ໃນວັນທີ 7 ມັງກອນ 2022 ໜ່ວຍພັກຮາກຖານ ນັກສຶກສາ ລະບົບປະລິນຍາໂທ ຮຸ່ນທີ XVII ຫ້ອງ ຂ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າກົມຈັດຕັ້ງ-ພະນັກງານ, ຕາງໜ້າແຕ່ລະໜ່ວຍພັກຮາກຖານນັກສຶກສາເຂົ້າຮ່ວມພ້ອມພຽງ.

ໃນ​ກອງ​ປະ​ຊຸມໄດ້​​ຮັບ​ຟັງ​ບົດ​ລາຍ​ງານ​ການ​ເມືອງ ຕໍ່​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ I ຈາກສະຫາຍ ສຸລິຍົງ ວົງໂພຄຳ ເລຂາໜ່ວຍພັກຮາກຖານ ນັກສຶກສາ ລະບົບປະລິນຍາໂທ ຮຸ່ນທີ XVII ຫ້ອງ ຂ ເຊິ່ງສະຫາຍໄດ້​ສະຫຼູບ​ຕີ​ລາ​ຄາ​ຈຸດ​ດີ, ຈຸດ​ອ່ອນ ແລະ ຂໍ້​ຄົງ​ຄ້າງ ໃນ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່ການເມືອງ ເວົ້າລວມ, ເວົ້າສະເພາະກໍແມ່ນການເຄື່ອນໄຫວປະຕິບັດໜ້າທີ່ ຢູ່ພາຍໃນໜ່ວຍພັກຕະຫຼອດໃນ​ໄລ​ຍະຜ່ານມາ ແລະໄດ້ວາງທິດ​ທາງວຽກ​ງານ​ຈຸດ​ສຸມ​ໃນ​ຕໍ່​ໜ້າ; ຈາກນັ້ນ​ຄະ​ນະ​ໜ່ວຍພັກຊຸດເກົ່າ ໄດ້ຂື້ນ​ຜ່ານ​ບົດ​ສຳຫຼວດ​ໃນ​ການ​ນຳ​ພາ-ຊີ້​ນຳ ໃນ​ໄລ​ຍະ​ຜ່ານ​ມາ ພ້ອມ​ທັງ​ລາ​ໜ້າ​ທີ່ ແລະປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​ໜ່ວຍພັກຊຸດໃໝ່ ເຊິ່ງ​ມີ​ຜູ້​ລົງ​ສະ​ໝັກເລືອກ​ຕັ້ງ​ຈຳນວນ​ 7 ສະ​ຫາຍ, ຍິງ 3 ສະ​ຫາຍ ໃນ​ນັ້ນ​ເລືອກ​ເອົາ​ 5 ສະ​ຫາຍ, ຍິງ 2 ສະຫາຍ ຜ່ານການປ່ອນບັດເລືອກຕັ້ງ ຂອງກອງປະຊຸມຄັ້ງປະຖົມມະລືກໄດ້ຕົກລົງແຕ່ງຕັ້ງຄື:

  1. ສະຫາຍ ສຸລິຍົງ ວົງໂພຄຳ                        ເປັນເລຂາໜ່ວຍພັກ
  2. ສະຫາຍ ນ. ແກ້ວຕາ ພັນດານຸວົງ               ເປັນຮອງເລຂາ ແລະປະທານກວດກາ
  3. ສະຫາຍ ສົມນຶກ ອິນທະພົມ                     ເປັນຄະນະ
  4. ສະຫາຍ ນ. ປະທຸມພອນ ເພັດວັນຄຳ          ເປັນຄະນະ
  5. ສະຫາຍ ແອ ວົງແສງຄຳ                         ເປັນຄະນະ

ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງປະທານ, ເຊິ່ງກ່ອນ​ອື່ນ​ໝົດ​ ທ່ານ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ໃນ​ໄລ​ຍະຜ່ານ​ມາ ທີ່ຍາດ​ໄດ້​ຜົນ​ງານ​ອັນ​ໃຫຍ່ຫຼວງ ແລະຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ ເວົ້າລວມ, ເວົ້າສະເພາະກໍຄືວຽກງານດ້ານຕ່າງໆ ແລະຜົນງານໃນການປະກອບສ່ວນເຂົ້າໃນກິດຈະກໍາຕ່າງໆ ​ເຊິ່ງ​ມັນ​ສະ​ແດງ​ອອກ​ໃນ​ຄວາມ​ເປັນ​ເຈົ້າ​ການ​ຕໍ່​ໜ້າ​ທີ່​ວຽກ​ງານ, ມີສະ​ຕິ​ຕໍ່​ການ​ຈັດ​ຕັ້ງ, ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພັກ​ຕໍ່​ປະ​ເທດ​ຊາດ, ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຄົ້ນຄວ້າເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ຢ່າງ​ຕັ້ງ​ໜ້າ. ນອກນັ້ນ, ທ່ານ​ຍັງ​ໄດ້ຮຽກຮ້ອງມາຍັງຄະນະພັກຊຸດໃໝ່, ສະມາຊິກພັກທຸກ ສະຫາຍຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ພ້ອມກັນບຸກບືນພັດທະນາຕົນເອງຢ່າງຮອບດ້ານ ແລະເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນທິດສະດີ, ແນວທາງ ແລະວຽກງານວິຊາສະເພາະເຊີດຊູນ້ຳໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນການຈັດຕັ້ງປະຕິບັດທິດທາງໜ້າທີ່ຈຸດສຸມໃຫ້ປະກົດຜົນເປັນຈິງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ