ກອງປະຊຸມຄັ້ງນີ້; ແມ່ນ​​ກອງ​ປະຊຸມສໍາມະນາ​ວິທະຍາສາດທີ່​ ໄດ້​ຄົ້ນ​ຄວ້າ​ລົງ​ເລິກ​, ​ສ້າງ​ຄວາມ​ກະຈ່າງ​ແຈ້ງ​ທາງ​ດ້ານ​ວິທະຍາສາດ ກ່ຽວ​ກັບຫົວຂໍ້: ວຽກ​ງານປ້ອງກັນຊາດ-​ປ້ອງ​ກັນ​ຄວາມ​ສະຫງົບໃນ​ສະພາບການໃໝ່ ​ເພື່ອຕອບ​​ສະໜອງ​ໃຫ້ແກ່ຄວາມ​ຮຽກຮ້ອງ​ຕ້ອງການ ຂອງວຽກງານ​ການຄົ້ນຄ້ວາວິທະຍາສາດ ແລະເຕັກໂນໂລຊີຂອງຍຸກສະ​ໄໝປັດຈຸບັນ, ເຊື່ອມ​ໂຍງ​​​ແລະການ​ປະຕິວັດ​ອຸ​ດສາ​ຫະກຳ 4.0 ​(ປະຕິວັດ​ອຸ​ດສາ​ຫະກຳຄັ້ງ​ທີ IV),​ ແນ​ໃສ່​ປົກ​ປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກໍ່ສ້າງພະນັກງານຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດກ້າວໄປສູ່ຄວາມຮັ່ງມີ, ເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ​ ແລະທີ່ສຳຄັນກອງປະຊຸມຄັ້ງນີ້ເປັນ​ຄັ້ງ​ທີ IV ທີ່​ 4 ສະ​ຖາ​ບັນຮ່ວມ​ກັນ​ຈັດ​ຂຶ້ນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ​ເຊື່ອມສານກັບການຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບ ແລະຄວບຄູ່ກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ທັງ 4 ສະຖາບັນວາງອອກໃຫ້ປະກົດຜົນເປັນຈິງ.

ໃນພິທີໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ພົຈວ. ປອ. ວົງເຊໂດນ ພັນທະແກ້ວ, ກຳມະການຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ, ທ່ານ ຮສ ພູ​ວົງ ອຸ່ນ​ຄຳ​ແສນ, ​ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​​ແຫ່ງ​ຊາດ, ທ່ານ ພົຈວ. ປອ. ສົງກາ ບຸນຄຸນ, ຄະນະພັກວິທະຍາຄານ, ຮອງຫົວໜ້າການທະຫານ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ທ່ານພົຈວ. ປອ. ວັນສົມ ສີສົມບັດ ກຳມະການ​ຄະນະ​ພັກ​ກະຊວງ, ຫົວໜ້າວິທະຍາຄານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ຕ່າງໜ້າ 4 ຝ່າຍເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານບົດວິທະຍາສາດທີ່ເສີມຂະຫຍາຍຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຄົ້ນຄວ້າ​, ວິເຄາະ, ວິໄຈ ຢ່າງເລິກເຊິ່ງ, ສ້າງ​ຄວາມ​ກະຈ່າງ​ແຈ້ງ ດ້ວຍຫຼາຍຮູບ, ຫຼາຍສີ​ສັນ ທີ່ມີເນື້ອໃນອຸດົມສົມບູນ ແລະນໍາສະເໜີແນວຄວາມຄິດຂອງຕົນຕໍ່ຫົວຂໍ້: “ຄວາມເປັນລະບຽບຮຽບຮ້ອຍ, ປອດໄພຂອງສັງຄົມ ແມ່ນໜ້າທີ່ພື້ນຖານໃຫ້ແກ່ການພັດທະນາປະ​ເທດຊາດໃນເງື່ອນໄຂໃໝ່​” ເຊິ່ງເປັນຫົວຂໍ້ຫຼັກຂອງກອງປະຊຸມ ແລະໄດ້ຮັບຟັງການນໍາສະເໜີຂອງນັກວິທະຍາສາດ ທັງໝົດ 8 ຫົວຂໍ້ຄື:

1. ປຸກລະດົມຂົນຂວາຍມະຫາຊົນ ເຂົ້າຮ່ວມວາລະແຫ່ງຊາດແກ້ໄຂບັນຫາເສບຕິດ ຢູ່ ສປປ ລາວ.

2. ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທາງດ້ານວັດທະນະທໍາ ຢູ່ປະເທດເຮົາ ໃນເງື່ອນໄຂໃໝ່.

3. ສ້າງກໍາລັງປ້ອງກັນຊາດຕາມທິດປະຕິວັດ, ມີແບບແຜນ ແລ ທັນສະໄໝ ຮັບປະກັນໃຫ້ແກ່ຄວາມໝັ້ນຄົງຂອງຊາດ.

4. ຍົກສູງສະຕິເຄົາລົບກົດໝາຍຂອງພົນລະເມືອງ ເພື່ອສ້າງລັດທີ່ປົກຄອງດ້ວຍກົດໝາຍ.

5. ປັບປຸງອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດໃຫ້ມີຄວາມຮັດກຸມ, ໂປ່ງໃສ, ມືອາຊີບ ແລະຍຸຕິທຳ.

6. ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນຖັນແຖວພະນັກງານ ຢູ່ປະເທດເຮົາ.

7. ຈັດຕັ້ງ, ນຳໃຊ້ກຳລັງເຄື່ອນທີ່ຂອງກະຊວງປ້ອງກັນປະເທດ ເຂົ້າຮ່ວມຕ້ານຂະບວນການກໍ່ກະບົດລຸກຮື້ຂຶ້ນ.

8. ປັບປຸງວຽກງານຄຸ້ມຄອງລັດດ້ານຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ປະເທດເຮົາ.

ຊຶ່ງທັງ 8 ຫົວຂໍ້ນັ້ນແມ່ນບົດຄົ້ນຄວ້າກ່ຽວກັບການຕັ້ງບັນຫາ, ເນື້ອໃນທີ່ມີຄວາມກະຈ່າງແຈ້ງພໍສົມຄວນ, ພ້ອມກັນນັ້ນກໍໄດ້ສະຫຼຸບຕີລາຄາຢັ້ງຢືນໃຫ້ເຫັນຜົນສຳເລັດ ແລະຂໍ້ຄົງຄ້າງຈຳນວນໜຶ່ງ, ເຖິງວ່າຍັງບໍ່ທັນເລິກເຊິ່ງໃນຄຳຄິດຄຳເຫັນຂອງບັນດານັກວິທະຍາສາດ, ແຕ່ກໍເປັນພື້ນຖານໃຫ້ພວກເຮົາສາມາດສະຫຼຸບຕີລາຄາໄດ້.ຈາກນັ້ນ, ນັກວິທະຍາສາດກໍໄດ້ນໍາສະເໜີຄວາມສຳຄັນກ່ຽວກັບ “ຄວາມເປັນລະບຽບຮຽບຮ້ອຍ, ປອດໄພຂອງສັງຄົມ ແມ່ນໜ້າທີ່ພື້ນຖານໃຫ້ແກ່ການພັດທະນາປະ​ເທດຊາດໃນເງື່ອນໄຂໃໝ່”, ເນື້ອໃນແຕ່ລະບົດແມ່ນໄດ້ສະຫຼຸບສັງລວມຢ່າງລະອຽດຖີ່ຖ້ວນ,  ພ້ອມທັງສະຫຼຸບບັນຫາໃຫ້ເຫັນປະເດັນທີ່ພວກເຮົາຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າໃຫ້ເລິກເຊິ່ງຕື່ມອີກ. ບົດຄົ້ນຄວ້າໄດ້ຍົກໃຫ້ເຫັນເນື້ອໃນສຳຄັນຢ່າງພາວະວິໄສ, ໂດຍອີງໃສ່ຫຼັກການຂອງພັກໂດຍກົງ, ຮອບດ້ານ ເຊິ່ງໄດ້ຢັ້ງຢືນໃຫ້ເຫັນວ່າ: ພັກມີການນໍາພາທາງດ້ານການເມືອງທີ່ຖືກຕ້ອງ, ມີວິຊາສະເພາະທີ່ແນ່ນອນ, ມີເຕັກນິກທີ່ຖືກຕ້ອງ; ການນຳພາທີ່ຖືກຕ້ອງຂອງພັກ ກໍຄືແສງສະຫວ່າງຊີ້ທິດເຍືອງທາງຊ່ວຍໃຫ້ທຸກກຳລັງໄປຖືກທິດ ກາຍເປັນກໍາລັງແຮງທີ່ເຮັດສຳເລັດໜ້າທີ່, ສືບຕໍ່ເປັນກໍາລັງທີ່ມີບົດບາດສຳຄັນຄຽງຄູ່ກັບທີ່ຕັ້ງ, ບົດບາດ, ພາລະໜ້າທີ່ໃນການປົກປັກຮັກສາ “ຄວາມເປັນລະບຽບຮຽບຮ້ອຍ, ປອດໄພຂອງສັງຄົມ ແມ່ນໜ້າທີ່ພື້ນຖານໃຫ້ແກ່ການພັດທະນາປະ​ເທດຊາດໃນເງື່ອນໄຂໃໝ່”, ບົດຢ່ອຍກໍໄດ້ຕີລາຄາຢ່າງຊັດເຈນແລ້ວ, ແຕ່ຢູ່ໃນນີ້ຢາກເນັ້ນຕື່ມວ່າ:ບົດບາດເປັນຫຼັກແຫຼ່ງ ໃນການນຳພາ-ພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ແລະບົດບາດອື່ນໆ;ນອກຈາກນັ້ນ ກໍແມ່ນໜ້າທີ່ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ