“ວັນທີ 8 ມີນາ ວັນແມ່ຍິງສາກົນ ແລະ ປະຫວັດຄວາມເປັນມາ”ວັນແມ່ຍິງສາກົນ, ເຊິ່ງເປັນທີ່ຮູ້ຈັກກັນໃນນາມວັນແຮງງານແມ່ຍິງສາກົນ (International Working Women’s Day) ແມ່ນຈັດຂຶ້ນໃນວັນທີ 8 ມີນາ ໃນແຕ່ລະປີ. ຈຸດປະສົງຂອງການສະເຫຼີມສະຫຼອງແມ່ນສະແດງເຖິງຄວາມນັບຖື, ຄວາມຊາບຊຶ້ງ ແລະຄວາມຮັກຕໍ່ແມ່ຍິງ.

ສະນັ້ນ, ໃນວັນທີ 7 ມີນາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີມອບ-ຮັບທຸງໄຊ, ຮັບຟັງປາຖະກະຖາເລົ່າມູນເຊື້ອ ແລະສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 112 (8.3.1910-8.3.2022), ໃນພິທີໃຫ້ກຽດເປັນປະທານ ຂອງ ທ່ານ ຮສພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານນ.ສິລິ ກິດບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະທ່ານ ປອ ນ. ລຳພູນ ດວນສຸວັນ ປະທານສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະ, ແຂກຖືກເຊີນ ແລະສະມາຊິກສະຫະພັນແມ່ຍິງພາຍໃນສະຖາບັນ.

ໃນພິທີໄດ້ຮັບຟັງການເລົ່າມຸນເຊື້ອຂອງວັນແມ່ຍິງຈາກ ທ່ານນ.ສິລິ ກິດບຸບຜາ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: “ວັນແມ່ຍິງສາກົນ” ແມ່ນວັນທີ່ການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ ”, ວັນແມ່ຍິງສາກົນໄດ້ຮັບການສະເຫຼີມສະຫຼອງໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນ ຢູ່ໃນບັນດາປະເທດເອີລົບເຊັ່ນ: ປະເທດ ໂອຕິດ, ແດນມາກ, ເຢຍລະມັນ, ສະວິດເຊີແລນ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນ “ວັນແມ່ຍິງ ສາກົນ” ພາສາອັງກິດເອີ້ນວ່າ: “ International Women’s Day” ໄດ້ຮັບການສະເຫຼີມສະຫຼອງຢູ່ໃນຫຼາຍປະເທດທົ່ວໂລກ.

ໃນພິທີເພື່ອເປັນການຢັ້ງຢືນແມ່ຍິງ 3 ດີຂອງ ສມປຊ ສູນກາງສະຫະພັນແມ່ຍິງລາວໄດ້ມອບທຸງໄຊ ແມ່ຍິງ 3 ດີຕະຫຼອດໄລຍະ ສະໄຫມທີ VII (2016-2020) ແລະຮັບຟັງການສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານແມ່ຍິງ 3 ດີ ຈາກທ່ານ ປທ ນ. ອານົງ ຂັນທະຍົງ ຮອງປະທານສະຫະພັນແມ່ຍິງ ສມປຊ, ຊຶ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນເຖິງສະພາບລວມ ສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເຄື່ອນໄຫວພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະນໍາສະຖາບັນ ໂດຍປະຕິບັດຕາມພາລະບົດບາດ, ຂອບເຂດສິດ ແລະໜ້າທີ່ຄວາມຮັບຜິດຊອບຕາມລະບຽບກົດໝາຍຂອງສະຫະພັນແມ່ຍິງລາວ. ສະຫະພັນແມ່ຍິງ ສມປຊ ມີຈຳນວນທັງໝົດ 224 ທ່ານ, ມີໜ້າຕົວຈິງ214 ທ່ານ, ຮຽນຕໍ່ພາຍໃນ ແລະຕ່າງປະເທດມີ10 ທ່ານ, ໃນນັ້ນ, ມີ14 ຮາກຖານເຂົ້າຮ່ວມປະເມີນແມ່ນຍິງ 3 ດີ,  ດັ່ງນັ້ນ, ເພື່ອເຮັດໃຫ້ການຜັນຂະຫຍາຍເນື້ອໃນຈິດໃຈຂໍ້ແຂ່ງຂັນ 3 ດີທີ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດໄດ້ຮັບຮອງເອົາ ແລະເຮັດໃຫ້ມະຕິກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຮັບການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີມີຄຸນນະພາບ ທັງເປັນການກະຕຸກຊຸກຍູ້ໃຫ້ເອື້ອຍນ້ອງແມ່ຍິງໃຫ້ມີຄວາມຈູບຈ້າວຫັນຫ້າວໃນໜ້າທີ່ວຽກງານ ແລະການປະຕິບັດຂໍ້ກໍານົດກົດລະບຽບຕ່າງໆໄດ້ຢ່າງເຂັ້ມງວດ, ຄະນະສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໄດ້ຮັບການຊີ້ນໍາຈາກຄະນະພັກ, ຄະນະນໍາ ສມປຊ ແລະຄະນະສະຫະພັນແມ່ຍິງລາວໄດ້ເປີດບັ້ນແຂ່ງຂັນ 3 ດີ ປີ 2020 ແລະໄດ້ມີການປະເມີນໃນທ້າຍປີ 2021.

ຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປີ 2021 ສາມາດຄັດເລືອກໄດ້ຜູ້ທີ່ມີຜົນງານດີເດັ່ນຄື: ຜູ້ທີ່ມີມາດຖານເງື່ອນໄຂໃນການຄັດເລືອກເປັນແມ່ຍິງ 3 ດີມີຈຳນວນທັງໝົດ 211 ທ່ານ, ໃນນັ້ນສາມາດຄັດໄດ້ແມ່ຍິງ 3 ດີປະເພດ I ມີ176 ທ່ານ; 3 ດີ ປະເພດ II ມີ 23 ທ່ານ, ບໍ່ໄດ້ຈັດປະເພດ 12 ທ່ານ, ບໍ່ໄດ້ປະເມີນ 3 ທ່ານ (ເຫດຜົນ: ບໍ່ຄົບເງື່ອນໄຂມາດຖານ), ໜ່ວຍ 3 ດີ ປະເພດ I ມີ 10 ຮາກຖານ, 3 ດີປະເພດ II ມີ 4 ຮາກຖານ.

ທ່ານປະທານໃນພິທີໄດ້ໂອ້ລົມ, ສະແດງຄວາມຍ້ອງຍໍຊົມເຊີຍຄະນະນໍາ ສະຫະພັນແມ່ຍິງ ສມປຊ ທີ່ຍາດໄດ້ຜົນງານໃນຫຼາຍດ້ານໂດຍສະເພາະທຸງໄຊແມ່ຍິງ 3 ດີ ຊຶ່ງເປັນຂີດໝາຍທາງປະຫວັດສາດ ຂອງສະຫະພັນແມ່ຍິງ ສມປຊ ແລະທ່ານໄດ້ເນັ້ນໜັກໃຫ້ສືບຕໍ່ເປັນເຈົ້າການນໍາພາ-ຊີ້ນໍາເອື້ອຍນ້ອງແມ່ຍິງທົ່ວ ສມປຊ ເຮັດວຽກງານການເມືອງແນວຄິດ ເຊິ່ງຈະເຮັດໃຫ້ສະມາຊິກແມ່ຍິງໄດ້ຮັບການເຊື່ອມບັນດາເອກະສານທີ່ສໍາຄັນຂອງພັກ-ລັດ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ແນວທາງນະໂຍບາຍຂອງພັກໃຫ້ແກ່ສະມາຊິກແມ່ຍິງ ເຮັດໃຫ້ສະມາຊິກແມ່ຍິງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ໜັກແໜ້ນໃນການປະຕິບັດໜ້າທີ່ວຽກງານ ກໍຄືເຮັດໃຫ້ຊີວິດຄອບຄົວມີຄວາມສະຫງົບສຸກ. ນອກນັ້ນ, ການຈັດຕັ້ງສະຫະພັນແມ່ຍິງພາຍໃນ ສມປຊ ແຕ່ລະຂັ້ນຕ້ອງເອົາໃຈໃສ່ເປັນເຈົ້າການຕິດຕາມຊຸກຍູ້ສະມາຊິກຂອງຕົນໃຫ້ໄດ້ຮັບການກໍ່ສ້າງໃນທຸກດ້ານ ເພື່ອໃຫ້ແມ່ຍິງມີມາດຖານເງື່ອນໄຂທີ່ຄົບຖ້ວນ ແລະໄດ້ຮັບໂອກາດໃນໜ້າທີ່ວຽກງານເທົ່າທຽມກັບເພດຊາຍ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ