ໃນຕອນເຊົ້າວັນທີ 20 ເມສາ 2022 ຢູ່ທີ່ສະໂມສອນ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ຈັດພິທີປະຖະກະຖາ 61 ປີ ແຫ່ງການເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ( 05 ເມສາ 1961-5 ເມສາ 2022 ) ແລະເລົ່າມູນເຊື້ອ ຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 63 ປີ ( 10.5.1959-10.5.2022 ) ໂດຍການເປັນປະທານຂອງ ທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ມີພະນັກງານຄູອາຈານ 26 ສະຫາຍ ຍິງ 14 ສະຫາຍ ແລະນັກສຶກສາ ຮຸ່ນທີ XVIII ເຂົ້່າຮ່ວມທັງໜົດ 65 ສະຫາຍ, ຍິງ 17 ສະຫາຍ.

ພິທີດັ່ງກ່າວ ທ່ານ ຄໍາຜຸຍ ໂນລາ ໄດ້ເລົ່າເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະວັນນັກຮົບເສຍອົງຄະ ແລະເສຍຊີວິດ ເພື່ອປະເທດຊາດ ຄົບຮອບ 76 ປີ, ທ່ານ ເອກທະນູ ພຸດສະດີ ຮອງຫົວໜ້າ ໂຮງຮຽນການເມືອງ ແລະ ການປົກຄອງ ກໍໄດ້ເຊື່ອມຊຶມ ເອກະສານໂຄສະນາປະຖະກະຖາ 61 ປີ ແຫ່ງການເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ (05 ເມສາ 1961-05ເມສາ 2022) ປະຫວັດສາດແຫ່ງການກຳເນີດ ແລະ ຄວາມເປັນມາ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມຂອງຊາດ, ມູນເຊື້ອແຫ່ງການນຳພາອັນປີຊາສາມາດ ສະຫລາດສ່ອງໃສຂອງພັກເຮົາ ໃນພາລະກິດການປະຕິວັດປົດປ່ອຍຊາດໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ແລະທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນ ການເມືອງ ແລະການປົກຄອງແຂວງ ໄດ້ເລົ່າເຖິງມູນເຊື້ອຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ທີ່ໄດ້ສ່ອງແສງໃຫ້ເຫັນປະຫວັດຄວາມເປັນມາມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງກອງທັບ ແລະ ປະຊາຊົນມູນເຊື້ອຄວາມເປັນແບບຢ່າງອັນດີງາມຂອງຜູ້ນຳຂອງ ພັກ-ລັດ.

         ພາບ-ຂ່າວ ຄອນສະຫວັນ ສຸວັນດີ ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ.
ບັນນາທິການ: ຕາອັອດ ແສນທະວີສຸກ

ຂ່າວອື່ນໆ