ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອຄວາມເປັນມາຂອງວັນສ້າງຕັ້ງອົງການກວດກາພັກ-ລັດ ຂອງ ສປປ ລາວ ຄົບຮອບ 40ປີ (16 ກຸມພາ 1982-16 ກຸມພາ 2022) ໃນວັນທີ 11 ມີນາ 2022, ຊຶ່ງໃຫ້ກຽດເລົ່າມູນເຊື້ອຄວາມເປັນມາ ຂອງວັນສ້າງຕັ້ງອົງການກວດກາພັກ-ລັດໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະມາຊິກພັກ, ປະທານກວດກາພັກ-ລັດ ສມປຊ, ມີພະນັກງານທົ່ວ ສມປຊ ແລະນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ວຽກງານການກວດກາ ແມ່ນວຽກງານໜຶ່ງ ໃນການປະຕິບັດແນວທາງນະໂຍບາຍ, ຂໍ້ກໍານົດ, ລະບຽບການຕ່າງໆ ຂອງພັກ-ລັດ ທີ່ໄດ້ວາງອອກ ເພື່ອສອດຄ່ອງກັບສະພາບຄວາມເປັນຈິງ, ຮັບປະກັນລັກສະນະວິທະຍາສາດ, ພາວະວິໄສ ແລະການຂະຫຍາຍຕົວໄປຕາມທິດ ເພື່ອບັນລຸຈຸດປະສົງຄາດໝາຍທີ່ໄດ້ກຳນົດອອກ, ຄຸ້ມຄອງປະຕິບັດບົດບາດຂອງຕົນຢ່າງຖືກຕ້ອງ, ເຂັ້ມງວດ ແລະສັກສິດ ພ້ອມທັງຍົກໃຫ້ເຫັນເຖິງຄວາມຈໍາເປັນ ຂອງວຽກງານກວດກາ ແລະ ການສ້າງຕັ້ງອົງການກວດກາພັກ-ລັດ ແຫ່ງ ສປປ ລາວ, ການເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດກາພັກ-ລັດ ແຫ່ງ ສປປ ລາວ, ພ້ອມທັງຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານກວດກາ ໃນແຕ່ລະໄລຍະ, ຜົນໄດ້ຮັບ, ບົດຮຽນຈາກວຽກງານກວດກາໃນໄລຍະຜ່ານມາ ແລະທິດທາງໃນຕໍ່ໜ້າ

ການປາຖະກະຖາດັ່ງກ່າວ, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທົ່ວ ສມປຊ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບ ພາລະບົດບາດ, ຄວາມສຳຄັນ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການກວດກາພັກ-ລັດ ໃນແຕ່ລະໄລຍະ, ເພື່ອປຸກລະດົມ ແລະສ້າງຈິດສຳນຶກໃຫ້ພະນັກງານທີ່ເຮັດວຽກງານກວດກາ ມີຄວາມຮັກໃນອາຊີບຂອງຕົນດ້ວຍຄວາມສັດຊື່ບໍລິສຸດ ແລະເປັນການປຸກລະດົມສ້າງຂະບວນການແຂ່ງຂັນ ” ຮັກຊາດ ແລະ ພັດທະນາ “ ຂອງ ຄະນະພັກ, ອົງການປົກຄອງຂັ້ນຂອງຕົນທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ