ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກເລກທີ 058/ກມສພ, ລົງວັນທີ 13/12/2019 ວ່າດ້ວຍການຄົ້ນຄ້ວາແນວຄິດໄກສອນ ພົມວິຫານ ແລະປະຕິບັດຕາມແຜນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄລຍະ 2012-2022. ມີຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສົມທົບກັບສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ຂື້ນ ໃນວັນທີ 4 ມີນາ ທີ່ສະຖາບັນຝຶກອົບຮົມສູນກາງສະຫະພັນແມ່ຍິງ”. ພາຍໃຕ້ການເປັນປະທານທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທ່ານ ຮສ. ພູວົງ ອຸ່ນຄຳແສນ

ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະທ່ານ ນ. ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ. ມີບັນດາທ່ານຮອງປະທານ, ຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ, ບັນດາທ່ານແຂກ ທີ່ມີກຽດ ແລະເອື້ອຍນ້ອງແມ່ຍິງຕາງໜ້າຈາກກະຊວງ, ອົງການ ແລະ ນະຄອນຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນທີ່ປະຊຸມໄດ້ຮັບຟັງການຜ່ານບົດສຳມະນາວິທະຍາສາດຫົວຂໍ້ຍ່ອຍທັງໝົດທີ 6 ຫົວຂໍ້ຍ່ອຍຈາກນັກ ວິທະຍາສາດທີ່ຮ່ວມກັນຄົ້ນຄວ້າ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບສູນກາງສະຫະພັນແມ່ຍິງລາວ, ຊຶ່ງເນື້ອໃນໄດ້ຍົກໃຫ້ເຫັນວ່າ: “ແມ່ຍິງກວມຈຳນວນ ກວ່າເຄິ່ງໜຶ່ງ ຂອງພົນລະເມືອງໃນທົ່ວປະເທດ, ເປັນກຳລັງແຮງອັນຍິ່ງໃຫຍ່ໃນທຸກຂົງເຂດວຽກງານ”. ຕະຫຼອດໄລຍະຜ່ານມາ, ແມ່ຍິງລາວບັນດາເຜົ່າ ໄດ້ຄຽງຢ່າຄຽງໄລ່ກັບເພດຊາຍໃນການອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິບັນຍາ, ວັດຖຸປັດໄຈ ເພື່ອປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ຊີ້ບອກວ່າ: ຕ້ອງເຂົ້າໃຈແຈ້ງວ່າ: ວຽກງານຂົນຂວາຍແມ່ຍິງເປັນໜ້າທີ່ປະຕິວັດອັນຍາວນານອັນໜຶ່ງມັນບໍ່ ພຽງແຕ່ກ່ຽວພັນເຖິງເພດຍິງທີ່ກວມເອົາເຄິ່ງໜຶ່ງ ຂອງປະຊາກອນເທົ່ານັ້ນ, ແຕ່ຍັງກ່ຽວຂ້ອງເຖິງທັງໝົດສັງຄົມ ເວົ້າລວມ ແລະແຕ່ລະຄອບຄົວ ເວົ້າສະເພາະ, ທັງຕິດພັນຢ່າງສະໜິດແໜ້ນເຖິງການປົກປັກຮັກສາ ແລະການຂະຫຍາຍເຊື່ອພັນຂອງຊາດອີກດ້ວຍ.

ຜ່ານກອງປະຊຸມສຳມະນາວິທະຍາສາດຄັ້ງນີ້, ຫຼາຍບັນຫາໃນແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ທີ່ຄະນະຮັບຜິດຊອບໄດ້ຕັ້ງຂຶ້ນໃນກອງປະຊຸມສໍາມະນາຄັ້ງນີ້ ແມ່ນໄດ້ຮັບການຄົ້ນຄ້ວາຈາກບັນດານັກວິທະຍາສາດ ແລະການປະກອບຄວາມເຫັນຈາກພາກສ່ວນຕ່າງໆ ຢ່າງເລິກເຊິ່ງ, ກົງໄປກົງມາ ແລະເຮັດໃຫ້ບັນຫາທີ່ໄດ້ຄົ້ນຄວ້າມີຄວາມຈະແຈ້ງກວ່າເກົ່າ, ໄດ້ຮັບຮູ້ແຈ້ງຕື່ມແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປົດປ່ອຍແມ່ຍິງ, ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງ, ບົດບາດແມ່ຍິງໃນການພັດທະນາເສດຖະກິດ, ບົດບາດພະນັກງານເພດຍິງ, ບົດບາດແມ່ຍິງໃນຄອບຄົວ ແລະບົດບາດແມ່ຍິງໃນການອະນຸຮັກສາວັດທະນະທຳ.

ສະນັ້ນ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ແມ່ນກວ້າງຂວາງ, ເລິກເຊິ່ງ, ຮອບດ້ານ, ກວມເອົາທຸກການເຄື່ອນໄຫວຂອງແມ່ຍິງ; ເນື້ອແທ້ຂອງແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ແມ່ນວຽກງານປຸກລົະດົມຂົນຂວາຍ ແລະສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກໃຫ້ແມ່ຍິງລາວບັນດາເຜົ່າໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານຂອງພັກ-ລັດ ແລະສັງຄົມຢ່າງກວ້າງຂວາງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ