ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ຫຼື ທຽບເທົ່າຂັ້ນກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະການໂຍ້ກຍ້າຍບ່ອນປະຈຳການ ໃນຕອນເຊົ້າຂອງວັນທີ 21 ເມສາ 2022, ພິທີດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ພ້ອມດ້ວຍຄະນະ ແລະຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ເຂົ້າຮ່ວມຮັບຟັງ.

ໂດຍພິທີດັ່ງກ່າວ ທ່ານ ປທ ນ. ພອນໄຊ ລາດຊະວົງ ຮອງຫົວໜ້າຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ 4 ເອກະສານ ຄື:

1). ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກເລກທີ 78/ຄລສພ, ລົງວັນທີ 22/03/2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ສາຍຄໍາ ມູນມະນີວົງ  ເປັນຫົວໜ້າຄະນະປັດຊະຍາ,

2). ຂໍ້ຕົກລົງຂອງຫົວໜ້າ ສມປຊ ເລກທີ 525/ສມປຊ, ວັນທີ 11/04/2022 ວ່າດ້ວຍການແຕ່ງຕັ້ງພະນັກງານເຂົ້້າໃສ່ຕໍາແໜ່ງບໍລິຫານຂັ້ນຫົວໜ້າພະແນກ ຫຼື ທຽບເທົ່າ ຈໍານວນ 5 ທ່ານ, ຍິງ 2 ປະກອບມີ:

1. ທ່ານ ປອ ນ. ພອນມະນີ ບຸນຄໍ້າ  ຮອງຫົວໜ້າພາກວິຊາວິທະຍາສາດການປົກຄອງຂື້ນເປັນຫົວໜ້າພາກວິຊາວິທະຍາສາດການປົກຄອງ ຂື້ນກັບຄະນະບໍລິຫານສາດ,

2. ທ່ານ ປທ ນ. ສຸກສະຫວັນ ປັດໃຈ  ຮອງຫົວໜ້າພາກວິຊາປະຫວັດປັດຊະຍາກ່ອນມາກ-ເລນິນ ຂຶ້ນເປັນຫົວໜ້າພາກວິຊາປະຫວັດປັດຊະຍາກ່ອນມາກ-ເລນິນ ຂື້ນກັບຄະນະປັດຊະຍາ,

3. ທ່ານ ປທ ຄໍາໝັ້ນ ພົມມະຈັນ ຮອງຫົວໜ້າພະແນກກວດກາພັກ ຂື້ນເປັນຫົວໜ້າພະແນກກວດກາພັກ ຂຶ້ນກັບກົມກວດກາ,

4. ທ່ານ ປທ ຄໍາຫຼ້າ ວັນນາຮັກ ຮອງຫົວໜ້າພະແນກຄົ້ນຄວ້າສັງລວມ ຂຶ້ນເປັນຫົວໜ້າພະແນກຄົ້ນຄວ້າສັງລວມ ຂຶ້ນກັບຫ້ອງການ,

5. ທ່ານ ວິໄລສິດ ພົມພັກດີ ຮອງຫົວໜ້າພະແນກພັກ ແລະ ປ້ອງກັນພັກ ຂື້ນເປັນຫົວໜ້າພະແນກພັກ ແລະ ປ້ອງກັນພັກ ຂຶ້ນກັບກົມຈັດຕັ້ງພະນັກງານ,

3). ຂໍ້ຕົກລົງ ຂອງຫົວໜ້າ ສມປຊ ເລກທີ 526/ສມປຊ, ວັນທີ 11/04/2022  ວ່າດ້ວຍການແຕ່ງຕັ້ງ ພະນັກງານເຂົ້າໃສ່ຕໍາແໜ່ງບໍລິຫານ ຂັ້ນຮອງຫົວໜ້າພະແນກ ຫຼືທຽບເທົ່າ ຈໍານວນ 2 ທ່ານ ປະກອບມີ:

1. ທ່ານ ປທ ພອນແກ້ວ ແສງມະນີ ພະນັກງານວິຊາການ ສັງກັດຢູ່ພາກວິຊາວິທະຍາສາດການປົກຄອງ ຂຶ້ນເປັນຮອງຫົວໜ້າຫົວໜ້າ ພະແນກພັກ ແລະປ້ອງກັນພັກ ຂຶ້ນກັບກົມຈັດຕັ້ງ – ພະນັກງານ,

2. ທ່ານ ປທ ໄມຕີ ອິນທະວີຈິດ ພະນັກງານວິຊາການ ພະແນກຄົ້ນຄວ້າວິໄຈຂ່າວ ຂຶ້ນເປັນຮອງຫົວໜ້າພະແນກຄົ້ນຄວ້າວິໄຈຂ່າວ.

4). ຂໍ້ຕົກລົງຂອງຫົວໜ້າ ສມປຊ ເລກທີ 524/ສມປຊ, ວັນທີ 11/04/2022 ວ່າດ້ວຍການຍົກຍ້າຍບ່ອນປະຈໍາການ ຂອງພະນັກງານ-ລັດຖະກອນ ຢູ່ພາຍໃນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈໍານວນ 2 ທ່ານ, ຍິງ 1 ທ່ານ ເຊິ່ງມີລາຍຊື່ຄື:

1. ທ່ານ ປທ ບຸນໜາ ສີຫາລາດ ຫົວໜ້າພະແນກຊັບສິນ ແລະ ໄອທີ ໄປເປັນຫົວໜ້າພະແນກບໍລິຫານ ຂຶ້ນກັບຫ້ອງການ ສມປຊ,

2. ທ່ານ ນ. ລາລິວັນ ວົງພະຈັນ ຫົວໜ້າພະແນກພັກ ແລະ ປ້ອງກັນພັກ ໄປເປັນຫົວໜ້າພະແນກອົງການຈັດຕັ້ງມະຫາຊົນ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຂຶ້ນກັບກົມຈັດຕັ້ງ-ພະນັກງານ.

  ໃນໂອກາດດັ່ງກ່າວທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ໂອ້ລົມ ແລະໃຫ້ທິດຊີ້ນໍາທີ່ມີຄວາມໝາຍຄວາມສໍາຄັນຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ຖືກຕ້ອງ ແລະສອດຄ່ອງ ກັບສະພາບເງື່ອນໄຂຕົວຈິງຂອງ ສມປຊ ໃຫ້ມີການພັດທະນາດີຂຶ້ນເທື່ອລະກ້າວ, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານທີ່ຖືກແຕ່ງຕັ້ງ ຈົ່ງນຳພາວຽກງານຂອງຕົນທີ່ຮັບຜິດຊອບໃຫ້ມີປະສິດທິຜົນ ແລະຍົກສູງພາລະບົດບາດການນຳພາ-ຊີ້ນຳ ພາຍໃນກົມກອງຕົນເອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະກວ້າງຂວາງ, ມີແບບແຜນວິທີການເຮັດວຽກ, ມີຄວາມຮັບຜິດຊອບຕໍ່ວຽກງານທີ່ອົງການຈັດຕັ້ງມອບໝາຍໃຫ້ ໂດຍສະເພາະການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ, ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ເຂັ້ມແຂງ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນຳພາເຮັດວຽກລວມສູນປະຊາທິປະໄຕ ເປັນໝູ່ຄະນະ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຕາອັອດ ແສນທະວີສຸກ

ຂ່າວອື່ນໆ