ວັນທີ 17 ກຸມພາ 2022 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຜີຍແຜ່ເອກະສານ ແລະຜ່ານບົດສະຫຼຸບຕີ ລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານພາຍໃຕ້ການເປັນ ປະທານ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີການເຂົ້າຮ່ວມຮັບຟັງຂອງຄະນະພັກ, ຄະນະນຳ, ຕາງໜ້າ ຄະນະພັກ, ຄະນະຫ້ອງຕະຫຼອດຮອດ ພະນັກງານ, ຄູ-ອາຈານ ທົ່ວ ສມປຊ.

ເອກະສານທີ່ນຳມາເຜີຍແຜ່ປະກອບມີ 4 ເອກະສານດັ່ງນີ້: ເອກະສານວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XI ແລະຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະວຽກງານປັບປຸງກົງຈັກການຈັດຕັ້ງໄລຍະ 5 ປີ (2010-2010) ແລະທິດທາງແຜນການ 5 ປີ (2021-2025) ຂອງສະຖາບັນການເມືອງ ແລະການປົກ ຄອງແຫ່ງຊາດ, ໂດບການເຜີຍແຜ່ ຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ແລະສະຫາຍ ປທ ນ. ພອນໄຊ ລາດຊະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ.

ບັນດາເອກະສານທີ່ນຳມາເຜີຍແຜ່ ໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງສຳລັບພະນັກງານ, ຄູ-ອາຈານ ເພື່ອເປັນການນຳເອົາຜົນສຳເລັດຂອງວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ມາຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງ ສມປຊ ເພື່ອເສີມຂະຫຍາຍການຕົວສູ່ອັນໃໝ່ ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໃຫ້ສະມາຊິກພັກ, ພະນັກງານແຕ່ສະຫາຍໃຫ້ກຳໄດ້ເນື້ອໃນຈິດໃຈ, ບົດບາດຂອງພັກປະຊາຊົນປະຕິວັດລາວ ໃນການນໍາພາ-ຊີ້ນໍາການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະສ້າງສາພັດທະນາປະເທດ, ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ໃຫ້ກຳແໜ້ນແນວທາງ ແລະນະໂຍບາຍຂອງພັກ ແລະລັດ, ນັບທັງວຽກງານການກໍ່ສ້າງພັກ-ພະນັກງານ.

ສຳລັບທິດທາງໃນ 5 ປີຕໍ່ໜ້າ (2021-2025) ນີ້ຈໍາເປັນຕ້ອງໄດ້ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ສືບຕໍ່ສ້າງຄວາມເຂັ້ມແຂງຂອງການຈັດຕັ້ງພັກແຕ່ລະໜ່ວຍໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ເພີ່ມທະວີການນຳພາແບບລວມສູນເອກະພາບ, ປັບປຸງກົງຈັກການຈັດຕັ້ງພາຍໃນ, ຄັດເລືອກ, ບຳລຸງ ແລະກໍ່ສ້າງພະນັກງານໃຫ້ໄດ້ຕາມມາດຖານ, ເງື່ອນໄຂ, ເພື່ອຈະໄດ້ສັບຊ້ອນຈັດວາງພະນັກງານເຂົ້າໃສ່ຕຳແໜ່ງງານທີ່ຍັງຫວ່າງເພື່ອຮັບປະກັນການນໍາໃຊ້ພະນັກງານໃຫ້ຖືກເປົ້າໝາຍ ແລະສືບຕໍ່ປັບປຸງກົງຈັກທີ່ມີຢູ່ແລ້ວພາຍໃນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ເຮັດໃຫ້ການຈັດຕັ້ງມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວ.

ນອກນັ້ນ, ໃນພິທີໄດ້ເອົາໂອກາດດັ່ງກ່າວ ມອບ-ຮັບ ບັດສະມາຊິກພັກ ໃຫ້ພະນັກງານ ແລະນັກສຶກສາຈຳ ນວນ 16 ສະຫາຍ, ຍິງ 4 ສະຫາຍ ໃນນັ້ນມີພະນັກງານ 4 ສະຫາຍ ແລະຍິງ1ສະຫາຍ.

ສະຫາຍ ຮສ ພູວົງ ອຸ່ນຄຳແສນ ໄດ້ໂອ້ລົມຕໍ່ກອງປະຊຸມ  ແລະຜູ້ທີ່ໄດ້ຮັບບັດ ໃນທິດທາງຕໍ່ໜ້ານີ້ຂໍໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະນັກສຶກສາ ຈົ່ງພ້ອມກັນເອົາໃຈໃສ່ ຕັ້ງໜ້າສຶກສາຄົ້ນຄວ້າ,ເຊື່ອມຊຶມ ແລະກຳແໜ້ນແນວທາງນະໂຍບາຍປ່ຽນແປງໃໝ່ ຂອງພັກ ແລະປະກອບສ່ວນຢ່າງຕັ້ງໜ້າ ໃນການຜັນຂະ ຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃນໜ້າທີ່ການເມືອງ ແລະວຽກງານຂອງຕົນ ດ້ວຍຈິດໃຈບຸກທະລຸຢ່າງແຂງແຮງ ເຮັດໃຫ້ມີຜົນສຳເລັດຢ່າງຕັ້ງໜ້າ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ