ວັນທີ 29 ມີນາ 2022 ຢູ່ທີ່ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາໄດ້ປິດຊຸດຮຽນທິດສະດີການເມືອງ-ການປົກຄອງລະບົບຊັ້ນຕົ້ນ ຮຸ່ນທີ VIII, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີວິໄລ ປັນແກ້ວ ກໍາມະການປະຈໍາພັກແຂວງ, ປະທານກວດກາພັກ-ອົງການກວດກາລັດ ຜູ້ຊີ້ນຳໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາ, ສະຫາຍ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາ, ພ້ອມດ້ວຍແຂກຖືກເຊີນ, ມີຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

         ສະຫາຍ ຄຳຟອງ ລາດສະພົນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃນໄລຍະຜ່ານມາຂອງໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນ້ຳທາ ຊຶ່ງໄດ້ເລີ່ມການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ ຮຸ່ນທີ VIII ແຕ່ກາງເດືອນ ມັງກອນ 2022 ມາຮອດວັນທີ 28 ມີນາ 2022 ການຮຽນ-ການສອນໄດ້ສຳເລັດຕາມໂຄງການຫຼັກສູດຊັ້ນຕົ້ນ, ເຊິ່ງມີນັກສຶກສາທັງໝົດ 51 ສະຫາຍ ຍິງ 18 ສະຫາຍ, ການຈັດຕັ້ງການຮຽນ-ການສອນ ແມ່ນໄດ້ໃຊ້ເວລາທັງໝົດ 224 ຊົ່ວໂມງ, ມີ 41 ບົດ,15 ໜ່ວຍກິດ, 9 ວິຊາຄື: ພາກວິຊາເສດຖະສາດການເມືອງ, ປັດຊະຍາ, ຄຸ້ມຄອງເສດຖະກິດ, ລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ, ທິດສະດີລັດ ແລະ ກົດໝາຍ, ການປົກຄອງ, ກໍ່ສ້າງພັກ ແລະ ຂົນຂວາຍກໍ່ສ້າງຮາກຖານ; ວິຊາທັງໝົດນັ້ນ ແມ່ນໄດ້ຜ່ານຈັດຕັ້ງປະຕິບັດການສອບເສັງແຕ່ລະວິຊາເພື່ອເປັນການປະເມີນຜົນການຮຽນ ແລະຄວາມຮັບຮູ້ ຂອງນັກສຶກສາຄື: ຄະແນນເກຼດ A ດີເລີດກວມ 57,04% ລື່ນຄາດໝາຍ ຂອງແຜນການ 2,04%, ເກຼດ B+ ດີຫຼາຍກວມ 35,34% ລື່ນຄາດໝາຍ 10,34% ແລະ ເກຼດ B ດີ ກວມ 7,62%, ຄູອາຈານຂຶ້ນຫ້ອງສິດສອນກວມ 100%.

         ພ້ອມດຽວກັນນີ້ສະຫາຍ ສີວິໄລ ປັນແກ້ວ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ນັກສຶກສາທີ່ສຳເລັດການຮຽນທິດສະດີການເມືອງ-ການປົກຄອງລະບົບຊັ້ນຕົ້ນ ຮຸ່ນທີ VIII ແລະມອບໃບຍ້ອງຍໍໃຫ້ບຸກຄົນທີ່ໄດ້ອຸປະຖໍາວັດຖຸປັດໃຈໃຫ້ແກ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ແລະ ສະຫາຍ ກໍ່ໄດ້ໂອ້ລົມຕໍ່ຄູ-ອາຈານ ແລະນັກສຶກສາ; ກ່ອນອື່ນກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຮຽນ-ການສອນໃນຄັ້ງນີ້ກໍ່ເປັນບາດກ້າວທີ່ສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດກໍ່ຄືແຂວງຫຼວງນ້ຳທາ ໃຫ້ມີຄວາມກ້າວໜ້າ ແລະ ໄດ້ເນັ້ນໜັກນັກສຶກສາຈົ່ງກຳແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ ແລະ ຈົ່ງນຳໄປໃຊ້ເຂົ້າໃນປະກອບໜ້າທີ່ວິຊາສະເພາະຂອງຕົນໃຫ້ປະກົດຜົນເປັນຈິ່ງ.

ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ຕາອັອດ ແສນທະວີສຸກ