ​ບັນຫາ​ດັ່ງ​ນີ້:

1). ສືບຕໍ່ເອົາໃຈໃສ່ວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ, ຄູ-ອາຈານທົ່ວສູນຂໍ້ມູນຂ່າວສານ ໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ກໍຄືຂອງທິດທາງແຜນການ ຂອງຄະນະພັກ, ຄະນະນໍາ ກໍຄືຄະນະສູນຂໍ້ມູນຂ່າວສານ ເພື່ອໃຫ້ພະນັກງານ, ຄູອາຈານມີ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດມະຕິຄໍາສັ່ງຕ່າງໆ ຂອງຂັ້ນເທິງໃຫ້ເຂັ້ມງວດ ພ້ອມນັ້ນ, ກໍເອົາໃຈໃສ່ຄວາມສາມັກຄີເປັນເອກະພາບໃນຖັນແຖວພະນັກງານ. 2) ດ້ານວຽກງານວິຊາສະເພາະ: ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ ຂອງພະນັກງານ, ຄູ-ອາຈານພາຍໃນສູນຂໍ້ມູນຂ່າວສານໃຫ້ຫຼາຍຂຶ້ນເປັນຕົ້ນ: ຕ້ອງເຂົ້າເຖິງພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະປັບປຸງແບບແຜນວິທີເຮັດວຽກຂອງແຕ່ລະຄົນໃຫ້ດີ, ພ້ອມທັງປະສານສົມທົບກັນພາຍໃນຢ່າງເປັນລະບົບຫຼາຍຂຶ້ນກວ່າເກົ່າ. ເພີ່ມທະວີການພົວພັນຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະພາຍນອກສະຖາບັນໃຫ້ມີຄວາມກວ້າງຂວາງ ເຊັ່ນ: ສຳນັກຂ່າວຂ່າວສານປະເທດລາວ, ກົມສໍາເນົາເອກະສານ, ຫໍສະໝຸດພາຍໃນນະຄອນຫຼວງ ແລະພາກສ່ວນອື່ນໆ. 3). ສືບເອົາໃຈໃສ່ໃນການພັດທະນາສູນຂໍ້ມູນຂ່າວສານ ໃຫ້ເປັນສູນກາງໃນການສະຫນອງຂໍ້ມູນຂ່າວສານທາງດ້ານການເມືອງ-ການປົກຄອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ເພື່ອຮັບໃຊ້ການຄົ້ນຄວ້າການຮຽນ-ການສອນ ຂອງພະນັກງານ, ຄູ-ອາຈານ, ນັກສຶກສາ, ນັກຄົ້ນຄວ້າ, ປັນຍາຊົນ ພາຍໃນ ແລະ ພາຍນອກສະຖາບັນ ໃຫ້ນັບມື້ນັບຂະຫຍາຍຕົວ ແລະມີຂໍ້ມູນທີ່ຫຼາກຫຼາຍ. 4). ຫັນຫໍສະໝຸດ ສມປຊ ໃຫ້ເປັນຫໍສະໝຸດ ດີຈີຕອນ ທີ່ສາມາດສະໜອງຂໍ້ມູນຂ່າວສານ ເອເລັກໂຕນິກ ເປັນຕົ້ນແມ່ນ ເຮັດໃຫ້ວາລະສານການເມືອງ-ການປົກຄອງ ເປັນເອເລັກໂທນິກ (EMagazines), ເຮັດປື້ມເອເລັກໂທນິກ (E-books) ເພື່ອໃຫ້ກາຍເປັນຫໍສະໝຸດທີ່ມີຂໍ້ມູນ ຂ່າວສານທີ່ທັນສະໄໝ ແລະກ້າວສູ່ຫໍສະໝຸດທີ່ໄດ້ລະດັບມາດຕະຖານສາກົນຂຶ້ນເທື່ອລະກ້າວ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຕາອັອດ ແສນທະວີສຸກ