ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​ໄດ້​ຈັດ​​ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ່ນ ປະທານ ໄກສອນ ພົມວິຫານ ​ເນື່ອງ​ໃນ​ວັນ​ສ້າງ​ຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 67 ປີ (22.3.1955-22.3.2022) ຂຶ້ນໃນຕອນເຊົ້າຂອງ​ວັນ​ທີ 22 ມີນາ 2022 ​ແລະ​ໃນ​ຕອນ​ແລງຂອງວັນດຽວກັນໄດ້ມີພິທີປາຖະກະຖາ ຊຶ່ງໃຫ້ກຽດປາຖະກະຖາໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,  ມີພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າ​ຮ່ວມເຂົ້າ​ຮ່ວມ​ຮັບ​ຟັງ​ການ​ປາຖະກະຖາ​ຢ່າງ​ພ້ອມພຽງ.

ການຈັດຕັ້ງປາຖະກະຖາຄັ້ງນີ້ ເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດ, ມູນເຊື້ອອັນດີງາມຂອງຜູ້ນຳພັກ-ລັດ ແລະຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ອາດີດການນຳສູງສຸດຂອງພັກ ເຊິ່ງເປັນຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ເປັນຜູ້ສ້າງຕັ້ງກອງທັບ ປະຊາຊົນລາວ ແລະເປັນຜູ້ວາງແນວທາງປ່ຽນແປງໃໝ່ຂອງພັກທີ່ສະຫຼາດສ່ອງໃສຍ້ອນພາລະກິດ ແລະບຸນຄຸນອັນຍິ່ງໃຫຍ່ຂອງທ່ານ ປະທານ ໄກສອນ ພົມວິຫານ ຂອງພວກເຮົາ ຈຶ່ງຫຼຸດພົ້ນອອກຈາກການກົດຂີ່ຂູດຮີດ ຂອງພວກສັກດີນາ ແລະພວກລ່າເມືອງຂື້ນ ແລະສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ປະເທດຊາດໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ນອກນັ້ນ, ໃນພິທີຍັງໄດ້ຮັບຟັງການເຜີຍແຜ່ເອກະສານກ່ຽວກັບ ຈັນຍາບັນຂອງພະນັກງານ-ລັດຖະກອນຈາກທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ ໄດ້ຂື້ນເຜີຍແຜ່ເອກະສານກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະບານ ຊຶ່ງທ່ານໄດ້ຍົກໃຫເຫັນ 4 ປະເພດຄື: ຈັນຍາບັນຕໍ່ຕົນເອງ, ຈັນຍາບັນຕໍ່ອາຊີບ, ຈັນຍາບັນຕໍ່ການຈັດຕັ້ງ, ຈັນຍາບັນຕໍ່ປະຊາຊົນ ແລະຈັນຍາບັນຕໍ່ສັງຄົມ.

​ໃນ​ນັ້ນ, ພະນັກ​ງານ-ລັດຖະກອນ ​ທຸກ​ຄົນຕ້ອງໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີມີຄຸນທາດການເມືອງ ແລະຄຸນສົມບັດສິນທໍາປະຕິວັດ, ຕ້ອງເຄື່ອນໄຫວວິຊາຊີບຂອງຕົນດ້ວຍຄວາມສັດຊື່ ແລະບໍ່ສະແຫວງຫາຜົນປະໂຫຍດໃນທາງບໍ່ຖືກຕ້ອງ ພ້ອມທັງປະຕິບັດຈັນຍາບັນຂອງຕົນຢ່າງເຂັ້ມງວດ, ຕ້ອງເຄົາລົບ ແລະມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຮັກສາຄວາມລັບ ແລະປະຕິບັດລະບຽບວິໄນຂອງການຈັດຕັ້ງຢ່າງເຂັ້ມງວດ, ຕ້ອງບໍລິການຮັບໃຊ້ປະຊາຊົນ ແລະສັງຄົມດ້ວຍຄວາມຈິງໃຈ, ສະເໝີພາບໂປ່ງໃສ, ມີກິລິຍາມາລະຍາດດີ, ຖະໜອມຖ່ອມຕົວ, ບໍ່ຮຽກຮ້ອງສິ່ງຕອບແທນ, ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະສັງຄົມໃນການປະຕິບັດໜ້າທີ່ວຽກງານ.

ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕະວັດລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບໃບຢັ້ງຍືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ປະເພດ ແຂງ ມີໜ່ວຍພັກຮາກຖານ ກົມຈັດຕັ້ງ-ພະນັກງານ-ກົມກວດກາ, ໜ່ວຍພັກຮາກຖານ ຫ້ອງການ, ໜ່ວຍພັກຮາກຖານ ກົມຄຸ້ມຄອງການຮຽນ-ການສອນ ແລະໜ່ວຍພັກຮາກຖານ ຄະນະບໍລິຫານສາດ, ໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ປະເພດ ກາງ ມີ ໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາໂທ ຮຸ່ນທີ XV, ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຫ້ອງ ກ ແລະ ຂ, ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ ແລະ ຂ.

ຊຶ່ງທັງ 10 ໜ່ວຍພັກຮາກຖານດັ່ງກ່າວ ແມ່ນໜ່ວຍພັກ ທີ່ຜ່ານມາດຖານຕາມເງື່ອນໄຂ ຂອງຄະນະພັກ ສມປຊ ວາງອອກ ກໍຄືທິດທາງແຜນການຂອງໜ່ວຍພັກຂອງຕົນທີ່ໄດ້ກໍານົດໄວ້ ແລະໄດ້ປະເມີນນຳພາ ດ້ານຄຸນທາດການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາ, ດ້ານປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ, ເຊືີ່ອມຊຶມບັນດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສະເເດງອອກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຢູ່ບັນດາໜ່ວຍງານທີ່ຂຶ້ນກັບການນໍາພາຂອງແຕ່ລະໜ່ວຍພັກ ແນໃສ່ສ້າງໃຫ້ພະນັກງານສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ຕິດຕາມ, ກວດກາ ແລະແກ້ໄຂຜົນການດໍາເນີນຊີວິດການເມືອງດ້ວຍຄວາມຮັບຜິດຊອບສູງ, ປັບປຸງກໍ່ສ້າງໜ່ວຍພັກ ຂອງຕົນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະເອົາໃຈໃສ່ໃນການປະຕິບັດໜ້າທີີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ.

ທ່ານ ຮສ ພູວົງ ອຸ່ນຄຳແສນ ສະແດງຄວາມຍ້ອງຍໍຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ບັນດາໜ່ວຍພັກຮາກຖານທີ່ໄດ້ຮັບຢັ້ງຢືນເປັນໜ່ວຍພັກແຂງ ແລະຈົ່ງສືບຕໍ່ຮັກສາມູນເຊື່ອ ໜ່ວຍພັກ ແລະສະມາຊິກພັກ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຈົນໄດ້ຮັບຜົນສຳເລັດຫຼາຍດ້ານ, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະເອກະສານສຳຄັນຕ່າງໆ ຂອງພັກຂອງຊາດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນໃນຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ກໍ່ສ້າງ, ປັບປຸງ, ແບບແຜນການນຳພາ, ແບບແຜນວິທີເຮັດວຽກໃຫ້ເປັນປົກກະຕິ ແລະມີຄຸນນະພາບ ແລະສືບຕໍ່ຍົກສູງບົດບາດການນຳພາຂອງພັກ ແລະຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນໃຫ້ມີຜົນສຳເລັດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ