ເພື່ອເປັນການກ້າວເຂົ້າສູ່ໄລຍະການເຊື່ອມໂຍງພາກພື້ນ ແລະສາກົນ ທີ່ເລິກເຊິ່ງກວ້າງຂວາງ, ຄວາມສາມັກຄີ ລະຫວ່າງ ສອງຊາດລາວ-ຫວຽດນາມ ເວົ້າລວມ. ເວົ້າສະເພາະ, ແມ່ນ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຮ່ວມກັບສະຖາບັນດິດ ວິທະຍາສາດສັງຄົມ ຫວຽດນາມ ທີ່ໄດ້ປະກອບສ່ວນບໍ່ໜ້ອຍໃນການຊ່ວຍເຫຼືອໃຫ້ແຕ່ລະປະເທດເຊື່ອມໂຍງເຂົ້າກັບບັນດາກົນໄກການຮ່ວມມື ຢູ່ໃນລະດັບຕ່າງໆ ນັບແຕ່ລະດັບອະນຸພາກພື້ນ ຈົນເຖິງລະດັບສາກົນ.

ດັ່ງນັ້ນ, ໃນວັນທີ 28 ມີນາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບສະຖາບັນດິດ ວິທະຍາສາດສັງຄົມ ຫວຽດນາມໄດ້ມາເຕົ້າໂຮມກັນລົງນາມໃນບົດບັນທຶກການຮ່ວມມືໄລຍະ 2022-2026 (ໃນຮູບແບບອອນລາຍ) ໂດຍການເປັນປະທານຝ່າຍລາວ ແມ່ນ ທ່ານ ຮສ ພູວົງອຸ່ນ ຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະປະທານຝ່າຍຫວຽດນາມ ແມ່ນທ່ານ ຮສ ປອ ບຸຍ ເຍິດກວາງ ກຳມະການສູນກາງພັກ, ປະທານສະຖາບັນດິດວິທະຍາດສາດສັງຄົມຫວຽດນານ.

ພິທີເຊັນສັນຍາການຮ່ວມມືດັ່ງນີ້ແມ່ນຂີດໝາຍປະຫວັດສາດ ຂອງສອງສະຖາບັນ ເພື່ອປະຕິບັດບັນດາແຜນການ ແລະໂຄງການຄົ້ນຄວ້າຮ່ວມກັນ, ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ; ໃຫ້ຄຳປຶກສາດ້ານນະໂຍບາຍລວມໃຫ້ແກ່ພັກ ແລະລັດ ຂອງແຕ່ລະຝ່າຍໃນການກໍ່ສ້າງ ແລະເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະແລກປ່ຽນບົດຮຽນການກໍ່ສ້າງລະດັບປະລິນຍາເອກ ແລະປະລິນຍາໂທ ໃນສາຂາວິທະຍາສາດສັງຄົມ ແລະມະນຸດສາດ…

ບົດບັນທຶກ ການຮ່ວມມືນີ້ ຈະເປັນບ່ອນອີງ ອັນໜັກແໜ້ນໃຫ້ແກ່ສອງສະຖາບັນພວກເຮົາ ທີ່ໄດ້ຮ່ວມກັນຄົ້ນຄວ້າ, ສ້າງແຜນການ, ໂຄງການຮ່ວມມືເປັນອັນລະອຽດໃນດ້ານຕ່າງໆ ແລະຮ່ວມກັນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນບົນຈິດໃຈເພື່ອນມິດສະຫາຍອ້າຍນ້ອງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນໂດຍເລີ່ມຈາກຜົນປະໂຫຍດຂອງການຮ່ວມມືວິທະຍາສາດ, ການກໍ່ສ້າງພະນັກງານ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ