ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ, ຈັດກອງປະຊຸມ ສໍາມະນາວິທະຍາສາດຂຶ້ນໃນຕອນເຊົ້າ ຂອງວັນທີ 14 ມີນາ 2022, ທີ່ຫ້ອງປະຊຸມໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ຫົວຂໍ້ ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມຢູ່ປະເທດເຮົາ”. ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ ສະຫາຍ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະໃຫ້ກຽດເປັນຄະນະປະທານຮ່ວມມີ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ສະຫາຍ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງ ພັກ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະສະຫາຍ ປອ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ນອກຈາກນີ້ ຍັງມີບັນດາສະຫາຍນັກວິທະຍາສາດ, ນັກຄົ້ນຄວ້າ ແລະພະນັກງານການນຳຫຼັກແຫຼ່ງ ຂອງບັນດາກະຊວງ, ສຳນັກງານ ແລະອົງການຕ່າງໆ, ມີບັນດາທ່ານໃນກອງເລຂາ, ຄະນະຮັບຜິດຊອບການຄົ້ນຄວ້າ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມທັງໝົດ 200 ກວ່າຄົນ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ເເລະວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ, ຂ່ຳນັບຮັບຕ້ອນ ວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຂອງມະຕິກອງ ປະຊຸມໃຫຍ່ຄັ້ງທີ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ.

ໃນກອງປະຊຸມອັນມີຄວາມໝາຍສໍາຄັນນີ້ ສະຫາຍ ປອ. ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນກ່າວເປີດ ກອງປະຊຸມສຳມະນາຂຶ້ນຢ່າງເປັນທາງການ ແລະໄດ້ເນັ້ນໜັກວ່າແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິ ປະໄຕ ໄດ້ຢືນຢັນໃຫ້ເຫັນເຖິງຄຸນລັກສະນະທາດແທ້, ຈຸດໝາຍ ບາດກ້າວເດີນ ຂອງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ, ຊີ້ໃຫ້ເຫັນວ່າ ຈຸດໝາຍການປະຕິວັດຊາດ ປະຊາທິປະໄຕ ແມ່ນການສະແດງອອກເຖິງການເຊີດຊູຄັນທຸງ ຊາດ, ປະຊາທິປະໄຕ ພາຍໃຕ້ການນຳພາ ຂອງພັກຊົນຊັ້ນກຳມະກອນ, ຕາມທິດກ້າວຂຶ້ນສັງຄົມນິຍົມ.  

ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: ລັກສະນະຂອງການປະຕິວັດເຮົາ ແມ່ນການປະຕິວັດຊາດ-ປະຊາທິປະໄຕ ໂດຍແມ່ນພັກຊົນຊັ້ນກຳມະກອນເປັນຜູ້ນຳພາ, ຈຸດໝາຍຂອງມັນ ບໍ່ແມ່ນຢຸດຢູ່ ເອກະລາດແຫ່ງຊາດ, ປະ ຊາທິປະໄຕເທົ່ານັ້ນ; ຫາກແມ່ນຕ້ອງນໍາເອົາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມໂດຍກົງໂດຍບໍ່ຜ່ານໄລຍະການຂະຫຍາຍ ຕົວຂອງທຶນນິຍົມ… ປະທານ ໄກສອນ ພົມວິຫານ ໄດ້ຖືວ່າສໍາຄັນການສ້າງກ້ອນກຳລັງພັນທະພາບກຳມະກອນ-ຊາວ ນາ, ປຸກລະດົມການເຂົ້າຮ່ວມຂອງທຸກຊັ້ນຄົນ, ທຸກເພດໄວ ຖືເອົາການປະຕິວັດແມ່ນພາລະກິດ ຂອງມະຫາຊົນພາຍໃຕ້ການນຳພາຂອງພັກເປັນພື້ນຖານໃຫ້ແກ່ພາລະກິດປະຕິວັດຊາດ ປະຊາທິປະໄຕ. ແນວຄິດ ໄກສອນ ພົມວິຫານ ກ່ຽວ ກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມ ໄດ້ຮັບການຢັ້ງຢືນຈາກພຶດຕິກໍາຕົວຈິງ ໃນພາລະກິດຕໍ່ສູ້ກູ້ຊາດຈົນສາມາດຍາດເອົາໄຊຊະນະໄດ້ຢ່າງສົມບູນ ດ້ວຍສາມບາດຄ້ອນຍຸດທະສາດ ແລະສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 02 ທັນວາ 1975 ເຊິ່ງແມ່ນລັດທີ່ເປັນຕົວແທນອັນແທ້ຈິງ ແຫ່ງສິດຜົນ ປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ຍັງໄດ້ຊີ້ໃຫ້ເຫັນຕື່ມວ່າປັດຈຸບັນ, ພາລະກິດປະຕິວັດຂອງປະຊາຊົນລາວເຮົາ ກຳລັງກ້າວເຂົ້າສູ່ໄລຍະການຂະຫຍາຍຕົວໃໝ່, ໄລຍະແຫ່ງການສ້າງ ແລະຂະຫຍາຍລະ ບອບປະຊາທິປະໄຕ ປະຊາຊົນ ທີ່ມີທັງກາລະໂອກາດ ແລະສິ່ງທ້າທ້າຍ ທີ່ສະຫຼັບສັບຊ້ອນ, ເຊິ່ງຮຽກຮ້ອງໃຫ້ພວກເຮົາໄດ້ເຮັດໜ້າທີ່ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດທີ່ປະຊາຊົນລາວ ຍາດມາໄດ້ຕິດພັນຢ່າງແໜ້ນແຟ້ນກັບພາ ລະກິດສ້າງສາພັດທະນາປະເທດຊາດ. ສະນັ້ນ, ກອງປະຊຸມສໍາມະນາວິທະຍາສາດໃນຄັ້ງນີ້ແມ່ນມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະພຶດຕິກໍາ, ຈະເປັນການປະກອບສ່ວນເຂົ້າໃນວຽກງານສະຫຼຸບທິດສະດີ ແລະພຶດຕິກໍາ ຂອງພັກເຮົາ ເພື່ອເປັນພື້ນຖານຮັບໃຊ້ການປັບປຸງບູລະນະແນວທາງສືບຕໍ່ສ້າງ ແລະເສີມຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ຕາມທິດກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ ເທື່ອລະກ້າວ. ຜ່ານການຮັບຟັງການນຳສະເໜີບົດ ຈາກນັກວິທະຍາສາດຈຳ ນວນ 06 ຫົວຂໍ້ຍ່ອຍຄື: 1). ທາດແທ້ ແລະຈຸດໝາຍຂອງການປະຕິວັດຊາດ ປະຊາທິປະໄຕປະຊາຊົນ; 2). ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການນໍາພາຂອງພັກ; 3). ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ພົນພື້ນຖານການກໍ່ສ້າງກ້ອນກໍາລັງພັນທະພາບກໍາມະກອນ-ຊາວ ນາ; 4). ແນວຄິດ ໄກສອນ ພົມວິຫານ ກ່ຽວກັບມະຫາຊົນ, ປະຊາຊົນແມ່ນກຳລັງແຮງຕັດສິນໄຊຊະນະ ຂອງການປະຕິ ວັດຊາດ-ປະຊາທິປະໄຕ; 5). ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການແກ້ໄຂຂໍ້ຂັດແຍ້ງ ລະຫວ່າງ ກໍາລັງການຜະລິດ ແລະການພົວພັນການຜະລິດ ໃນໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ປະເທດເຮົາ; 6). ແນວຄິດ ໄກສອນ ພົມວິ ຫານ ກ່ຽວກັບການສ້າງ ແລະຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ຢູ່ປະເທດເຮົາ;

ບັນດານັກທິດສະດີ, ນັກວິທະຍາສາດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຢືນຢັນເຖິງຄຸນຄ່າທາງດ້ານທິດສະດີ ແລະພຶດຕິກໍາ ຂອງແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມ, ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາ ຂອງການເຄື່ອນໄຫວການປະຕິວັດ ຂອງເພີ່ນ, ທັງເປັນການເພີ່ມເຕີມໃຫ້ແກ່ຄັງສາງທິດສະດີມາກ-ເລນິນ; ຢັ້ງຢືນໃຫ້ເຫັນເຖິງບົດບາດ, ຄວາມໝາຍຄວາມສໍາຄັນ ແລະການປະກອບສ່ວນອັນໃຫຍ່ຫຼວງ ຂອງແນວຄິດ ໄກສອນ ພົມວິຫານ ຕໍ່ກັບການປະຕິວັດລາວ, ພິເສດແມ່ນການປະກອບສ່ວນທາງດ້ານລະບົບແນວຄິດ, ເປັນຕົ້ນແມ່ນລະບົບແນວຄິດກ່ຽວກັບການປະຕິວັດຊາດ, ປະຊາທິປະໄຕ ພາຍໃຕ້ໃຕ້ການນຳພາຂອງພັກກ່ຽວກັບການກໍ່ສ້າງກ້ອນກຳລັງພັນທະພາບກຳມະກອນ-ຊາວນາ, ກ່ຽວກັບການເຕົ້າໂຮມກຳລັງມະຫາຊົນ ເພື່ອສ້າງກຳລັງແຮງສັງລວມ ໃຫ້ແກ່ການປະຕິວັດ, ກ່ຽວກັບການ ແກ້ໄຂສາຍພົວພັນ ລະຫວ່າງ ກຳລັງການຜະລິດ ແລະການພົວພັນການຜະລິດໃນໄລຍະຂ້າມຜ່ານ ກ້າວຂຶ້ນສັງຄົມນິຍົມ ແລະແນວຄິດກ່ຽວກັບການສ້າງ ແລະຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ ທີ່ກາຍເປັນເຂັມທິດໃຫ້ແກ່ການເຄື່ອນໄຫວນຳພາ-ຊີ້ນຳຂອງພັກເຮົາໃນປັດຈຸບັນ.

ຂ່າວ: ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ