ໃນຕອນແລງຂອງວັນທີ 28 ມີນາ 2022 ໄດ້ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ສໍາລັບນັກສຶກສາລະບົບຊັ້ນສູງເລັ່ງລັດ 05 ເດືອນ ຮຸ່ນທີ XXX, ເຊິ່ງເປັນກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ຮສ ພູວົງອຸ່ນ ຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະສູນແນວຄິດ ໄກສອນ ພົມວິຫານເຂົ້້າຮ່ວມຢ່າງພອ້ມພຽງ.

ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂື້ນກ່າວໂດຍຫຍໍ້ກ່ຽວກັບຈຸດພິເສດ ແລະຄຸນລັກສະນະຂອງລະບົບຮຽນດັ່ງກ່າວ. ເຊິ່ງວ່ານັກສຶກສາໃນຊຸດນີ້ປະກອບມີທັງໝົດ 55 ທ່ານ, ຍິງ 12 ທ່ານ, ໃນນັ້ນມາຈາກບັນດາເມືອງ ແລະພະແນກຕ່າງໆ ຂອງແຂວງ ແລະນະຄອນຫຼວງ ຈໍານວນ 21 ທ່ານ, ຍິງ 2 ທ່ານ ແລະມາຈາກບັນດາກົມ ແລະທຽບເທົ່າຂັ້ນສູນກາງ 34 ທ່ານ, ຍິງ 10 ທ່ານ. ຫຼັກສູດນີ້ຈະມີການຈັດຕັ້ງການຮຽນທັງໝົດ 17 ວິຊາ, ຈາກ 5 ພາກວິຊາຮຽນ. ລວມມີ 42 ໜ່ວຍກິດ. ຫຼັງຈາກຮຽນສໍາເລັດໃນແຕ່ວິຊາ ນັກສຶກສາຈະໄດ້ຂຽນບົດລາຍງານເປັນລາຍວິຊາ ແລະທ້າຍຊຸດຮຽນນັກສຶກສາ ຈະໄດ້ຂຽນບົດປ້ອງກັນຈົບຊັ້ນ. ເຊິ່ງຫຼັກສູດດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 28 ກຸມພາ 2022 ເປັນຕົ້ນມາ ແລະຈະໄປສິ້ນສຸດຢູ່ວັນທີ 22 ກໍລະກົດ 2022.

ເຊິ່ງໃນຕອນທ້າຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ມີຄໍາເຫັນໂອ້ລົມ ແລະໃຫ້ທິດຊີ້ນໍາ ໂດຍໄດ້ຍົກໃຫ້ເຫັນວ່າ: 1). ການຮຽນແມ່ນຢາກໃຫ້ມີຄວາມເປັນເອກະພາບກັນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະເຄົາລົບການຕັດສິນໃຈເຊິ່ງກັນ ແລະກັນ. 2). ໃຫ້ນັກສຶກສາລະບົບເລັ່ງລັດນີ້ ນໍາເອົາຄວາມຮູ້ທີ່ໄດ້ຮຽນ ແລະຄວາມເຂົ້າໃຈທີ່ໄດ້ຈາກການຮໍ່າຮຽນ ໃນແຕ່ລະວິຊາໄປຈັດຈັດຕັ້ງຜັນຂະຫຍາຍ, ທໍາຄວາມເຂົ້າໃຈ ສຶກສາຄົ້ນຄວ້າແລກ ປ່ຽນຄໍາຄິດຄໍາເຫັນ, ເຊິ່ງວ່າການແລກປ່ຽນຄໍາຄິດເຫັນນີ້ ກໍ່ຄວນຢູ່ໃນຂອບເຂດຄວາມເປັນຈິງເຫດ ແລະຜົນ, 3).  ເວລາຮຽນຕົວຈິງແມ່ນໃຫ້ສົມທົບ ລະຫວ່າງ ທິດສະດີ ແລະພຶດຕິກໍາຕ້ອງໄປຄຽງຄູ່ກັນ ແລະການຮໍ່າຮຽນຕ້ອງອີງໃສສະພາບຕົວຈິງ, 4). ຮຽກຮ້ອງໃຫ້ນັກສຶກສາທີ່ ຢູ່ໃນໄລຍະການສຶກຮໍ່າຮຽນຕ້ອງປະຕິບັດລະບຽບຂອງຫ້ອງຮຽນໃຫ້ມີສະຕິໃນການໄປມາ ຫຼື ການເຂົ້າອອກ ສມປຊ ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດນີ້.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ