ສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງລັດ ໄດ້ເຂົ້າມອບປື້ມເຂົ້າໃນການຄົ້ນຄວ້າວິທະຍາສາດ, ການຮຽນ-ການສອນ…ໃຫ້ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນວັນທີ 2 ມີນາ ຊຶ່ງໃຫ້ກຽດຕ້ອນຮັບຂອງ ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ກໍາມະການຄະນະພັກ, ຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍ ຄະນະສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ.

ປື້ມທີ່ນຳມາມອບໃນຄັ້ງນີ້ມີ 5 ຊຸດ, ຊຸດລະ 15 ຫົວລວມທັງໝົດ 75 ຫົວ ຊຶ່ງໃຫ້ກຽດກ່າວມອບຂອງ ທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ, ອຳນວຍການສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງລັດ ແລະເປັນກຽດກ່າວຮັບຂອງ ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ , ປື້ມທີ່ນຳມາມອບຄັ້ງນີ້ ມີປື້ມກ່ຽວກັບການຄົ້ນຄວ້າວິທະຍາສາດເປັນຕົ້ນ: ອາຊຽນໃນຍຸດທະສາດປະເທດໃໝ່, ຊາຍແດນມິດຕະພາບແບບພິເສດ ຫວຽດນາມ-ລາວ, ການປະຕິວັດອຸດສາຫະກຳ4,0 ບັນຫາທີ່ຕັ້ງຂຶ້ນສຳລັບການພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງກັບສາກົນຂອງຫວຽດນາມ, ສາຍການພົວພັນ ລະຫວ່າງ ລັດກັບການຕະຫຼາດໃນເງື່ອນໄຂ…(ໃໝ່) ແລະເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ…

ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ໄດ້ສະແດງຄວາມຍ້ອງຍໍ ແລະກ່າວມອບໃບຊົມເຊີຍຕໍ່ກັບທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ, ອຳນວຍການສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງລັດ ທີ່ໄດ້ນໍາເອົາປື້ມດັ່ງກ່າວມາມອບໃຫ້ ຫໍສະໝຸດ ສມປຊ ຊຶ່ງເປັນການປະກອບສ່ວນຕໍ່ກັບການສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ພະນັກງານ, ຄູ-ອາຈານ ແລະນັກສຶກສາ ແລະກໍເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າວິທະຍາສາດ, ຮັບໃຊ້ການຮຽນ-ການສອນຢູ່ ສມປຊ.