ໃນຕອນແລງວັນທີ 31 ມີນາ 2022 ພະແນກຊັບສິນ ແລະໄອທີ ທີ່ຂື້ນກັບ ຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີເຝິກອົບຮົມການຄຸ້ມຄອງ ແລະການນໍາໃຊ້ເຄືອຂ່າຍ G-net ໃຫ້ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ໂດຍການເປັນປະທານຂອງທ່ານ ບຸນໜາ ສີຫາລາດ ຫົວໜ້າພະແນກຊັບສິນ ແລະໄອທີ, ມີທ່ານ ສຸກສະໄໝ ທໍາມະວົງ ຫົວໜ້າພະແນກບໍລິການລະບົບບໍລິຫານລັດດີຈີຕອນ ພ້ອມດ້ວຍຄະນະ, ວິທະຍາກອນ ແລະ ສຳມະນາກອນກໍໃຫ້ກຽດເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາເຄິ່ງວັນ ໂດຍມີສໍາມະນາກອນເຂົ້າຮ່ວມທັງໝົດ  18 ທ່ານ ຍິງ 5 ທ່ານ, ສໍາມະນາກອນໄດ້ເອົາໃຈໃສ່ຕໍ່ການເຝິກອົບຮົມ ເຊິ່ງໄດ້ສະແດງອອກໃນເວລາຝຶກອົບຮົມເຫັນໄດ້ວ່າສໍາມະນາກອນທຸກທ່ານມີຄວາມຕັ້ງໃຈຟັງ ແລະມີການແລກປ່ຽນຄໍາຄິດ, ຄໍາເຫັນຕໍ່ກັບການນໍາໃຊ້ເຄືອຂ່າຍ G-net ຢ່າງເປັນຂະບວນການຟົດຝືນ.

ການຝຶກອົບຮົມຄັ້ງນີ້ ເຮັດໃຫ້ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບວິທີການນໍາໃຊ້ອຸປະກອນ Fortinet ຂັ້ນພື້ນຖານ, ຮູບແບບການນໍາໃຊ້ການເຊື່ອມຕໍ່ fortigate 60 f (ລະບົບຮັກສາຄວາມປອດໄພ), ການກວດ License, ການນໍາໃຊ້ອຸປະກອນເຊື່ອມຕໍ່ກັບ fortigate 60 f, ການຕິດຕາມນໍາໃຊ້ Bandwidth, ການຕິດຕາມນໍາໃຊ້ຂອງ User, ການກວດ Log & Report, ພາບລວມຂອງລະບົບເຄືອຂ່າຍພາກລັດ (G-Net) ແລະອື່ນໆ ທີ່ພົວພັນກ່ຽວກັບລະບົບດັ່ງກ່າວ.

ທ່ານ ບຸນໜາ ສີຫາລາດ ຫົວໜ້າພະແນກຊັບສິນ ແລະໄອທີໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທີ່ໄດ້ເຂົ້າຮ່ວມເຝິກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນນໍາເອົາເນື້້ອໃນຈິດໃຈຂອງການເຝິກອົບຮົມໄປຈັດຕັ້ງຜັນຂະຫຍາຍໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃຫ້ເກີດດອກອອກຜົນ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ