ໃນວັນທີ 16 ກຸມພາ 2022, ຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ກົມພົວພັນຮ່ວມມື ຂອງສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ເປັນຄັ້ງທຳອິດ ພາຍໃຕ້ການເປັນ ປະທານ ຂອງ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຫົວໜ້າຫ້ອງການ ສະຖານບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ຂອງ ພະແນກພົວພັນຕ່າງປະເທດທັງໝົດ 8 ທ່ານ ເຂົ້າຮ່ວມ.

 ການເປີດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ຮັບຟັງການລາຍງານ ບັນດາແຜນກິດຈະກຳທີ່ຈະຈັດຕັ້ງຂຶ້ນເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດຍິ່ງໃຫຍ່ ນັ້ນຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022), ​ໂດຍ​ສະ​ເພາະ​ການກໍານົດແຜນກິດຈະກຳພາຍໃນ ແລະ ແຜນການຮ່ວມມື ລະຫວ່າງ 2 ຝ່າຍ ໃນປີ 2022 ເຊິ່ງແຜນກິດຈະກໍາພາຍໃນປະກອບມີການຈັດຕັ້ງປາຖະກະຖາ, ການຄົ້ນຄວ້າວິທະຍາສາດ ເພື່ອລົງວາລະສານສະບັບພິເສດ ໃນຫົວຂໍ້ທີ່ປີ່ນອ້ອມ ແລະ ແຜນກິດຈະກຳຮ່ວມມື 2 ຝ່າຍ ມີການແລກປ່ຽນຄະນະຜູ້ແທນການນຳ, ຄະນະຜູ້ແທນວິທະຍາສາດ ແລະ ກິດຈະກຳອຶ່ນໆ. ໃນໂອກາດດຽວກັນນີ້,  ສອງຝ່າຍຍັງໄດ້ປຶກສາຫາລື ເຫັນດີເປັນເອກະພາບໃນການສົ່ງຄະນະຜູ້ແທນ ມາຢ້ຽມຢາມ ແລະ ສຳຫຼວດໂຄງການກໍ່ສ້າງສະຖາບັນພາກໃຕ້ ຂອງ ສປປ ລາວ. ນອກນີ້, ຝ່າຍລາວສະເໜີໃຫ້ຝ່າຍຫວຽດນາມ ຄັດເລືອກກົມກອງ ແລະ ພະນັກງານດີເດັ່ນ ໃນການກໍ່ສ້າງຊ່ວຍເຫຼືອບຸກຄະລາກອນຂອງລາວ ເພື່ອໃຫ້ຝ່າຍລາວນຳສະເໜີການຍ້ອງຍໍ.

ກອງປະຊຸມທາງໄກຄັ້ງນີ້ ຖືວ່າເປັນຂໍ້ລິເລີ່ມໃໝ່ໃນການຈັດຕັ້ງປະຕິບັດວຽກງານພົວພັນຕ່າງປະເທດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອແນໃສ່ປັບປຸງຮູບແບບການເຮັດວຽກຕາມທິດທັນສະໄໝເທື່ອເທື່ອລະກ້າວ ໂດຍສະເພາະແມ່ນປັບຕົວເຂົ້າກັບສະພາບປົກກະຕິແບບໃໝ່, ຈະເປັນກົນໄກໃໝ່ໃນການເຮັດວຽກ, ການປະສານງານ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.

ໃນໂອກາດນີ້, ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄຳ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຂອງຄະນະພັກ-ຄະນະນຳສະຖາບັນ ມາຍັງສະຫາຍຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ແລະ ຜ່ານສະຫາຍໄປຍັງ ຄະນະພັກ, ຄະນະອຳນວຍການ ພ້ອມດ້ວຍພະນັກງານ, ລັດຖະກອນ ທຸກຖ້ວນໜ້າຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ອວຍພອນການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. ​